ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຕໍ່ຕ້ານການປະທ້ວງ ໄດ້ອອກມາ ຂັດຂວາງ ການຊຸມນຸມ ຂອງພວກ ອະນຸລັກນິຍົມ


ປະຊາຊົນຍົກປ້າຍປະທ້ວງໃນລະຫວ່າງການຊຸມນຸມຕໍ່ຕ້ານຄວາມຄຽດຊັງໃນເມືອງ ເບີີກລີ, ລັດ ຄາລີຟໍເນຍ. 27 ສິງຫາ, 2017.
ປະຊາຊົນຍົກປ້າຍປະທ້ວງໃນລະຫວ່າງການຊຸມນຸມຕໍ່ຕ້ານຄວາມຄຽດຊັງໃນເມືອງ ເບີີກລີ, ລັດ ຄາລີຟໍເນຍ. 27 ສິງຫາ, 2017.

ພວກຕໍ່ຕ້ານການປະທ້ວງ ໄດ້ພາກັນໄປອັ່ງອໍຢູ່ຕາມຖະໜົນ ໃນເມືອງ ເບີກລີ ລັດ
ຄາລີຟໍເນຍ ໃນວັນອາທິດວານນີ້ ເຖິງແມ່ນວ່າການໂຮມຊຸມນຸມຂອງພວກຂວາຈັດ ທີ່
ໄດ້ກຳນົດໄວ້ວ່າຈະມີຂຶ້ນນັ້ນ ຈະໄດ້ຍົກເລີກໄປກໍຕາມ.

ວັນອາທິດວານນີ້ ເປັນມື້ທີສອງຂອງການປະທ້ວງຢູ່ໃນເຂດອ່າວ ຊານ ຟຣານຊິສໂກ.
ໃນວັນເສົາຜ່ານມາ ຝຸງຊົນຈຳນວນມະຫາສານຂອງພວກຕໍ່ຕ້ານການປະທ້ວງ ໄດ້ອອກ
ມາຂັດຂວາງພວກຂວາຈັດ ທີ່ເຕົ້າໂຮມກັນຢູ່ ຊຶ່ງຖືວ່າເປັນການໂຮມຊຸມນຸມຮັກຊາດ
ແຕ່ເຫດການດັ່ງກ່າວກໍໄດ້ຖືກຍົກເລີກໄປເຊັ່ນກັນ. ທ່ານ ເອດ ລີ ເຈົ້າເມືອງ ຊານ
ຟຣານຊິສໂກ ໄດ້ປະກາດວ່າ ຕົນໄດ້ຮັບໄຊຊະນະ ຈາກກຸ່ມທີ່ເອີ້ນວ່າເປັນພວກທີ່ຊັກ
ຊວນໃຫ້ມີການກຽດຊັງນັ້ນ.

ພວກຕຳຫຼວດເມືອງ ເບີກລີ ທົ່ວເຂດອ່າວ ຊານ ຟຣານຊິສໂກ ໄດ້ເອົາສິ່ງກີດຂວາງໄປ
ຕັ້ງໄວ້ຢູ່ອ້ອມສວນສາທາລະນະ ບ່ອນທີ່ພວກປະທ້ວງຈະໄປເຕົ້າໂຮມກັນຢູ່ ໃນວັນອາ
ທິດວານນີ້. ນອກນັ້ນ ພວກເຈົ້າໜ້າທີ່ກໍຍັງໄດ້ຈັດຕັ້ງສິ່ງກີດຂວາງທີ່ເປັນໂລຫະຂຶ້ນເຊັ່ນ
ກັນ ໂດຍມີພວກຕຳຫຼວດປະຈຳໜ້າທີ່ຢູ່.

ເມື່ອຕົກເຖິງປະມານ 9 ໂມງ 10 ໂມງເຊົ້າມາ ພວກຕຳຫຼວດ ໃສ່ຊຸດຕໍ່ຕ້ານການຈະລາ
ຈົນກໍຢືນເຝົ້າຍາມເຕັມຢູ່ທາງເຂົ້າປະຕູສວນສາທາລະນະ ເວລາພວກປະທ້ວງອັ່ງອໍຢູ່
ເຕັມຖະໜົນ. ພວກຜູ້ຄົນຍັງເຂົ້າໄປໃນສວນໄດ້ຢູ່ ຫຼັງຈາກໄດ້ກວດເບິ່ງຖົງເຂົາເຈົ້າ
ເພື່ອຊອກຫາສິ່ງຕ້ອງຫ້າມ ອັນມີລວມທັງໄມ້ຕີເບສບອລ ແລະ ໄມ້ແປ້ນແລ່ນສະເກດ
ແລ້ວ.

ຜູ້ໃດກໍຕາມທີ່ມີໝາ ຫຼື ໃສ່ຜ້າຜົກໜ້າ ຫຼື ຄຸມຫົວ ແມ່ນຈະຖືກຫ້າມບໍ່ໃຫ້ເຂົ້າໄປໃນສວນ
ດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງຄານ

XS
SM
MD
LG