ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ການສໍ້ໂກງຂອງເຈົ້າໜ້າທີ່ ແລະການບໍ່ປະຕິບັດຕາມລະບຽບ ຂອງປະຊາຊົນຈໍານວນນຶ່ງ ຄືບັນຫາໃນການສະກັດກັ້ນໂຄວິດ


ພະນັກງານແພດ ກຳລັງນຳເອົາຄົນຕິດເຊື້ອໄວຣັສ ໂຄວິດ-19 ໄປຮັກສາ ໃນເຂດນະຄອນຫຼວງວຽງຈັນ.
ພະນັກງານແພດ ກຳລັງນຳເອົາຄົນຕິດເຊື້ອໄວຣັສ ໂຄວິດ-19 ໄປຮັກສາ ໃນເຂດນະຄອນຫຼວງວຽງຈັນ.

ຂະນະທີ່ລາວ ກໍາລັງຈະເປີດປະເທດ ແລະຈັດບຸນທາດຫຼວງຕາມປະ ເພນີໃນອາທິດນີ້ ແລະກຽມຮັບຕ້ອນວັນຊາດທີ 2 ທັນວາ ທີ່ຈະມີພິທີເປີດການໃຊ້ທາງລົດໄຟຄວາມໄວສູງຢ່າງເປັນທາງການຢູ່ນີ້ ລັດຖະບານລາວກໍປະສົບກັບຄວາມຫຍຸ້ງຍາກຫລາຍ ໃນການສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນຢູ່ໃນນະຄອນຫລວງວຽງຈັນບ່ອນທີ່ເປັນຈຸດດຸເດືອດຂອງ ການແຜ່ລະບາດຂອງໂຄວິດ-19 ມາໄດ້ຫຼາຍເດືອນແລ້ວນັ້ນ. ທັງນີ້ກໍເປັນຍ້ອນການບໍ່ປະຕິບັດມາດຕະການຈໍາກັດການແຜ່ລະບາດຂອງພະຍາດ, ການສໍ້ໂກງຂອງພະນັກງານກ່ຽວຂ້ອງແລະການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່. ໄຊ​ຈະ​ເລີນສຸກ​ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ອີກບໍ່ເທົ່າໃດວັນ ງານບຸນນະມັດສະການພະທາດຫລວງໃນນະຄອນຫລວງວຽງ ຈັນ ຊຶ່ງເປັນງານມະໂຫລານບຸນປະຈໍາປີ ຕາມປະເພນີທີ່ມີຊື່ລືນາມຂອງລາວ ກໍ ຈະຈັດຂຶ້ນແລ້ວ ກໍຄື ນັບແຕ່ວັນທີ 17 ຫາ 19 ອາທິດນີ້. ທາງການລາວໄດ້ມີແຜນທີ່ຈະເປີດໃຫ້ທໍາການສະເຫລີມສະຫລອງກັນໃນລະດັບໃດນຶ່ງ. ຂະນະດຽວກັນຊາວລາວທົ່ວປະເທດ ກໍກໍາລັງກະກຽມຕ້ອນຮັບວັນຊາດທີ 2 ທັນວາ ຊຶ່ງປີນີ້ຈະເປັນປີພິເສດທີ່ສຸດ ເພາະ ສປປ ລາວ ຈະໄດ້ຈັດພິທີເປີດການບໍລິການທາງລົດໄຟຄວາມໄວສູງ ຢ່າງເປັນປະຫວັດການ ໄປພ້ອມໆກັບການສະຫລອງວັນສ້າງຕັ້ງປະເທດຄົບຮອບ 47 ປີ. ໃນນັ້ນທາງການລາວມີແຜນທີ່ຈະເປີດປະເທດ ໃຫ້ນັກທ່ອງທ່ຽວ ທັງພາຍໃນແລະຈາກຕ່າງປະເທດເດີນທາງໄປທ່ອງທ່ຽວແຫ່ງ ຕ່າງໆໄດ້. ແຕ່ວ່າໃນເຂດນະຄອນຫລວງວຽງຈັນ ທີ່ຍັງສືບຕໍ່ເປັນເຂດທີ່ມີປະຊາ ຊົນຕິດໄວຣັສໂຄໂຣນາຫຼາຍທີ່ສຸດໃນປະເທດນັ້ນ ກໍປະສົບຄວາມຫຍຸ້ງຍາກຫຼາຍ ໃນການສະກັດກັ້ນ ບໍ່ໃຫ້ຈໍານວນຜູ້ຕິດເຊື້ອໃໝ່ປະຈໍາວັນເພີ້ມຂຶ້ນໄດ້ ນັບແຕ່ເລີ້ມມີຄື້ນຟອງການລະບາດຮອບສາມຂອງໂຄວິດ-19 ໃນວັນທີ 18 ກັນຍາເປັນຕົ້ນມາ. ໂຕເລກຫລ້າສຸດໃນລາວແມ່ນມີຜູ້ຕິດເຊື້ອຫລາຍກວ່າ 53,200 ຄົນ, ໃນນັ້ນນະຄອນຫລວງວຽງຈັນ ມີຜູ້ຕິດເຊື້ອສະສົມເກືອບຮອດ 19,000ຄົນ ຊຶ່ງເປັນໂຕເລກທີ່ສູງກວ່າໝູ່ທີ່ສຸດໃນປະເທດ. ໃນວັນທີ 13 ຜ່ານມາ ທົ່ວປະເທດມີຜູ້ຕິດເຊື້ອໃໝ່ 1,032 ຄົນ ໃນນັ້ນນະຄອນຫລວງວຽງຈັນມີຜູ້ຕິດເຊື້ອໃໝ່ 400 ກວ່າຄົນ. ຂະນະທີ່ໂຄວິດ-19 ສາຍພັນແດລຕາ ທີ່ເປັນສາຍພັນທີ່ແຜ່ເຊື້ອຂະຫຍາຍເປັນວົງກວ້າງຢ່າງວ່ອງໄວ ເຂົ້າໄປແຜ່ຜາຍໃນຊຸມຊົນຢູ່ນີ້ ປະຊາຊົນຈໍານວນນຶ່ງ ກໍບໍ່ປະຕິບັດລະບຽບການໃນການສະກັດກັ້ນການແຜ່ເຊື້ອໄວຣັສໂຄໂຣນາ ເຊັ່ນມາດຕະການຫ້າມຄົນຈາກຫລາຍເຮືອນໄປຊຸມແຊວກັນ ເຖິງແມ່ນຈະມີການປະກາດປິດເມືອງຢ່າງເຄັ່ງຄັດມາໄດ້ຫລາຍເດືອນແລ້ວກໍຕາມ ດັ່ງປະຊາຊົນທ່ານນຶ່ງ ໃນເຂດເມືອງສີໂຄດຕະບອງ ເລົ່າສູ່ຟັງວ່າ:

“ໄປຈຸ້ມກັນດື່ມເຫລົ້າ ບາງຄົນ ອຸ້ຍແຖວບ້ານນ້ອງຫລິ້ນໄພ້ບັກຫຼາຍ ແຕ່ກີ້ ແຖວ​ບ້ານນ້ອງຫລິ້ນໄພ້ແຄມທາງນີ້ເລີຍ ຢູ່ຮ້ານຕໍາໝາກຮຸ່ງ ຢູ່ຮ່ອມແຖວບ້ານນ້ອງ ແຕ່ດຽວນີ້ເຂົາຈັບໄປ ເຂົາໄປຫລິ້ນໃນຫ້ອງແຫ່ງແຜ່ເຊື້ອຄັກເລີຍບາດນີ້ ຕອນເຂົາຫລິ້ນກາງແຈ້ງ ການແຜ່ເຊື້ອຈະບໍ່ຫລາຍ”.

ພ້ອມກັນນັ້ນກໍມີການກິນສິນບົນຂອງພະນັກງານທີ່ກ່ຽວຂ້ອງໂດຍສະເພາະແມ່ນ ຢູ່ໃນກຸ່ມຂອງພວກເຈົ້າໜ້າທີ່ຜູ້ປະຕິບັດກົດໝາຍ ຊຶ່ງປະຊາຊົນທ່ານນັ້ນ ເລົ່າໃຫ້ ຟັງອີກວ່າ:

“ມັນມີການຊ່ວຍເຫລືອນະໆ ວ່າງກີ້ໜິ ລົງຂ່າວວ່າ 2 ລ້ານໂດລາເບາະ ຢູເອນນີ້ລະໆໃຫ້ການຊ່ວຍເຫລືອລ້າ ນ້ອງໝັ້ນໃຈກະອີຢູກະໃຫ້ການຊ່ວຍເຫລືອ ອີກຫລາຍປະເທດກະໃຫ້ການຊ່ວຍເຫລືອ ເລື່ອງໂຄວິດລະບາດນີ້ ເມຍນ້ອງເອງທີ່ວ່າໄປສັກຢາ ນ້ອຍນຶ່ງກະເລື່ອນ ນ້ອຍນຶ່ງວ່າສັກໃຫ້ພີ່ນ້ອງລັດກ່ອນ ນ້ອຍນຶ່ງວ່າສັກໃຫ້ທະຫານຕໍາຫລວດ ລະເອົາທະຫານຕໍາຫລວດມາເປັນບູລິມະສິດນີ້ນະ ເຮັດໃຫ້ປະຊາຊົນເສຍໃຈ ແລ້ວຜູ້ເສຍພາສີແລ້ວ ນີ້ ເປັນຫຍັງຕ້ອງໃຫ້ລັດກ່ອນເປັນຫຍັງຈິ່ງໃຫ້ປະຊາຊົນຄືລູກຈ້າງ ວິທີຄິດແບບນີ້ຜິດທີ່ສຸດ ໂຮງໝໍໍເມືອງແຫ່ງນຶ່ງ ຢູ່ເມືອງສີໂຄດນີ້ລະ ລະບາດນີ້ຈົນໄປຮອດເທື່ອທີສາມບໍ່ມີລະກະເຫລືອໃຈ ກະໄປຫາຄົນຮູ້ຈັກ ກະເປັນແພດກະຂໍຊ່ວຍແນ່ຢາກສັກຢາ ໜ້ອຍນຶ່ງພັດຢາໝົດແລ້ວ ນ້ອຍນຶ່ງກະໄປຫາແພດຄົນນຶ່ງ ໂຮງໝໍເມືອງແຫ່ງນັ້ນວ່າຊິໃຫ້ເງິນກິນນໍ້າກິນໃນຈັກແສນນຶ່ງກະເລີຍໄດ້ສັກ ທັງທັງທີ່ມັນເປັນເງິນບໍລິຈາກ ທັງໆທີ່ເປັນເງິນຄ່າສັກວັກຊິນບໍລິຈາກ ມີແນວນີ້ຫລາຍ ມີບາງຄົນບໍ່ຢາກໄປໂຮງໝໍ ເພາະບໍ່ມີເງິນ”.

ນອກນັ້ນ ຍັງມີການຝ່າຝືນລະບຽບ ໃນການຮັກ​ສາ​ໄລ​ຍະຢູ່ຫ່າງກັນ ຂອງທາງຝ່າຍເຈົ້າໜ້າທີ່​ຂັ້ນສູງທີ່ມີອໍານາດເອງອີກ ດັ່ງທີ່ປະຊາຊົນທ່ານນຶ່ງອີກ ໃນເມືອງ ນາຊາຍທອງ ໃຫ້ຂໍ້ສັງເກດການວ່າ:

“ຫົວໜ້າກົມ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກັບທະຫານ ແລະນາຍພົນ ນາຍພັນ ຫັ້ນນະລະຕິດເຊື້ອບັກຫລາຍໆ ພວກນີ້ຊຸມເຫລົ້າກັນແຮງດີ ເປັນຫຍັງບໍ່ຖືກຈັບ ທໍາມະດາຕ້ອງຖືກຈັບຕົວ ເຫັນຈັບແຕ່ເດັກນ້ອຍ ທໍາມະດາພວກນີ້ກະຖືກຈັບ ຄັນໃຊ້ກົດໝາຍສອງມາດຕະຖານ ນາຍພັນ ນາຍພົນກະກິນເຫລົ້າຄືກັນເດ”.

ພ້ອມກັນນັ້ນ ທາງລັດຖະບານກໍຍັງບໍ່ມີມາດຕະການຄຸ້ມຄອງຢ່າງມີປະສິດທິຜົນ ຕໍ່ພະນັກງານທີ່ໃຫ້ການບໍລິການແກ່ປະຊາຊົນທີ່ຕິດເຊື້ອພະຍາດນີ້ ດັ່ງການບອກ ເລົ່າຂອງພະນັກງານທ້ອງຖິ່ນ ໃນຫ້ອງການຜູ້ຕາງໜ້າ ຂອງສະຫະພາບຢູໂຣບ ໃນລາວ ກ່າວສູ່ຟັງວ່າ ມີການເກັບເງິນຈາກພວກຄົນປ່ວຍຕິດເຊື້ອພະຍາດນີ້ ທີ່ເຂົ້າ ໄປຢູ່ໃນບ່ອນກັກກັນ ທີ່ທາງການຈັດສັນໄວ້ໃຫ້ນັ້ນ ຊຶ່ງທ່ານນາງເວົ້າວ່າ:

“ສູ່ມື້ນີ້ລັດຖະບານກະຍັງຄຸ້ມຄອງບໍ່ໄຫວ ຂະໜາດວ່າໄປປິ່ນປົວກະຍັງໄດ້ຈ່າຍເອງ ສໍ່ານັ້ນກະຍັງບໍ່ມີເງິນຈ່າຍເພື່ອຄຸ້ມຄອງເຂົາ, ແມ່ນແລ້ວເປັນນ້ອງຊາຍຂອງໝູ່ເອງ ທີ່ລາວບໍ່ໄດ້ມີສະຫວັດດີການອີ່ຫຍັງ ແລະໝູ່ຂອງນ້ອງເຄີຍແນະນໍາລາວແລ້ວ ລາວກໍບໍ່ສົນໃຈ ລາວເປັນໄວລຸ້ນ ແຕ່ໃນທີ່ສຸດລາວກະຕິດ ຕິດລະກະໄປຢູ່ບ້ານພັກ ແຕ່ເງິນທັງໝົດທັງມວນຕ້ອງໄດ້ຈ່າຍລ່ວງໜ້າລາວກະໄດ້ເອົາເງິນຂອງລາວເອງໄປໃຊ້ ແຕ່ຖ້າກັບຄົນບໍ່ມີຊິເຮັດຈັ່ງໃດ ກະຕ້ອງໄດ້ຢືມເງິນມາປິ່ນປົວຕົວເອງ ຖາມວ່າລັດຖະບານຊ່ວຍແນວໃດ”.

ສະພາບການຫຍໍ້ທໍ້ທັງໝົດໃນສັງຄົມທີ່ວ່າມານີ້ເປັນການຂັດຕໍ່ຄໍາສັ່ງຂອງສໍານັກງານນາຍົກ ໄດ້ປະກາດສະພາວະສຸກເສີນອອກມານັບແຕ່ວັນທີ 18 ກັນຍາວ່າ ໃຫ້ນະຄອນຫລວງວຽງຈັນປິດເມືອງ ຊຶ່ງໄດ້ສືບຕໍ່ຍືດເວລາອອກມາເລື້ອຍໆ ຊຶ່ງ ຄໍາສັ່ງຄັ້ງຫລ້າສຸດ ທີ່ອອກມາໃນວັນທີ30 ຕຸລາ ຜ່ານມາວ່າໃຫ້ປິດບ້ານ ປິດເມືອງທີ່ມີການລະບາດຂອງໂຄວິດ-19 ຫລາຍນັ້ນ ຈົນຮອດວັນທີ 14 ເດືອນນີ້. ສະນັ້ນ ມັນກໍເປັນການຍາກຫລາຍທີ່ຈະເຮັດໃຫ້ຕົວເລກຜູ້ຕິດເຊື້ອ ໃນນະຄອນ ຫລວງດັ່ງກ່າວຫລຸດລົງໄດ້.

ເຊີນຊົມວີດີໂອ ກ່ຽວກັບລາຍງານນີ້

Video Related to corruption of Lao officials and noncompliance of people to measures became main issue to Covid prevention
please wait

No media source currently available

0:00 0:02:47 0:00

XS
SM
MD
LG