ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການກວດກາ ຢືນຢັນວ່າ ການສໍ້ລາດບັງຫຼວງຢູ່ໃນລາວ ເກີດຂຶ້ນໃນທຸກລະດັບໃນວົງການພັກ-ລັດ ແລະເປັນການຍາກ ທີ່ຈະກໍາຈັດ ໃຫ້ໝົດໄປໄດ້ຢ່າງແທ້ຈິງ


ພາບລວມ ຫຼັງຈາກການປະຊຸມຝຶກອົບຮົມ ສໍາລັບວຽກງານກວດກາ ພັກ-ລັດ, ສປປ ລາວ.
ພາບລວມ ຫຼັງຈາກການປະຊຸມຝຶກອົບຮົມ ສໍາລັບວຽກງານກວດກາ ພັກ-ລັດ, ສປປ ລາວ.

ການສໍ້ລາດບັງຫຼວງຢູ່ໃນລາວເກີດຂຶ້ນໃນທຸກລະດັບໃນວົງການພັກ-ລັດ ແລະເປັນການຍາກທີ່ຈະກໍາຈັດໃຫ້ໝົດໄປໄດ້ຢ່າງແທ້ຈິງ ເພາະທຸກພາກສ່ວນລ້ວນມີການທຸຈະລິດຄືກັນໃນທົ່ວປະເທດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອ

ເຈົ້າໜ້າທີ່ກວດກາ ພັກ-ລັດ ຢືນຢັນວ່າ ການທຸຈະລິດໄດ້ເກີດຂຶ້ນ ໃນທຸກວົງການ ແລະທຸກລະດັບຊັ້ນພາຍໃນວົງການ ພັກ-ລັດ ໂດຍສະເພາະແມ່ນບັນດາໂຄງການພັດທະນາຕ່າງໆ ທີ່ລັດຖະບານລົງທຶນນັ້ນ ກໍຄືພາກສ່ວນທີ່ມີການທຸຈະລິດ ແລະສ້າງຄວາມເສຍຫາຍໃຫ້ກັບປະເທດຊາດຫຼາຍທີ່ສຸດ ທັງຍັງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງອີກດ້ວຍ ເນື່ອງຈາກວ່າ ການຈັດຕັ້ງປະຕິ ບັດໂຄງການທີ່ບໍ່ສໍາເລັດຕາມແຜນການເປົ້າໝາຍທີ່ວາງໄວ້ ແຕ່ໄດ້ມີການໃຊ້ຈ່າຍ ງົບປະມານໄປທັງໝົດແລ້ວນັ້ນ ຍ່ອມບໍ່ເກີດປະໂຫຍດອັນໃດຕໍ່ປະຊາຊົນລາວຫາກ ເປັນຜົນປະໂຫຍດຂອງບັນດາພັກ-ລັດ ທີ່ທຸຈະລິດເທົ່ານັ້ນ ໃນຂະນະທີ່ພາກສ່ວນ ຮັບຜິດຊອບໃນການກວດກາເພື່ອປ້ອງກັນ-ປາບປາມການສໍ້ລາດບັງຫຼວງນັ້ນ ກໍບໍ່ມີອໍານາດຢ່າງພຽງພໍໃນການປະຕິບັດມາດຕະການລົງໂທດຕໍ່ຜູ້ທີ່ທຸຈະລິດດ້ວຍນັ້ນ ກໍຍິ່ງເຮັດໃຫ້ບໍ່ຢ້ານກົ ວຕໍ່ຄວາມຜິດອີກດ້ວຍ ເພາະຖ້າຫາກວ່າຈະມີການລົງໂທດແທ້ ກໍໝາຍເຖິງ ພະນັກງານສ່ວນໃຫຍ່ຂອງປະເທດນັ້ນເອງ, ດັ່ງເຈົ້າໜ້າທີ່ກວດ ກາ ໄດ້ໃຫ້ການຢືນຢັນວ່າ:

“ການລະເມີດເປັນລະບົບ ແລ້ວກະຮ້າຍແຮງສົມຄວນດ້ານວິໄນ ແຜນການ-ການເງິນ ອັນນີ້ໄທເຮົາກະເວົ້າກັນຫຼາຍຫັ້ນລະ ກວດກາກະເຫັນແນວນັ້ນ ມັນສະແດງອອກວ່າ ລັດເຮົານີ້ ທຸກຂັ້ນຕັ້ງແຕ່ເທິງລົງລຸ່ມຫັ້ນລະ ພາກັນສັ່ງໃຫ້ມີໂຄງການລົງທຶນແຕ່ຕົ້ນ ແລະແມ່ນນອກແຜນແຫຼະຫຼາຍ ຕໍ່ມາກະເອົາເຂົ້າແຜນເນາະ ເຮັດໃຫ້ໂຄງການປະຕິບັດ ແລ້ວບໍ່ມີເງິນຊໍາລະຕາມສັນຍາ ອັນນີ້ມີທົ່ວໄປ, ພວກເຮົາເປັນຜູ້ກວດຫັ້ນກະບໍ່ຮູ້ວ່າສິເອົາຜິດແນວໃດ ຄັນເອົາຜິດກະໝົດທຸກບ່ອນ ມັນຢາກເປັນລັກສະນະນັ້ນ.”

ນອກຈາກນີ້ ບັນຫາດ້ານບຸກຄະລາກອນທີ່ບໍ່ມີ ຄວາມຮູ້-ຄວາມສາມາດ ກໍເປັນອີກສາເຫດນຶ່ງ ເພາະການຄັດເລືອກບຸກຄະລາກອນທີ່ບໍ່ໄດ້ມາດຕະຖານຍ້ອນການຫຼິ້ນພັກຫຼິ້ນພວກທີ່ເປັນເຄືອຍາດ ແລະມຸ້ງສະແຫວງຫາຜົນປະໂຫຍດສ່ວນໂຕເປັນຫຼັກ ທັງຍັງບໍ່ມີການລົງໂທດຢ່າງເດັດຂາດ ຕໍ່ຜູ້ປະຕິບັດໜ້າທີ່ໂດຍທຸຈະລິດ ແລະເປັນການຍາກທີ່ຈະປົດອອກຈາກຕໍາແໜ່ງ ເພາະວ່າພວກເຂົາເຈົ້າມີເຄືອຍາດພ້ອມຈະໃຫ້ການຊ່ວຍເຫຼືອຕະຫຼອດເວລາເຊັ່ນ ການບໍ່ຮ່ວມມືໃນການກວດກາໂຄງການຕ່າງໆທີ່ຖືກສົງໄສວ່າມີການທຸຈະລິດນັ້ນ ສະພາບການດັ່ງກ່າວນີ້ຍັງເຮັດໃຫ້ບັນດາປະເທດທີ່ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວໄດ້ພາກັນທົບທວນຄືນກ່ຽວກັບແຜນການໃຫ້ການຊ່ວຍເຫຼືອແກ່ລາວອີກດ້ວຍ ເຊິ່ງໃນນີ້ລວມເຖິງທະນາຄານໂລກທີ່ໃຫ້ການຊ່ວຍເຫຼືອ ແກ່ກອງທຶນຫຼຸດຜ່ອນບັນຫາທຸກຍາກໃນລາວອີກດ້ວຍ ເນື່ອງຈາກກວດພົບວ່າ ມີການນໍາໃຊ້ງົບປະມານ ທີ່ບໍ່ໂປ່ງໄສ, ດັ່ງທີ່ສະມາຊິກແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ກອງທຶນຫຼຸດຜ່ອນຄວາມທຸກຍາກ ແມ່ນເງິນກູ້ຈາກທະນາຄານໂລກ ໃນມູນຄ່າ 22.5 ລ້ານໂດລາ ອະນຸມັດຈ່າຍສະສົມແຕ່ປີ 2019 ຮອດປີ 2022 ຈໍານວນ 5.19 ລ້ານໂດລາ ເຂົ້າໃນວຽກງານຫຼຸດຜ່ອນຄວາມທຸກຍາກ ທີ່ຍັງເຫຼືອຈໍານວນ 12.58 ລ້ານໂດລາ ຜົນການກວດສອບການຈັດສັນເປັນລາຍຈ່າຍຂອງໂຄງການເຫັນວ່າ ບໍ່ມີນິຕິກໍາ ແລະບ່ອນອ້າງອີງທີ່ຈະແຈ້ງ ເພື່ອກໍານົດສັດສ່ວນທີ່ເໝາະສົມລະຫວ່າງກິດຈະກໍາທາງກົງແລະກິດຈະກໍາທາງອ້ອມຈໍານວນທັງໝົດ 5.83 ລ້ານໂດລາ.”

ໃນນີ້ ໃນໄລຍະ 2 ປີທີ່ຜ່ານມາ ໄດ້ກວດພົບການທຸຈະລິດທີ່ເປັນການຮ່ວມມືລະ ຫວ່າງສະມາຊິກພັກກັບບຸກຄົນພາຍນອກຮອດ 749 ຄົນ, ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 746 ຕື້ກີບ ກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາ, ແຕ່ສາມາດເກັບຄືນມາໄດ້ 391 ກວ່າຕື້ກີບ ກັບ 25 ກວ່າລ້ານບາດ ແລະ ກວ່າ 10,000 ໂດລາ, ສ່ວນການກວດກາ 4,185 ເປົ້າໝາຍໃນຊ່ວງປີ 2016 ຫາ ປີ 2022 ຍັງພົບວ່າ ການທຸຈະລິດໄດ້ເຮັດໃຫ້ລັດຖະບານລາວ ເສຍຫາຍເກີນກວ່າ 8,370 ຕື້ກີບ ກັບ 50.22 ລ້ານໂດລາ ແລະ 36.89 ລ້ານບາດໂດຍມີສະມາຊິກ ພັກຮອດ 3,690 ຄົນທີ່ພົວພັນກັບການທຸຈະລິດດັ່ງກ່າວ ໂດຍສະເພາະ ແມ່ນໃນພາກການຂຸດຄົ້ນຊັບພະຍາກອນທຊາມະຊາດ ແລະການຄ້າ ຂາອອກ-ຂາເຂົ້ານັ້ນ ກໍຄືພາກສ່ວນທີ່ມີການທຸຈະລິດຫຼາຍທີ່ສຸດ.

XS
SM
MD
LG