ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ການ​ຊ່ວຍ​ເຫຼືອ ຕໍ່​ຕ້ານ ການ​ກໍ່​ການ​ຮ້າຍ ເຮັດ​ໃຫ້ ສ​ຫລ ແລະ ຟີ​ລິບ​ປິນ ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ


ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ ທ່ານ​ໂຣດ​ຣີ​ໂກ ດຸຍ​ເຕີ​ເຕ (ຊ້າຍ) ຈັບ​ມື​ກັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ.
ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ ທ່ານ​ໂຣດ​ຣີ​ໂກ ດຸຍ​ເຕີ​ເຕ (ຊ້າຍ) ຈັບ​ມື​ກັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ.

ການ​ເຈ​ລະ​ຈາ ​ເພື່ອ​ຂະ​ຫຍາຍ​ການ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ລັດ​ໃນການ​ປາບ​ປາມ​ພວກ​ກໍ່​ການ​ຮ້າຍ​ຂອງ​ຟີ​ລິບ​ປິນ ໃນ​ເຂດ​ພາກ​ໃຕ້ທີ່​ວຸ້ນ​ວາຍ​ຂອງ​ປະ​ເທດ ອາດເຮັດ​ໃຫ້​ປະ​ເທດ​ທັງ​ສອງ​ມີ​ຄວາມ​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ ຫຼັງ​ຈາກ​ຊ່ວງ​ໄລ​ຍະ​ເວ​ລາໃນ​ການ​ບໍ່​ຄ່ອຍ​ລົງ​ລອຍ​ກັນ ຍ້ອນ​ມິດ​ຕະ​ພາບ​ໃໝ່​ຂອງ​ມະ​ນີ​ລາ​ກັບ​ປັກ​ກິ່ງ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ວິ​ເຄາະ.

ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ສົ່ງ​ຜູ້​ຕາງ​ໜ້າ​ໄປ​ຍັງ​ນະ​ຄອນ​ມະ​ນີ​ລາ​ໃນ​ອາ​ທິດນີ້ ເພື່ອ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ເປັນ​ເວ​ລາ 3 ປີ ທີ່​ອາດ​ຈະ​ຊ່ວຍ​ພວກ​ເຈົ້າ​ໜ້າ​ທີ່ໃນ​ທ້ອງ​ຖິ່ນ ຄັດ​ເລືອກ​ແລະ​ແກ້​ໄຂ​ບັນ​ຫາ​ຕ່າງໆທີ່​ອາດ​ພາ​ໃຫ້ເກີດ​ປະ​ຕິ​ກິ​ລິ​ຍາແບບຫົວ​ຮຸນ​ແຮງ ໃນ​ໝູ່​ຊາວ​ມຸ​ສ​ລິມ ຢູ່​ເກາະ​ມິນ​ດາ​ນາວ ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ທ່ານນາງ​ເດ​ນິ​ສ ນາ​ຕາ​ລີ ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ເລື້ອງ​ບັນ​ຫາ​ຂັດ​ແຍ້ງ ແລະ​ການ​ສ້າງ​ສະ​ເຖຍ​ລະ​ພາບກ່າວ​ຢູ່​ໃນ​ທວີດ​ເຕີ້​ວ່າ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້ “ຈັດ​ປະ​ຊຸມ​ຢ່າງ​ມີ​ໝາກ​ຜົນ​ກັບຟີ​ລິບ​ປິນ​ຊຶ່ງ​ເປັນ​ພາ​ຄີ​ຂອງ​ເຮົາ ໃນ​ການ​ຮັບ​ມື​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ​ແລະ​ສະໜັບ​ສະ​ໜຸນ​ພັນ​ທະ​ມິດ​ທີ່​ໝັ້ນ​ຄົງ​ຂອງ​ພວກ​ເຮົາ.”

​ການ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ ເພື່ອ​ຮັບ​ມື​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ ຮວມ​ທັງ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ ຂອງ​ບັນ​ດາ​ປະ​ເທດ​ອິ​ສ​ລາມ ຈະ​ເຮັດ​ໃຫ້​ຟີ​ລິບ​ປິນ ​ແລະສະ​ຫະ​ລັດ ​ມີ​ຄວາມ​ໃກ້​ຊິດ​ກັນ​
ຫ​ລາຍ​ຂຶ້ນ ຫຼັງ​ຈາກ​ໄລ​ຍະ​ສາມ​ປີ ທີ່​ໄດ້​ມີ​ຄຳ​ຖາມ​ ກ່ຽວ​ກັບ​ມິດ​ຕະ​ພາບ​ໃໝ່​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ທ່ານ​ໂຣດ​ຣິ​ໂກ ດຸຍ​ເຕີ​ເຕ ກັບ​ຈີນ ແລະ​ການ​ປະ​ນາມ​ຢ່າງ​ເປີດ​ເຜີຍ ​ຕໍ່​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະລັດ.

ອ່​າ​ນ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG