ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາພະພິຂຸສົງໃນມຽນມາ ຮຽກຮ້ອງໃຫ້ສິ້ນສຸດຄວາມຮຸນແຮງ ໃນຂະນະທີ່ກຸ່ມປະ ທ້ວງຍັງດຳເນີນຢູ່ຕໍ່ໄປ


ພວກຕໍ່ຕ້ານການເຮັດລັດຖະປະການ ປະທະກັບກຳລັງຮັກສາຄວາມປອດໄພ ໃນນະຄອນຢ່າງກຸ້ງ ວັນທີ 17 ມີນາ 2021.
ພວກຕໍ່ຕ້ານການເຮັດລັດຖະປະການ ປະທະກັບກຳລັງຮັກສາຄວາມປອດໄພ ໃນນະຄອນຢ່າງກຸ້ງ ວັນທີ 17 ມີນາ 2021.

ສະມາຊິກຂັ້ນສູງສະພາພະພິກຂຸສົງອົງນຶ່ງຢູ່ໃນມຽນມາກ່າວວ່າ ຕົນຈະສັ່ງໃຫ້ໂຈະ ທຸກກິດຈະການ ທ່າມກາງການເພີ້ມທະວີ ແລະການທັບມ້າງທີ່ຮ້າຍແຮງຂຶ້ນຂອງ ພວກຜູ້ນຳທະຫານ ຕໍ່ພວກເດີນຂະບວນປະທ້ວງຕໍ່ຕ້ານລັດຖະປະຫານ.

ສະພາຄະນະກຳມະການ ສັງຫະ ມະຫາ ນາຢາກະ ຫຼື ມະ ຫາ ນະ ທີ່ມີສະມາ ຊິກ 47 ທ່ານ ຂອງປະເທດ ໄດ້ອອກຖະແຫຼງການ ໃນວັນພຸດວານນີ້ ຮຽກຮ້ອງ ໃຫ້ຍຸຕິຄວາມຮຸນແຮງ ອີງຕາມລາຍງານ ຂອງອົງການຂ່າວ ມຽນມາໃນປັດຈຸບັນ. ຄະນະກຳມະການທີ່ແຕ່ງຕັ້ງໂດຍລັດຖະບານດັ່ງກ່າວ ຍັງໄດ້ຮຽກຮ້ອງໃຫ້ຢຸດເຊົາ ໃນທັນທີເຊັ່ນດຽວກັນໃນການຈັບກຸມພວກພົົນລະເຮືອນທີ່ບໍ່ໄດ້ລະບຸຊື່ຈຳນວນນຶ່ງ.

ຄວາມບໍ່ສະຫງົບທີ່ໄດ້ເກີດຂຶ້ນໃນມຽນມາ ນັບແຕ່ທະຫານໄດ້ໂຄ່ນລົ້ມຜູ້ນຳທີ່ແທ້ ຈິງ ທ່ານນາງອອງຊານ ຊູຈີ ກ້າວເຂົ້າສູ່ມື້ທີ 44 ໃນວັນພຸດວານນີ້. ມີຄວັນໄຟ ພຸ່ງຂຶ້ນຈາກເຂດອຸດສາຫະກຳໃນນະຄອນຢ່າງກຸ້ງ ຊຶ່ງໄດ້ກາຍມາເປັນ ສະໜາມ ລົບທີ່ສໍາຄັນ ໃນການປະທ້ວງຢູ່ທົ່ວປະເທດຕໍ່ຕ້ານການເຮັດລັດຖະປະຫານຂອງ ທະຫານໃນວັນທີ 1 ກຸາພາ. ສ່ວນໃຫຍ່ຂອງນະຄອນດັ່ງກ່າວ ໄດ້ຢູ່ພາຍໃຕ້ກົດ ໄອຍະການເສິກຫຼັງຈາກໄດ້ມີການຈາລະຈົນທີ່ຮ້າຍແຮງໃນທ້າຍອາທິດທີ່ຜ່ານມາ.

ກຸ່ມສະມາຄົມຊ່ວຍເຫຼືອເປັນປາກສຽງໃຫ້ແກ່ນັກໂທດການເມືອງຫຼື AAPP ທີ່ໄດ້ ຕິດຕາມເບິ່ງຄວາມຮຸນແຮງກ່າວວ່າ ຫຼາຍກວ່າ 200 ຄົນ ໄດ້ຖືກຂ້າຕາຍ ຍ້ອນຄວາມບໍ່ສະຫງົບ. ກຸ່ມດັ່ງກກ່າວເວົ້າວ່າ ຈຳນວນຜູ້ເສຍຊີວິດຍ້ອນການຈາລະຈົນ ໃນວັນອາທິດແລ້ວນີ້ ໄດ້ເພີ້ມຂຶ້ນເຖິງ 74 ຄົນ ທີ່ເຮັດໃຫ້ເປັນວັນນອງເລືອດໃນ ການປະທ້ວງຕໍ່ຕ້ານທະຫານຮ້າຍແຮງສຸດ.

ນອກນັ້ນ ພະສັນຕະປະປາ ຍັງໄດ້ຮຽກຮ້ອງໃຫ້ຍຸດຕິການນອງເລືອດຢູ່ໃນມຽນມາ ໃນວັນພຸດວານນີ້ ຫຼັງຈາກໄດ້ເສັດສິ້ນການສູດມົນໃຫ້ແກ່ຄົນທົ່ວໄປ ປະຈຳອາທິດ ຢູ່ທີ່ວັງວາຕີກັນ.

ພະອົງຊົງກ່າວເຖິງເປັນການສະເພາະ “ດ້ວຍຄວາມເສົ້າໂສກພະໄທເປັນທີ່ສຸດ” ທີ່ ພວກຊາວໜຸ່ມ ຜູ້ທີ່ພະອົງກ່າວວ່າ “ສູນເສຍຊີວິດເຂົາເຈົ້າ ເພື່ອໃຫ້ຄວາມຫວັງແກ່ ປະເທດເຂົາເຈົ້າ.”

ການນຳເອົາຮູບພາບຂອງການປະທ້ວງທີ່ໄດ້ກາຍມາເປັນສັນຍາລັກໃນການລຸກຮື ຂຶ້ນ ພະສັນຕະປະປາແຟຣນຊິສ ຊົງກ່າວວ່າ “ເຖິງແມ່ນຂ້າພະເຈົ້າ ນັ່ງຄູ້ເຂົ່າລົງ ພືຶ້ນຖະໜົນຂອງມຽນມາແລະກ່າວວ່າ “ຢຸດເຊົາຄວາມຮຸນແຮງ.” ເຖິງແມ່ນວ່າຂ້າ ພະເຈົ້າເປີດອ້ອມແຂນຂ້າພະເຈົ້າ ແລະກ່າວວ່າ “ປ່ອຍໃຫ້ການສົນທະນາກັນເປັນ ຜູຊະນະ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG