ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ນຳ​ທ່ຽວ Costa Concordia ໄປຮອດບ່ອນ ທີ່ຈະຖືກມ້າງ ເປັນເສດເຫລັກແລ້ວ (ສະໄລດ໌/ວີດີໂອ)


ບັນດາເຮືອລາກ ກຳລັງຊຸກ ເຮືອນຳທ່ຽວ Costa Concordia ເຂົ້າໄປໃນທ່າເຮືອ Genoa ໃນພາກເໜືອ ຂອງອີຕາລີ ບ່ອນທີ່ມັນຈະຖືກມ້າງເປັນເສດເຫຼັກ, ວັນທີ 27 ກໍລະກົດ 2014.
ບັນດາເຮືອລາກ ກຳລັງຊຸກ ເຮືອນຳທ່ຽວ Costa Concordia ເຂົ້າໄປໃນທ່າເຮືອ Genoa ໃນພາກເໜືອ ຂອງອີຕາລີ ບ່ອນທີ່ມັນຈະຖືກມ້າງເປັນເສດເຫຼັກ, ວັນທີ 27 ກໍລະກົດ 2014.

ເຮືອ​ນຳ​ທ່ຽວ Costa Concordia ​ຂອງອີ​ຕາ​ລີ ທີ່​ຫຸ້ມໄປ​ດ້ວຍ
​ຂີ້ໝ້ຽງ ​ໄດ້​ໄປ​ຮອດ​ຈຸດໝາຍ​ປາຍທາງ​ສຸ​ດທ້າຍຂອງ​ມັນ​ແລ້ວ
ຫຼັງຈາກ​ການ​ປະຕິບັດ​ງານ ກອບ​ກູ້​ເປັນ​ເວລາ 2 ປີ ຢູ່​ນອກ​ຝັ່ງ
​ເກາະ Giglio ຂອງອີ​ຕາ​ລີ ​ບ່ອນ​ທີ່ເຮືອ​ນຳ​ທ່ຽວລຳ​ນັ້ນ ​ໄດ້​ແລ່ນ
​ເຂົ້າ​ຕຳ​ໂຂ​ດຫີ​ນ​ໃຕ້​ທະ​ເລ ​ແລ້ວ​ປິ້ນ​ຂວ້ຳ​ເມື່ອ 2 ປີ​ກ່ອນ​ ​ເຮັດ
​ໃຫ້ 32 ຄົນ​ເສຍ​ຊີວິດ.

ມີເຮືອຂະ​ບວນນຶ່ງ​ຕິດຕາມ​ໄປ​ນຳ ເຮືອ​ນຳ​ທ່ຽວດັ່ງກ່າວ ​ແລະ
ບັນດາເຮືອ​ລາກ ​ໃນ​ວັນ​ອາທິດ​ມື້​ນີ້ ຂະນະ​ທີ່​ເດີນທາງ​ໄປ​ຍັງ
ທ່າ​ເຮືອ​ Genoa ທາງພາກຕາ​ເວັນ​ຕົກ​ສຽງ​ເໜືອຂອງອີ​ຕາ​ລີ
​ບ່ອນ​ທີ່ມັນ​ຈະ​ຖືກ​ມ້າງ​ເປັນ​ເສດ​ເຫຼັກ.

ຄະນະ​ປະຕິບັດ​ງານ​ກອບ​ກູ້​ໄດ້​ຕັ້ງ ເຮືອ​ນຳ​ທ່ຽວ Costa Concordia ​ ຂຶ້ນ​ ໃຫ້​ລອຍ​ລຳ​
ໄດ້ຄືນ ຢ່າງສຳ​ເລັດຜົນ ​ເມື່ອຫຼາຍອາທິດ​ຜ່ານ​ມາ​ແລ້ວ.

ເຮືອ​ນຳ​ທ່ຽວດັ່ງກ່າວ ​ໄດ້​ງ່ຽງ​ໄປ​ທາງ​ຂ້າງ​ ​ມັນ​ຈົມ​ນ້ຳລົງ. ​ແລະໄດ້​ຖືກ​ດຶງຕັ້ງ​ຂຶ້ນຄືນ ​ໃນ​
ເດືອນກັນຍາປີ​ກາຍ​ນີ້ ​ເພື່ອ​ຕຽມ​ມັນ​ສຳຫລັບຂັ້ນ​ຕອນ ການລອຍ​ລຳ ​ເພື່ອ​ລາກ​ໄປ​ຍັງ
Genoa.

​ເຈົ້າຂອງ​ເຮືອ​ນຳ​ທ່ຽວ Costa Concordia ປະ​ເມີນຄ່າໃຊ້​ຈ່າຍ​ໃນ​ການກອບກູ້​ ມາ​ເຖິງ​ຕອນນີ້ ​ແມ່ນຕົກ​ເປັນຫຼາຍກວ່າ 1400 ລ້ານ​ດອລລ່າ​ແລ້ວ ບວກ​ກັບ​ງົບປະມານຫຼາຍລ້ານ​ດອລລ່າ ສຳ​ຫລັບການ ມ້າງເຮືອ​ນຳ​ທ່ຽວ​ລຳ​ນີ້ ໄປເປັນ​ເສດ​ເຫຼັກ.

ITALY SHIP VO
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG