ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຸ່ນສີແດງຢູ່ໃນພື້ນທີ່ຫ່າງໄກ ຂອງ ອອສເຕຣເລຍ ສາມາດໄຂຄໍາຖາມຕ່າງໆ ກ່ຽວກັບຊີວິດຢູ່ເທິງດາວພະອັງຄານໄດ້ບໍ?


ແຟ້ມຮູບ-ໃນຮູບຈາກອົງການ NASA, ເຮືອບິນເຮລີຄັອບເຕີ້ທົດລອງ ຂອງອົງການ NASA ລົງຈອດຢູ່ເທິງພື້ນຜິວຂອງດາວອັງຄານແບບທ່ຽງຕົງ, ໃນວັນທີ 19 ມີນາ 2021.
ແຟ້ມຮູບ-ໃນຮູບຈາກອົງການ NASA, ເຮືອບິນເຮລີຄັອບເຕີ້ທົດລອງ ຂອງອົງການ NASA ລົງຈອດຢູ່ເທິງພື້ນຜິວຂອງດາວອັງຄານແບບທ່ຽງຕົງ, ໃນວັນທີ 19 ມີນາ 2021.

​ພວກ​ນັກ​ຄົ້ນ​ຄວ້າ ຈາກ​ອົງ​ການ​ອະ​ວະ​ກາດ ຫຼື NASA ຂອງ​ສະ​ຫະ​ລັດ ເດີນ​ທາງ​ໄປ​ອອ​ສ​ເຕ​ຣ​ເລຍເພື່ອ​ທຳ​ການ​ວິ​ໄຈ​ທີ່​ອາດ​ຈະ​ຊ່ວຍ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ດາວ​ພະ​ອັງ​ຄານ​ ໃນ​ອະ​ນາ​ຄົດ. ຄະ​ນະ​ຜູ້​ແທນ​ຂອງ​ອົງ​ການ NASA ກຳ​ລັງ​ຊອກ​ຫາ​ຮ່ອງ​ຮອຍ​ ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ ໃນ​ຍຸກ​ເລີ້ມ​ຕົ້ນ​ຂອງ​ໂລກ ຊຶ່ງໃນ​ທີ່​ສຸດ​ຈະ​ຖືກ​ນຳ​ໄປ​ປຽບ​ທຽບ​ໃສ່​ຫີນ ທີ່​ນຳ​ກັບ​ຄືນ​ມາ​ຈາກ​ດາວ​ພະ​ອັງ​ຄານ. ຟິ​ລ ເມີ​ເຊີ ມີ​ລາຍ​ງານ​ຈາກອອ​ສ​ເຕ​ຣ​ເລຍ ຊຶ່ງ​ທິບ​ສຸ​ດາ ມີ​ລາຍ​ລະ​ອຽດ​ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ເຈົ້າ​ໜ້າ​ທີ່​ອົງ​ການ​ NASA ກ່າວ​ວ່າ ຫຼາຍ​ເຂດ​ຂອງ​ຟິ​ລ​ບາ​ຣາ ໃນ​ພາກ​ຕາ​ເວັນ​ຕົກ​ອອ​ສ​ເຕ​ຣ​ເລຍ ​ແມ່ນຄ້າຍ​ຄື​ກັນ​ກັບ​ວ່າ “ຢ້ອນ​ຄືນ​ຫຼັງ​ໃນ​ເວ​ລາ” ຊຶ່ງ​ໃນ​ບາງເຂດ ມີ​ອາ​ຍຸ​ເຖິງ 3 ພັນ 500 ​ລ້ານ​ປີ.

​ໃນຂີ້​ຝຸ່ນ​ສີ​ແດງ​ຂອງພື້ນ​ທີ່​ສອກ​ຫຼີກ​ຫ່າງ​ໄກອອ​ສ​ເຕ​ຣ​ເລຍ ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ຫຼັກ​ຖານ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ໃນ​ຍຸກ​ຕົ້ນໆ​ຂອງ​ໂລກ - ຄື​ຊາກ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ຂະ​ໜາດ​ນ້ອຍ ທີ່​ຫຸ້ມ​ດ້ວຍ​ຫີນ.

ຄະ​ນະ​ເຈົ້າ​ໜ້າ​ທີ່​ອົງ​ການ NASA ມີ​ແຜນ​ທີ່​ຈະ​ປຽບ​ທຽບ​ຕົວ​ຢ່າງ​ເຫຼົ່າ​ນີ້ ກັບ​ຕົວ​ຢ່າງ​ທີ່​ນຳ​ກັບ​ຄືນ​ມາ​ຈາກ​ດາວ​ພະ​ອັງ​ຄານ ເພື່ອ​ຢາກ​ຮູ້​ວ່າ ມັນ​ມີ​ລັກ​ສະ​ນະໃດໆ​ທີ່​ຄ້າຍ​ຄື​ກັນ​ຫຼື​ບໍ່. ອົງ​ການ NASA ກ່າວ​ວ່າ ມັນ​ອາດ​ຈະ​ໃຊ້​ເວ​ລາ​ດົນ​ກວ່າ​ນຶ່ງ​ທົດ​ສະ​ວັດ ກ່ອນ​ທີ່​ຈະ​ນຳ​ເອົາ​ຫີນ​ຈາກ​ດາວ​ພະ​ອັງ​ຄານ​ກັບ​ຄືນ​ມາ​ຍັງ​ໂລກ​ຂອງ​ເຮົາ​ໄດ້.

