ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະ​ລັດ ​ເປັນ​ເຈົ້າພາບ ຈັດ​ກອງ​ປະຊຸມ ​ຮັບ​ມື​ກັບ​ ພວກ​ກໍ່​ການ​ຮ້າຍ ກຸ່ມລັດ​ອິສລາມ


Counter-Islamic State Coalition Plots Next Steps
please wait

No media source currently available

0:00 0:01:38 0:00

ການວາງ​ແຜນ​ຂອງກຳລັງ​ປະສົມ ຕໍ່​ກຸ່ມ​ລັດ​ອິສລາມ

ບັນດາລັດຖະມົນ​ຕີ​ປ້ອງກັນ​ປະ​ເທດ ຈາກ ​30 ກວ່າປະ​ເທດ​ ໄດ້​ທົບ​ທວນ​ແລະ​ຕົກລົງ​ເຫັນ​ພ້ອມ ກ່ຽວ​ກັບ​ການ​ເອົາ​ບາດກ້າວ​ຂັ້ນ​ຕໍ່​ໄປ ທີ່​ຈະ​ຈັດການ​ກັບ​ກຸ່ມ​ລັດ​ອິສລາມ ​ຢູ່​ທີ່​ໝັ້ນ​ແຫ່ງສຸດ​ທ້າຍຂອງ​ກຸ່ມ​ດັ່ງກ່າວ.

ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ພົບ​ປະກັນ​ ​ກ່ຽວກັບ​ການ​ຮັບ​ມື​ກັບ​ກຸ່ມ​ລັດ​ອິສລາມ ຢູ່ທີ່ຖານ​ທັບ​ຮ່ວມ Andrew ຊຶ່ງ​ຕັ້ງຢູ່ນອກ​ນະຄອນຫຼວງ​ວໍ​ຊີງ​ຕັນ ທ່ານ Ash Carter ລັດຖະມົນ​ຕີ​ປ້ອງກັນ​ປະ​ເທດສະຫະລັດ ​ໄດ້​ກ່າວ​ວ່າ ​ບາດກ້າວ​ຂັ້ນ​ຕໍ່​ໄປຂອງແນວ​ໂຮມ ​ແມ່ນຈະ​ເຂົ້າເອົາເມືອງ Mosul ຊຶ່ງ​ເປັນ​ຖານ​ທີ່ໝັ້ນຂອງກຸ່ມ​ລັດ​ອິສລາມ​ໃນ​ອີຣັກ​ ແລະ​ເມືອງ Raqqah ຊຶ່ງກຸ່ມ​ກໍ່ ການ​ຮ້າຍ​ດັ່ງກ່າວ​ໄດ້​ປະກາດ​ເປັນ​ເມືອງ​ຫຼວງຂອງຕົນ ​ໃນ​ຊີ​ເຣຍນັ້ນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash Carter ​ເປີດ​ກອງປະຊຸມກຳລັງ​ປະສົມ ທີ່ ຄ້າຍ Andrews, Maryland, ຂ້າງນອກ​ນະຄອນຫຼວງ​ວໍ​ຊີ​ຕັນ, ກໍລະກົດ 20, 2016.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash Carter ​ເປີດ​ກອງປະຊຸມກຳລັງ​ປະສົມ ທີ່ ຄ້າຍ Andrews, Maryland, ຂ້າງນອກ​ນະຄອນຫຼວງ​ວໍ​ຊີ​ຕັນ, ກໍລະກົດ 20, 2016.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ Carter ​ໃຊ້ການ​ພົບ​ປະກັນ​ໃນ​ວັນ​ພຸດ​ວານ​ນີ້ ເພື່ອວາງ​ແຜນຍຸດ ​ທະ​ສາດ ໃນ​ການ​ເລັ່ງ​ລັດ​ການ​ບຸກ​ໂຈມ​ຕີໃນ​ອີຣັກ ​ແລະ​ຊີ​ເຣຍ ​ໂດຍ​ສະ​ເພາະ ປະຈຸ​ບັນ​ນີ້ ກຳລັງ​ຂອງ​ອີຣັກ ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າຍຶດ​ເອົາ​ເມືອງ Mosul ຄືນ ຊຶ່ງ​ເປັນ​ເມືອງ​ທີ່​ໃຫຍ່​ສຸດ​ຂອງ​ອີຣັກ ທີ່ຖືກ​ຄວບ​ຄຸມ​ໂດຍ​ກຸ່ມ​ກໍ່​ການ​ຮ້າຍດັ່ງກ່າວ.

“​ເວົ້າ​ເຖິງເມືອງ Mosul ​ແລ້ວ ພວກ​ເຮົາ​ບໍ່ຄວນຕີ​ລາຄາ​ຕ່ຳ​ເກີນ​ໄປ ​ໃນ​ການກະກຽມທີ່​ຈຳ​ເປັນ ​ໃນ​ການປະຕິບັດ​ງານ​ແບບ​ນັ້ນ,” ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ນາຍ​ພົນ Joseph Votel ຜູ້​ບັນຊາ​ການ CENTCOM ທີ່​ຄວບ​ຄຸມ​ການ​ປະຕິບັດ​ງານ​ທາງທະຫານ​ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ລັດຖະມົນຕີ​ຂອງ​ອົງການ NATO ທ່ານ Jens Stoltenberg ກຳລັງ​ກວດ​ແຖວ​ທະຫານ ທີ່ ຄ້າຍ Andrews, Maryland,ຂ້າງ​ນອກ Washington, D.C., ກໍ​ລະ​ກົດ 20, 2016.
ລັດຖະມົນຕີ​ຂອງ​ອົງການ NATO ທ່ານ Jens Stoltenberg ກຳລັງ​ກວດ​ແຖວ​ທະຫານ ທີ່ ຄ້າຍ Andrews, Maryland,ຂ້າງ​ນອກ Washington, D.C., ກໍ​ລະ​ກົດ 20, 2016.

ໃນສັບປະດາແລ້ວ​ນີ້ ສະຫະລັດ ​ໄດ້​ປະກາດ​ທີ່​ຈະ​ສົ່ງທະຫານຕື່ມ​ອີກ 560 ຄົນ ​ໄປ​ຊ່ອຍ​ໃນ​ການ​ວາງ​ແຜນ​ສູ້​ລົບ​ເພື່ອ​ເຂົ້າຍຶດ​ເອົາ​ເມືອງ Mosul ​ຄືນ ແລະ​ທ່ານ Carter ​ກໍໄດ້ປະ ກາດ​ອອກ​ໄປ ຫຼັງ​ຈາກພົບ​ປະກັນວ່າ ​ບັນດາ​ປະ​ເທດອື່ນໆ​ທີ່ຢູ່​ໃນ​ຫ້ອງ​ປະຊຸມ​ນັ້ນ ​ໄດ້​ສະ​ແດງ​ອອກໃຫ້​ເຫັນ​ເຖິງ​ຄວາມຕັ້ງ​ໃຈ ​ທີ່​ຈະປະກອບສ່ວນ​ເຂົ້າຮ່ວມ​ເພີ້ມຂຶ້ນເພື່ອ​ຊ່ອຍ​ເຮັດໃຫ້​ການ​ສູ້​ລົບ​ກັບກຸ່ມ​ລັດ​ອິສລາມປະສົບ​ກັບ​ຄວາມ​ສຳ​ເລັດ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG