ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ໄດ້ໃຫ້ກຽດແກ່ພວກທີ່ໄດ້ຮັບເຄາະຮ້າຍ ຈາກການວາງລະ
ເບີດໂຈມຕີໃນປີ 1998 ຕໍ່ສະຖານທູດສະຫະລັດທີ່ນະຄອນ
ຫຼວງໄນໂຣບີ ແລະການໂຈມຕີຕິດຕໍ່ກັນມາຫຼາຍບັ້ນ ເມື່ອບໍ່
ດົນຜ່ານມານີ້ ໃນຂະນະທີ່ທ່ານໃຫ້ຄຳໝັ້ນສັນຍາໃນວັນຈັນ
ມື້ນີ້ວ່າ ສະຫະລັດຈະສືບຕໍ່ໃຫ້ການສະໜັບສະໜຸນ ແກ່ການ
ຕໍ່ສູ້ກັບພວກກໍ່ການຮ້າຍນັ້ນ.
ທ່ານ Kerry ໄດ້ປະກອບສ່ວນໃນພິທີການວາງພວກມາລາ
ທີ່ອະນຸສາວະລີແຫ່ງໜຶ່ງ ຢູ່ສະຖານທູດສະຫະລັດຖືກວາງລະ
ເບີດນັ້ນ ໂດຍກ່າວວ່າ “ພວກກໍ່ການຮ້າຍ ຍາມໃດ ກໍແມ່ນຈະປະສົບກັບຄວາມລົ້ມແຫຼວ”
ໃນຄວາມພະຍາຍາມເພື່ອປູກຝັງຄວາມຢ້ານກົວ ແລະສ້າງຄວາມແຕກແຍກໃນໝູ່
ປະຊາຊົນ ແລະວ່າ “ອະນາຄົດຈະບໍ່ຕົກເປັນຂອງພວກເຂົາ.”
ທ່ານ Kerry ກ່າວຕື່ມວ່າ “ແມ່ນແລ້ວ ພວກເຂົາສາມາດເຮັດໃຫ້ຕຶກອາຄານ ກາຍເປັນ
ຊາກຫັກພັງໄດ້ ແລະແມ່ນແລ້ວ ພວກເຂົາຮອດ ສາມາດເອົາຊີວິດໄປຈາກພວກຜູ້ຄົນ
ທີ່ບໍ່ມີຄວາມຜິດຫຍັງ ແຕ່ພວກເຂົາຈະບໍ່ມອບໃຫ້ແກ່ບຸກຄົນໃດ ສິ່ງທີ່ເຮັດໃຫ້ຊີວິດມີ
ຄຸນຄ່າຢ່າງແທ້ຈິງ.”
ໃນວັນຈັນມື້ນີ້ ທ່ານ Kerry ໄດ້ພົບປະ ກັບປະທານາທິບໍດີ Uhuru Kenyatta ແຫ່ງເຄັນຢາເຊັ່ນກັນ ແລະໄດ້ໂອ້ລົມສົນທະນາກັນ ຊອກຫາຊ່ອງທາງ ເພື່ອຮັບມືຢ່າງມີປະສິດທິຜົນຫຼາຍຂຶ້ນ ກັບໄພຂົ່ມຂູ່ຕ່າງໆ ທີ່ກໍ່ຂຶ້ນໂດຍກຸ່ມຫົວຮຸນແຮງ al-Shabab ທີ່ມີຖານທີ່ໝັ້ນຢູ່ໃນໂຊມາເລຍ ປະເທດເພື່ອນບ້ານຂອງເຄັນຢານັ້ນ.
ທ່ານ Kerry ປະກາດ ການຊ່ວຍເຫລືອຂອງສະຫະລັດ ແກ່ເຄັນຢາ: