ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕຳຫລວດ​ Costa Rica ຍຶດ​ໄດ້​ ຢາ​ໂຄ​ເຄນ ຫລາຍ​ກ່ວາ 4 ​ໂຕນ (ວີດີໂອ)


COSTA RICA DRUGS VO
please wait
Embed

No media source currently available

0:00 0:00:27 0:00

ຢາ​ໂຄ​ເຄນ ທີ່ຕຳຫລວດ​ໃນປະ​ເທດ Costa Rica ຍຶດ​ໄດ້ ​ຫລາຍ​ກ່ວາ 4 ​ໂຕນ.

ຕຳຫລວດ​ໃນປະ​ເທດ Costa Rica ຍຶດ​ໄດ້​ຢາ​ໂຄ​ເຄນຫລາຍ​
ກ່ວາ 4 ​ໂຕນ ຈາກ​ເຮືອ​ໄວ​ຫລາຍ​ລຳ ທີ່​ປອມແປງເປັນ​ເຮືອ​ຫາ​ປາ.

ລັດຖະມົນຕີ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ Costa Rica ທ່ານ
Celso Gamboa ​ເວົ້າ​ວ່າ:

“ຂ່າວ​ສືບ​ລັບ ​ທີ່​ໄດ້​ມາ​ຢູ່​ໃນ​ປະ​ເທດ​ນີ້ ຊຶ່ງ​ບາດ​ແລ້ວ ​ໄດ້​ກາຍ​ມາ​ເປັນ​ການ​ປະຕິ​
ບັດ​ງານ​ທາງ​ທະ​ເລ ​ແລະ​ຍ້ອນ​ການ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ​ພັນທະ​ມິດ​ທີ່​ມີ​
ອຳນາດ ທີ່ Costa Rica ​ມີ​ຢູ່​ນັ້ນ ໄດ້​ອຳນວຍ​ໃຫ້ພວກ​ເຮົາ​ໄດ້​ສ້າງ​ຄວາມ​ເສຍ​
ຫາຍ​ໜັກທີ່ວຸດ​ບັ້ນ​ນຶ່ງ ​ໃຫ້​ແກ່ພວກ​ພໍ່ຄ້າ​ຢາ​ເສບ​ຕິດ​ ​ໃນ​ເວລາ​ບໍ່​ຮອດ​ສອງ​ວັນ.”


ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ສຸ​ກຜ່ານ​ມາ​ວ່າ ຢາ​ເສບ​ຕິດ​ເຫ​ລົ່າ​ນັ້ນ ຖືກ​ເຊື່ອງ​ມາ​ໃນ​ເຮືອ​
ສາມ​ລຳ ທີ່​ແລ່ນ​ຢູ່​ຫ່າງ​ໄກ​ກັນ​ຫລາຍ​ຮ້ອຍ​ຫລັກ ຢູ່ນອກ​ຝັ່ງ​ທະ​ເລ​ຂອງ Costa
Rica ອອກ​ໄປ​ໃກສົມຄວນ.

ຕຳຫລວດ​ກ່າວ​ວ່າ ມີ​ຊາວ Costa Rica 11 ຄົນ ຖືກ​ຈັບ​ໄດ້ ທີ່​ພົວພັນ​ກັບ​ການ​
ຈັບ​ຢາ​ເສບ​ຕິ​ດດັ່ງກ່າວ​.

​ເຈົ້າ​ໜ້າ​ທີ່ໃຫ້​ຮູ້​ອີກ​ວ່າ ຢ່າງ​ນ້ອຍ​ເຮືອ​ລຳ​ນຶ່ງ​ໃນ​ນັ້ນ ຖືກ​ຍຶດ​ໄດ້​ໃນການ​ປະຕິບັດ
ງານ​ຮ່ວມ​ກັນ​ກັບ​ໜ່ວຍ​ຍາມ​ຝັ່ງ​ຂອງ​ສະຫະລັດ ຊຶ່ງ​ທຳ​ການ​ລາດຕະ​ເວນ​ຢູ່​ນອກ
​ຝັ່ງ​ທະ​ເລ​ຂອງ Costa Rica ​ເຊັ່ນ​ກັນ​ນັ້ນ.


Police in Costa Rica have seized more than four tons of cocaine
from speedboats disguised as fishing vessels.

Costa Rican Public Security Minister, Celso Gamboa - in SPANISH.

"Intelligence generated in this country, which then translated
intomaritime operations (and) thanks to the powerful allied
countries

that Costa Rica has, allows to give one of the strongest blows
todrug trafficking in less than two days."


Authorities said Friday the drugs were stashed on three boats
several hundred kilometers apart, far off the coast of Costa Rica.

Police say 11 Costa Ricans have been arrested in connection
withthe drug seizure.

Officials say at least one of the boats was seized in a joint operation
with the U.S. Coast Guard, which also patrols the Costa Rican coast.
XS
SM
MD
LG