ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີ 2018 ອາດສາມາດເປັນປີ "ການເມືອງແມ່ຍິງ" ກໍເປັນໄດ້


Could 2018 Be Politically 'The Year of the Woman'
please wait

No media source currently available

0:00 0:03:14 0:00

ມີ​ຜູ້​ຊາຍຫລາຍ​ກວ່າ​ແມ່ຍິງ 5 ຕໍ່ 1 ຢູ່​ໃນ​ສະພາ​ສະຫະລັດ. ​ແຕ່​ໃນເວລາ​ນີ້ມີບາງຄົນພາ
ກັນ​ຮຽກຮ້ອງໃຫ້​ການ​ເລືອກ​ຕັ້ງ​ປີ 2018 ເປັນ “ປີແມ່ຍິງ” ໂດຍໃຫ້ເລືອກເອົາຍິງ​ຫລາຍ
ເທົ່າທີ່ຈະ​ຫລາຍ​ໄດ້ ​ເຖິງ​ແມ່ນ​ວ່່າ​ເປັນພວກ​ທີ່​ບໍ່​ມີ​ປະສົບ​ພະການກໍຕາມ ໃຫ້ພາກັນ​ສະ
ໝັກເຂົ້າແຂ່ງ​ຂັນ​ທາງການ​ເ​ມື​ອງ. ສຳລັບ​ຈຳນວນ​ນຶ່ງ​ ຊຶ່ງເປັນປະຕິກິລາຕໍ່​ເລືອກ​ຕັ້ງເອົາ​ປະທານາທິບໍດີ​ທຣໍານັ້ນ ແມ່ນໄດ້ມີການ​ປະ​ທ້ວງ​ໂດຍພວກແມ່ຍິງ​ອາ​ເມຣິກັນຫລາຍ​ສິບ​|
ພັນ​ຄົນ. ພວກ​ເຮົາເລີ້ມຊອກ​ຫາ​ສະມາຊິກພັກເດ​ໂມ​ແຄຣັດ ​ແລະ ພັກຣີ​ພັບ​ບລິ​ກັນຜູ້​ທີ່​ໄດ້ຮັບແຮງດົນ​ໃຈ​ ໃຫ້​ລົງ ສະໝັກ​ເປັນ​ເທື່ອ​ທຳ​ອິດ​ໃນ​ຊີວິດ​ຂອງເຂົາ​ເຈົ້າ. Carolyn
Presuitti ນັກ​ຂ່າວວີ ​ໂອ​ເອ ມີລາຍ​ງານ ກ່ຽວກັບການຕັດສິນໃຈແລະ​ຄວາມ​ຫຍຸ້ງຍາກ​ທີ່ບັນດາແມ່ຍິງ ເຫລົ່ານີ້ປະເຊີນໜ້າ ໃນຂະນະທີ່ເຂົາເຈົ້າລົງສະໝັກແຂ່ງຂັນກັບພວກ
ຜູ້ຊາຍທີ່ຢູ່ ໃນຕຳແໜ່ງແລ້ວນັ້ນ. ກິ່ງສະຫວັນຈະນຳເອົາລາຍລະອຽດ ມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ການ​ເດີນ​ສວນສະໜາມ​ຢູ່​ໃນ​ເມືອງ​ແມ່ນ​ອັນ​ດັບ​ທີ່ສຳຄັນສຸດ.ພ້ອມ​ດ້ວຍການແຂ່ງຂັນ
​ກິລາBaseball ​ແລະເຂົ້າໜົມ apple pieນີ້​ເປັນ​ປະ​ເພີ​ນີທີ່ແທ້ຈິງຂອງຊາວອາ​ເມຣິກັນ​.
“ນີ້​ແມ່ນ​ສິ່ງທີ່ປະຊາທິປະ​ໄຕຄວນຈະເປັນ.” ແລະ ໃນເສັ້ນທາງດັ່ງກ່າວນັ້ນ ຜູ້​ສະໝັກ​
ທາງການ​ເມືອງ​ຈະ​ໄດ້ຈັບ​ມື​ສະບາຍດີ​ກັບ​ຫລາຍໆ​ຄົນ. “ຂອບ​ໃຈ​ທີ່​ອອກ​ມາ​ມື້​ນີ້.”
ຍາ​ນາງ Jennifer Zordani ຈຳ​ເປັນ​ຕ້ອງເຮັດ. ທ່ານ​ນາງຍັງໃໝ່​ອ່ຽມຕໍ່​ການ​ເມືອງ.
ໃນຂະນະທີ່ທ່ານນາງເບິ່ງສະມາຊິກສະພາພັກຣີພັບບລິກັນປະຈຳເຂດ ໄດ້ຮັບຄະແນນ
ຫຼາຍຂຶ້ນເລື້ອຍໆຈາກພວກນິຍົມແນວທາງເດີມຢູ່ນັ້ນ.

​ຍານາງ Jennifer Zordani ຜູ້ສະໝັກເປັນສະມາຊິກສະພາພັກເດໂມແຄຣັດ ກ່າວວ່າ “ຂ້າພະເຈົ້າຄິດວ່າ ຂ້າພະ​ເຈົ້າຈະຈົ່ມວ່າໄປເລື້ອຍໆບໍ ຂ້າພະເຈົ້າຫວັງວ່າ ຈະມີ
ບາງສິ່ງບາງ​ຢ່າງປ່ຽນແປງບໍ? ຫລືວ່າ ຂ້າພະເຈົ້າຈະອອກໄປທີ່ນັ້ນ ແລະເລີ້ມເຮັດ
ວຽກ?”

ກ່ອນອື່ນ ຍານາງຕ້ອງຊະນະການເລືອກຕັ້ງຂັ້ນ​ຕົ້ນຂອງພັກເດໂມແຄຣັດ ຕໍ່ແມ່ຍິງຄົນ
ນີ້.ຍານາງ Kelly ກ່າວວ່າ “ພວກເຈົ້າຈະພາກັນປ່ອນບັດບໍ?” ແມ່ຍິງຄົນນຶ່ງຕອບວ່າ:
“ແມ່ນແລ້ວ” ແລະແມ່ຍິງຄົນນີ້ ​ເປັນເຈົ້າຂອງຮ້ານຂາຍປື້ມ ແລະຄະນະກຳມະການສະ
ພາແມ່ຍິງ. ແລະມີໃຜອີກແດ່?

ຍານາງ Becky Anderson Wilkins ຜູ້ສະໝັກເປັນສະມາຊິກສະພາພັກເດໂມແຄ
ຣັດ ກ່າວວ່າ “ໂອເຄ ເບິ່ງດຸ” ມີ “Carole Cheney, Kelly Mozeski ເອີ Amanda Holland.”

ແຕ່ຖ້າບຶດນຶ່ງ ຍັງມີອີກຫລາຍຄົນ ມີຢູ່ທັງໝົດ 1-2-3-4-5 ມີແມ່ຍິງຈາກພັກເດໂມແຄ
ຣັດຫົກຄົນ ທີ່ລົງແຂ່ງຂັນ.

ແລະເພາະສະນັ້ນຍານາງ Zordani ແມ່ນຍາດເອົາທຸກໆການລົງຄະແນນສຽງ. ຍານາງ
Jennifer ກ່າວວ່າ “ຂ້າພະເຈົ້າເກັບກຳເອົາລາຍເຊັນເພື່ອຢາກມີຊື່ໃນການເລືອກຕັ້ງ.”
“ຂອບໃຈ ຂ້າພະເຈົ້າຈະເອົາການເຝິກຫັດໃຫ້ອ່ານໜ້ອຍນຶ່ງ.”

ຖ້າຫາກຍານາງຊະນະ ຍານາງ Zordani ຈະເປັນແມ່ຍິງຄົນທຳອິດ ທີ່ບໍ່ເຄີຍມີມາກ່ອນ ຕາງໜ້າບໃຫ້ຜູ້ປ່ອນບັດເຂດ 6 ຂອງລັດ Illinois. “ຂອບໃຈ ຂໍໃຫ້​ເປັນ​ມື້ອັນຍິ່ງໃຫຍ່
​ແກ່​ທ່ານ.”

ພວກແມ່ຍິງແມ່ນປະກອບເປັນຫລາຍກວ່າເຄິ່ງຂອງປະຊາກອນອາເມຣິກັນ ແຕ່ ມີໜ້ອຍ
ກວ່ານຶ່ງສ່ວນສີ່ຂອງບັນດາສະມາຊິກສະພາສູງ​ແລະ​ບັນດາ​ສະມາຊິກ​ສະ ພາ​ຕໍ່າທີ່​ເປັນ
​ແມ່ຍິງ. ແລະໜ້ອຍກວ່ານັ້ນແມ່ນພວກແມ່ຍິງຜິວດຳ.

“ສະບາຍດີ ທ່ານ Ramos.”

ຢູ່ລັດ California ຍານາງ Aja Smith ພະຍາຍາມທີ່ຈະປ່ຽນ​ແປງເລື້ອງດັ່ງ ກ່າວ.

“ຂ້າພະເຈົ້າເປັນຜູ້ສະໝັກ ສະມາຊິກສະພາເຂດ 41.”

ຍານາງເປັນຊາວອາເມຣິກັນເຊື້ອສາຍອາຟຣິກາຈາກເຮຕີທີ່ ຊຶ່ງເປັນຜູ້ສະໝັກສັງກັດ
ພັກຣີພັບບລີກັນ ຍັງໃໝ່ຢູ່ຕໍ່ການເມືອງ.

ຍານາງ Aja Smith ກ່າວວ່າ “ຂ້າພະເຈົ້າໂທລະສັບມານີ້ ເພື່ອຂໍການສະໜັບສະໜູນ
ຈາກທ່ານ ເພື່ອບໍລິຈາກເລັກນ້ອຍ.”

ຍານາງ Smith ກ່າວວ່າ ເງິນ​ເປັນ​ການຂູ່​ຂວັນ​ສຳລັບພວກແມ່ຍິ່ງຊົນກຸ່​ມນ້ອຍ. ຍານາງ
ຫາເງິນ ໄດ້ 10,000 ໂດລາໂດຍມີເປົ້າໝາຍທີ່ຈະຊອກຫາເງິນໃຫ້ໄດ້ 100,000 ໂດລາ ພາຍໃນເດືອນມັງກອນຈະມາເຖິງນິ້.

ຍານາງ Aja ກ່າວວ່າ “ເຂົາເຈົ້າໄດ້ໃຫ້ຄຳໝັ້ນສັນຍາກ່ຽວກັບວຽກການທັງໝົດນີ້
ແຕ່ເດົາເບິ່ງດຸ? ສ່ວນໃຫຍ່ແລ້ວແມ່ນຄວບຄຸມໂດຍເຄື່ອງຈັກ.


ຍານາງ Smith ແມ່ນທະຫານຜ່ານເສິກ ລົງແຂ່ງຂັນ​ກັບສະມາຊິກພັກເດໂມ ແຄຣັດ
ທີ່ເປັນຜູ້ຊາຍແລະຢູ່ໃນຕຳແໜ່ງເວລານີ້ ທີ່ບໍ່ເຄີຍຮັບໃຊ້​ໃນກອງທັບມາ ກ່ອນ.

“ພວກເຮົາເປັນາຍຈ້າງທີ່ໃຫຍ່ສຸດໃນເຂດນີ້.”

ປັດຈຸບັນນີ້ ຍານາງເຮັດວຽກເປັນພົນລະເຮືອນຢູ່ຖານທັບ ຂອງກອງບັນສຳລອງ
March Air Reserve ໃນເມືອງທີ່ໃຫ້ການສະໜັບສະໜູນແກ່ກອງທັບ.

ນາງ Aja ກ່າວວ່າ “ຂ້າພະເຈົ້າເປັນຄົນທົ່ວໆໄປທີ່​ໄດ້ກ່າວວ່າ ຂ້າພະເຈົ້າອິ່ມພໍ
ແລ້ວ ແລະຕ້ອງການລົງສະໝັກເອົາສິ່ງໃດສິ່ງນຶ່ງ ແລະຕ້ອງການຢາກເປັນ ປາກເປັນສຽງທີ່ໃຫຍ່ກວ່າເກົ່າ.”

ຍານາງ Smith ກ່າວວ່າ ນາງເບິ່ງຄືວ່າ ເປັນຄົນຢູ່ກັບປະຊາຄົມຂອງ​ນາງ. ຫລາຍກວ່າ
ຜູ້ສະໝັກຣິພັບບລິກັນທີ່ເຄີຍມີມາ ທີ່ກ່າວກັນວ່າ ເປັນ “ຜູ້ຊາຍ​ຜິວຂາວ ອາຍຸສູງ
ທີ່ຮັ່ງມີ.
ເຮົາຈະເຮັດຢ່າງໃດ ກ່ຽວກັບບັນຫາຄົນບໍ່ມີເຮືອນຢູ່ ຂອງພວກເຮົາ?”

ກຸ່ມສະມາຊິກພັກຣີພັບບລິກັນດັ່ງກ່າວນີ້ ກຳລັງພິຈາລະນາ ໃຫ້ການສະໜັບສະໜູນ
ຕໍ່ຍານາງ Smith.

ຍານາງ Sharon Carey ຢູ່ເມືອງ Riverside ລັດ California ທີ່ສະໜັບສະໜູນທ່ານ
ທຣໍາກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນຫຍຸ້ງຍາກປັດຈຸບັນນີ້. ໂດຍ ສະເພາະບັນຍາກາດ
ທາງດ້ານການເມືອງໃນເວລານີ້. ຂ້າພະເຈົ້າຄິດວ່າ ມັນ ຈະຕ້ອງໃຊ້ບຸກຄົນທີ່ກ້າຫານ
ພິເສດລົງສະໝັກ.”

ພວກແມ່ຍິງເກືອບ 400 ຄົນຄືກັນກັບຍານາງ Smith ແລະຍານາງ Zordani ທີ່ມີ “ຄວາມກ້າຫານດັ່ງກ່າວ” ຈະລົງສະໝັກເປັນສະມາຊິກສະພາໃນປີໜ້າ. ຖ້າຫາກວ່າ
ເຂົາເຈົ້າສ່ວນໃຫຍ່ ຊະນະການ​ເລືອກ​ຕັ້ງຂັ້ນຕົ້ນ ຫລາຍຄົນອາດຈະເບິ່ງເຫັນວ່າ ປີ
2018 ເປັນ “ປີຂອງພວກແມ່ຍິງ.

XS
SM
MD
LG