ທ່ານ​ເອ​ຣິກ ອຽນ​ສັນ (Eric Ianson) ແມ່ນຜູ້​ອຳ​ນວຍ​ການ ໂຄງ​ການ​ສຳ​ຫຼວດ​ດາວ​ພະ​ອັງ​ຄານ​ຂອງ​ອົງ​ການ NASA. ​ທ່ານ​ກ່າວ​ຕໍ່​ອົງ​ການ​ອອກ​ອາ​ກາດ​ ຂອງ
ອອ​ສ​ເຕ​ຣ​ເລຍ​ໃນ​ວັນ​ຈັນ​ແລ້ວນີ້​ວ່າ ຂີ້​ຝຸ່ນ​ສີ​ແດງ​ຂອງອອ​ສ​ເຕ​ຣ​ເລຍ ອາດ​ຈະ​ໃຫ້​ຮ່ອງ​ຮອຍ​ກ່ຽວ​ກັບ​ອະ​ດີດ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່​ດາວ​ພະ​ອັງ​ຄານ.

ແຟ້ມຮູບ-ຕົ້ນໄມ້ຕົ້ນນຶ່ງທີ່ຮູ້ໃນຊື່ Ghost Gum ສາມາດພົບເຫັນໄດ້ໃນເຂດຊານເມືອງ Stonehenge ເຊິ່ງເປັນຂົງເຂດທີ່ຢູ່ຫ່າງໄກ, ໃນແຂວງຄວີນແລນ, ອອສເຕຣເລຍ, ວັນທີ 2 ສິງຫາ 2017.
ແຟ້ມຮູບ-ຕົ້ນໄມ້ຕົ້ນນຶ່ງທີ່ຮູ້ໃນຊື່ Ghost Gum ສາມາດພົບເຫັນໄດ້ໃນເຂດຊານເມືອງ Stonehenge ເຊິ່ງເປັນຂົງເຂດທີ່ຢູ່ຫ່າງໄກ, ໃນແຂວງຄວີນແລນ, ອອສເຕຣເລຍ, ວັນທີ 2 ສິງຫາ 2017.

ທ່ານ​ອຽນ​ສັນກ່າວ​ວ່າ “ພວກ​ເຮົາ​ພວມ​ຊອກ​ຫາ​ໃນ​ອັນ​ທີ່​ເອີ້ນ​ວ່າ Stromatolites ຊຶ່ງ​ທີ່​ຈິງ​ແລ້ວ ​ແມ່ນ​ຫຼັກ​ຖານ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ບາງ​ຢ່າງ​ ໃນ​ຍຸກ​ຕົ້ນໆ ຢູ່​ໃນ​ໂລກ
ແລະ​ກໍ​ມີ​ຊາກ​ທີ່​ຖືກ​ເກັບ​ຮັກ​ສາ​ໄວ້​ຢູ່​ໃນ​ຫີນ ແລະ​ ມັນ​ພົວ​ພັນ​ກັບ​ດາວ​ພະ​ອັງ​ຄານ​ແນວ​ໃດ ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ກຳ​ລັງ​ເຮັດ​ວຽກຢູ່​ໃນ​ເວ​ລານີ້ ເພື່ອ​ນຳ​ເອົາ​ຕົວ​ຢ່າງ​ ​ກັບ​ຄືນ​ມາ​ຈາກ​ດາວ​ພະ​ອັງ​ຄານ -- ຫີນ​ຕົວ​ຢ່າງ ​ກັບ​ຄືນ​ມາ​ ຈາກ​ດາວ​ພະ​ອັງ​ຄານ -- ແລະ​ຖ້າ​ພວກ​ເຮົາ​ເຫັນ​ວ່າ ຄ້າຍ​ຄື​ກັນໃນ​ຮູບ​ແບບ​ແລະ​ຮ່ອງ​ຮອຍ​ແລ້ວ ມັນ​ອາດ​ສະ​ແດງ​ໃຫ້​ເຫັນ​ວ່າ ສິ່ງ​ທີ່​ມີ​ຊິວິດ ໃນ​ຄວາມ​ຈິງ​ແລ້ວອາດ​ມີ​ຢູ່​ໃນ​ອະ​ດີດ​ຜ່ານ​ມາ ເທິງ​ດາວ​ພະ​ອັງ​ຄານ.”

ນອກນັ້ນອົງ​ການ NASA ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອາດ​ຈະ​ມີ​ການ​ສົ່ງ​ມະ​ນຸດ​ໄປ​ປະ​ຕິ​ບັດ​ງານ ​ເທິງ​ດາວ​ພະ​ອັງ​ຄານ ພາຍ​ໃນ​ກາງ ຫາ​ທ້າຍ​ປີ 2030 ແຕ່​ຍັງ​ບໍ່​ທັນ​ມີ​ກຳ​ນົດ​ເວ​ລາ​ທີ່​ຄັກ​ແນ່​ເທື່ອ.

ອອ​ສ​ເຕ​ຣ​ເລຍ​ໄດ້​ເຮັດ​ວຽກ​ໃນ​ດ້ານ​ອະ​ວະ​ກາດ ຮ່ວມ​ກັບ​ສ​ະ​ຫະ​ລັດ ມາ​ໄດ້​ຫຼາຍ
ທົດ​ສະ​ວັດ​ແລ້ວ ຮວມ​ທັງ​ຊ່ວຍ​ອອກ​ອາ​ກາດ​ໂຄງ​ການ​ລົງ​ຈອດ​ເທິງດວງ​ຈັນ​ຂອງ

​ຍານອາ​ປອ​ລ​ໂລ​ທີ 11 ​ໄປ​ຍັງ​ທົ່ວ​ໂລກ ໃນ​ປີ 1969.

ແຟ້ມຮູບ-ໃນຮູບຂອງວັນທີ 20 ກໍລະກົດ 1969 ທີ່ນໍາອອກມາເຜີຍແຜ່ໄດ້ ໂດຍອົງການ NASA, ນັກບິນອະວະກາດ Buzz Aldrin, ເຊິ່ງເປັນຜູ້ຂັບຍານ ລູນາ, ຍ່າງເທິງໜ້າດວງເດືອນ ໃນລະຫວ່າງການປະຕິບັດໜ້າທີ່ນອກໂລກຂອງຍານ Apollo 11.
ແຟ້ມຮູບ-ໃນຮູບຂອງວັນທີ 20 ກໍລະກົດ 1969 ທີ່ນໍາອອກມາເຜີຍແຜ່ໄດ້ ໂດຍອົງການ NASA, ນັກບິນອະວະກາດ Buzz Aldrin, ເຊິ່ງເປັນຜູ້ຂັບຍານ ລູນາ, ຍ່າງເທິງໜ້າດວງເດືອນ ໃນລະຫວ່າງການປະຕິບັດໜ້າທີ່ນອກໂລກຂອງຍານ Apollo 11.

ສະ​ຖານ​ທີ່​ທິດ​ບິນ​ບິ​ລ​ລາ (Tidbinbilla) ທີ່​ຕັ້ງ​ຢູ່​ໃກ້ໆ​ນະ​ຄອນ​ຫຼວງ​ແຄນ​ເບີ​ຣາ​ແມ່ນ​ສະ​ຖາ​ນີ​ຕິດ​ຕາມ​ພຽງ​ແຫ່ງ​ດຽວ​ຂອງ​ອົງ​ການ NASA ທີ່​ຍັງ​ປະ​ຕິ​ບັດ​ງານ
ຢູ່​ໃນ​ອອ​ສ​ເຕ​ຣ​ເລຍ.

ພວກ​ນັກ​ວິ​ສະ​ວະ​ກອນ ແລະ​ວິ​ທະ​ຍາ​ສາດ ອອ​ສ​ເຕ​ຣ​ເລຍ ຈະ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ງານ​ອາ​ເທ​ມິ​ສ 2. ພວກ​ເຂົາ​ເຈົ້າ​ພວມ​ພັດ​ທະ​ນາ​ລົດ​ນ້ອຍ​ອິດ​ສະ​ຫຼະ ເພື່ອ​ສົ່ງ​ໄປ​ຍັງ​ດວງ​ຈັນ ແລະ​ຍັງ​ຈະ​ຈັດ​ຕັ້ງ​ການ​ຕິດ​ຕໍ່ ກັບ​ພວກ​ນັກ​ບິນ​ອະ​ວະ​ກາດ ​ທີ່​ເດີນ​ທາງ​ໄປ​ລົງ​ຢູ່​ເທິງພື້ນດວງ​ຈັນ​ຈຸ​ທຳ​ອິດ ນັບ​ແຕ່​ປີ 1972 ເປັນ​ຕົ້ນ​ມາ. ການ​ປະ​ຕິ​ບັດ​ງານ​ດັ່ງ​ກ່າວ ອາດ​ຈະ​ມີ​ຂຶ້ນ​ໃນ​ປີ 2025 ຫຼື​ 2026.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG