ພັກປົກຄອງແນວໂຮມອະນຸລັກນິຍົມ ໄດ້ຊະນະການເລືອກຕັ້ງທົ່ວໄປຂອງປະເທດຢ່າງ
ໜ້າປະຫຼາດໃຈໃນໃນວັນເສົາວານນີ້ ເຊິ່ງກົງກັນຂ້າມກັບການຢັ່ງສຽງ ທີ່ໄດ້ຊີ້ວ່າ ພັກ
ຝ່າຍຄ້ານທີ່ນິຍົມແນວທາງ ກາງອຽງຊ້າຍ ຈະຂັບໄລ່ເຂົາເຈົ້າອອກຈາກອຳນາດ ແລະ
ໃຫ້ຄຳໝັ້ນສັນຍາທີ່ຈະສີ້ນສຸດການສັບປ່ຽນບັນດາຜູ້ນຳແຫ່ງຊາດ.
ນາຍົກລັດຖະມົນຕີ ທ່ານ ສະກັອຕ ມໍຣຣິສັນ ໄດ້ປຽບທຽບໄຊຊະນະຂອງພັກເສລີນິ
ຍົມ ສຳລັບການດຳລົງຕຳແໜ່ງສະໄໝນຶ່ງສາມປີ ຄັ້ງທີສາມ ກັບການເກີດພວກລູກ
ສາວຂອງທ່ານ, ນາງ ແອັບບີ 11 ປີ ແລະນາງ ລີລີ 9 ປີ ຜູ້ທີ່ໄດ້ເກີດມາແບບທຳມະຊາດ
ຫຼັງຈາກ 14 ປີ ຂອງການປະສົມເຊື້ອໃນໃຂ່ໄດ້ລົ້ມແຫຼວ. ພັນລະຍາຂອງທ່ານ, ທ່ານ
ນາງເຈັນນີ ມໍຣຣິສັນ ໄດ້ປະສົບບັນຫາຜິດປົກກະຕິຢູ່ມົດລູກ.
ທ່ານ ມໍຣຣິສັນ ອາຍຸ 51 ປີ ໄດ້ກ່າວຕໍ່ຝູງຜູ້ສະໜັບສະໜູນຢູ່ໃນນະຄອນ ຊິດນີ ໃນຂະ
ນະທີ່ທ່ານອ້າງເອົາໄຊຊະນະວ່າ “ຂ້າພະເຈົ້າໄດ້ເຊື່ອເລື່ອງປະຕິຫານມາຕະຫຼອດ.”
ທ່ານກ່າວ ໃນອ້ອມກອດຂອງພັນລະຍາ ແລະພວກລູກສາວວ່າ “ຂ້າພະເຈົ້າຢືນຢູ່ກັບ
ປະຕິຫານສາມຢ່າງທີ່ໃຫຍ່ທີ່ສຸດໃນຊີວິດຂອງຂ້າພະເຈົ້າ ໃນຄ່ຳຄືນນີ້ຢູ່ທີ່ນີ້ ແລະຄືນ
ນີ້ພວກເຮົາໄດ້ກຳເນີດສິ່ງນຶ່ງອອກມາອີກ.”
ຜູ້ນຳຝ່າຍຄ້ານທ່ານ ບິລ ຊອຕເຕີນ ກ່ອນໜ້ານີ້ໄດ້ຍອມຮັບການຜ່າຍແພ້ ໃນຂະນະ
ທີ່ພັກແນວໂຮມເກືອບຈະໄດ້ຄະແນນສຽງສ່ວນຫຼາຍຢູ່ໃນ 151 ບ່ອນນັ່ງຂອງສະພາ
ຕ່ຳ, ເຊິ່ງພັກຕ່າງໆຕ້ອງການສຽງສ່ວນຫຼາຍ ເພື່ອກໍ່ຕັ້ງລັດຖະບານ. ການນັບຄະແນນ
ສຽງຈະດຳເນີນໄປຈົນເຖິງວັນອາທິດມື້ນີ້.
ທ່ານ ຊອຕເຕີນ ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນທ່ານວ່າ “ຂ້າພະເຈົ້າຜິດຫວັງຕໍ່
ຄົນທີ່ອີງອາໄສພັກແຮງງານ ແຕ່ຂ້າພະເຈົ້າດີໃຈທີ່ພວກເຮົາໄດ້ໂຕ້ຖຽງສິ່ງທີ່ຖືກຕ້ອງ,
ບໍ່ແມ່ນວ່າສິ່ງໃດທີ່ງ່າຍ.”
ທ່ານ ຊອຕເຕີນ ຈະໄດ້ເປັນນາຍົກລັດຖະມົນຕີ ອອສເຕຣເລຍ ຄົນທີ່ຫົກ ໃນອີກ
ຫຼາຍໆປີ. ທ່ານກ່າວວ່າ ທ່ານຈະບໍ່ນໍາພາພັກແຮງງານອີກຕໍ່ໄປ ຫຼັງຈາກຄວບຄຸມມາ
ໄດ້ຫົກປີ.