ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສໍ້ລາດບັງຫຼວງ ໃນຂົງເຂດເອເຊຍ ສູງຂຶ້ນນັບມື້ (ວີດິໂອກ່ຽວຂ້ອງ)


ການສໍ້ລາດບັງຫລວງ ໃນວົງການລັດຖະບານ ແລະທຸລະກິດ ແມ່ນມີຢູ່ໃນທຸກຫົນແຫ່ງ.
ການສໍ້ລາດບັງຫລວງ ໃນວົງການລັດຖະບານ ແລະທຸລະກິດ ແມ່ນມີຢູ່ໃນທຸກຫົນແຫ່ງ.
ການສໍ້ລາດບັງຫຼວງ ຫຼື Corruption ຢູ່ໃນຂົງເຂດເອເຊຍແມ່ນ
ຍັງສືບຕໍ່ ເປັນຕົວຖ່ວງຄວາມຈະເຣີນເຕີບໂຕທາງເສດຖະກິດ
ຢ່າງໜັກ ຍ້ອນເງິນຈໍານວນຫຼາຍພັນລ້ານໂດລາທີ່ຮົ່ວໄຫຼອອກ ຈາກງົບປະມານການພັດທະນາເສດຖະກິດ ແລະກໍພາໃຫ້ມີ
ການປະທ້ວງຂອງປະຊາຊົນ ຢູ່ໃນບາງປະເທດ. ຜູ້ສື່ຂ່າວວີໂອ
ເອ Ron Corben ລາຍງານມາຈາກບາງກອກ ວ່າ ​ໄດ້ມີການ
ຮຽກຮ້ອງໃຫ້ທໍາການປະຕິຮູບ ຈາກພາກສ່ວນເອກກະຊົນແລະ
ອົງການສະຫະປະຊາຊາດ ເຖິງແມ່ນວ່າສະພາບ​ການ​ດ້ານ
ເສດຖະກິດຂອງຂົງເຂດ ກໍາລັງດີຂຶ້ນໄປ​ແດ່ແລ້ວ ກໍຕາມ.

ເວລາພວກປະທ້ວງພາກັນຫຼັ່ງໄຫຼລົງສູ່ຖະໜົນຫົນທາງໃນ
ບາງກອກ ນະຄອນຫຼວງຂອງ​ໄທ ເມື່ອປີກາຍນີ້ ​ເຂົາ​ເຈົ້າ
ຮຽກຮ້ອງໃຫ້ລັດຖະບານຂອງນາຍົກລັດຖະມົນຕີ ຢິ່ງລັກ
ຊິນນະວັດ ໃຫ້ທໍາການແກ້ໄຂບັນຫາການສໍ້ລາດບັງຫຼວງ
ທີ່ສະແດງຮ່ອງຮອຍໃຫ້ເຫັນວ່າ ກໍາລັງເຕີບໂຕຂຶ້ນໄປ
ນັບມື້ນັ້ນ.

ນັກທຸລະກິດໄວ 79 ປີ ຄົນ​ນຶ່ງ ຊີ້​ໄປ​ໃສ່ ຄ່າໃຊ້ຈ່າຍທີ່ຖີບ​
ຂຶ້ນ​ເລື້ອຍໆ ໃນການປະກອບທຸລະກິດ ທີ່ໂຮມທັງການໃຫ້ສິນບົນແກ່ພວກເຈົ້າໜ້າທີ່

ນັກທຸລະກິດໄທຄົນນັ້ນເວົ້າວ່າ: “ຂ້ອຍເປັນນັກອຸດສາຫະກໍາ ຂ້ອຍທົນບໍ່ໄດ້ອີກ
ຕໍ່ໄປແລ້ວທີ່ຈະຕ້ອງໄດ້ຈ່າຍເງິນໃຕ້ໂຕະ ຫຼືເງິນສິນບົນເປັນຈໍານວນຫລວງ
ຫຼາຍ ເກີນໄປ. ແມ່ນຢູ່ ແຕ່ກ່ອນມາ ເຮົາຕ້ອງໄດ້ຍອມຮັບມັນ ​ເພາະວ່າແຕ່
ກ່ອນ ເຮົາຈ່າຍພຽງປະມານຫ້າ ແລະສິບເປີເຊັນເທົ່ານັ້ນ ມາບັດນີ້ເພີ່ມຂຶ້ນ
ເປັນ ຢ່າງຕໍ່າ 30 ເປີເຊັນ, ຢ່າງຕໍ່າ 30 ເປີເຊັນແລ້ວ.”


ການ​ຕີ​ລາຄາ​ກ່ຽວ​ກັບ​ວ່າ ກິດຈະກໍາເສດຖະກິດໄດ້ສູນເສຍໄປຫຼາຍສໍ່າໃດໃຫ້ແກ່ການ
ສໍ້ ລາດບັງຫຼວງນັ້ນ ​ແມ່ນຍາກທີ່ຈະ​ເວົ້າ​ໄດ້ ແຕ່ຈາກຜົນການສຶກສາຄົ້ນຄວ້າເມື່ອບໍ່ດົນ
ມານີ້ ໂດຍມະຫາວິທະຍາໄລຂອງຫໍການຄ້າໄທ ໃຫ້ຂໍ້ສະຫລູບວ່າ ເບິ່ງຊົງວ່າສອງເປີ
ເຊັນກວ່າໆຂອງຜົນຜະລິດທັງໝົດຂອງຊາດ ຫຼືປະມານ 11 ພັນລ້ານໂດລາ ໄດ້ສູນ
ເສຍໄປ ໃຫ້ແກ່ການສໍ້ລາດບັງຫຼວງ.

ປະຊາຊົນໄທ ປະມານ 8.000 ຄົນ ພາກັນປະທ້ວງ ຕໍ່ຕ້ານການສໍ້ລາດບັງຫລວງ ໃນວົງການລັດຖະບານໄທ ເມື່ອວັນທີ 28 ຕຸລາ 2012.
ປະຊາຊົນໄທ ປະມານ 8.000 ຄົນ ພາກັນປະທ້ວງ ຕໍ່ຕ້ານການສໍ້ລາດບັງຫລວງ ໃນວົງການລັດຖະບານໄທ ເມື່ອວັນທີ 28 ຕຸລາ 2012.

ມະຫາວິທະຍາໄລຫໍການຄ້າໄທເວົ້າອີກວ່າ ພາກສ່ວນເອກ
ກະຊົນທີ່ຖືກສໍາຫຼວດ ພາກັນເວົ້າວ່າ ​ເວລາ​ນີ້ ພວກເຂົາເຈົ້າ​
ຕ້ອງ​ໄດ້ຈ່າຍເງິນສິນບົນຫຼາຍຂຶ້ນ ໃຫ້ແກ່ເຈົ້າໜ້າທີ່ລັດຖະ
ບານແລະນັກການເມືອງ ເພື່ອ​ໃຫ້ຊະນະການປະມູນ ເປັນ
ຜູ້ຮັບເໝົາ​ເຮັດໂຄງການ​ຕ່າງໆ.

ທ່ານນາງ ຜາສຸກ ພົງໄພຈິດ ນັກເສດຖະສາດການເມືອງໄທ
ເວົ້າວ່າ ເຖິງແມ່ນວ່າຈະມີຫຼັກຖານທີ່ຊີ້ແນະວ່າ ທາງການໄທ
ມີຄວາມກ້າວໜ້າ ໃນການປາບປາມການສໍ້ລາດບັງຫຼວງໃນ
ລະດັບຕໍ່າກໍຕາມ ​ແຕ່ການເຕີບ​ໂຕຢ່າງ​ຊັກ​ຊ້າຂອງເສດຖະ
ກິດ​ໂລກນັ້ນ ໝາຍເຖິງວ່າ​ ມີການແຂ່ງຂັນກັນໜັກໜ້າຂຶ້ນນັບມື້ ​ເພື່ອ​ຍາດ​ເອົາການ
ຮັບເໝົາ​ໂຄງການລັດ ຖະບານທີ່ໄດ້ກໍາໄລງາມນັ້ນ.

ທ່ານນາງຜາສຸກ ເວົ້າວ່າ: “ກໍາລັງ​ມີ​ການ​ຮູ້ສຶກ​ສໍານຶກ​ກັນ ​ໃນ​ເລື້ອງສະພາວະ
ໂລກາພິວັດ ແລະຄວາມກົດດັນຈາກນານາຊາດໃຫ້ໄທເປັນປະເທດ ທີ່ມີ
ຄວາມໂປ່ງໃສຫຼາຍຂຶ້ນ ແລະກົມກອງຕ່າງໆຂອງລັດຖະບານກໍກໍາລັງຕອບ
ສະໜອງຕໍ່ເລຶ່ອງນີ້. ແຕ່ກໍບໍ່ໄດ້ໝາຍຄວາມວ່າ ການ​ປ່ຽນ​ແປງຈະເກີດຂຶ້ນ
ຢ່າງໄວໄດ້. ອີກປະການນຶ່ງ ​ໃນ​ຂະນະ​ທີ່ເສດຖະກິດໂລກກໍາລັງເຕີບໂຕຊ້າ
ລົງຢູ່ ໃນເວລານີ້ ແລະບວກກັບມີການແຂ່ງຂັນກັນຫຼາຍຂຶ້ນ ຢູ່ໃນວົງການ
ທຸລະກິດລະດັບທ້ອງຖິ່ນ ເຮົາກໍອາດຈະເຫັນໄດ້ວ່າ ​ໃນບາງກໍລະນີສະເພາະ
ໃດນຶ່ງ ອັດຕາການສໍ້ລາດບັງຫຼວງກໍອາດເພີ່ມຂຶ້ນໄດ້ ຍ້ອນມີການແຂ່ງຂັນ
ກັນ ສູງຂຶ້ນນັ້ນເອງ.”


ບັນດານັກວິເຄາະເວົ້າວ່າ ລັດຖະບານໄທແມ່ນກໍາລັງຢູ່ພາຍໃຕ້ການ​ເພ່ງ​ເລັງ ຍ້ອນ ການໃຊ້ຈ່າຍ​ງົບໃນມູນຄ່າຫຼາຍກວ່າ 11 ພັນລ້ານໂດລາ ສໍາລັບສ້າງໂຄງລ່າງພື້ນຖານ
ຄຸ້ມຄອງນໍ້າ ລຸນຫຼັງໄພນໍ້າຖ້ວມຄັ້ງໃຫຍ່​ໃນປີ 2011 ແລະອີກ 67 ພັນລ້ານໂດລາ ສໍາ
ລັບທາງລົດໄຟ ແລະໂຄງການສ້າງຕຶກອາຄານຕ່າງໆອີກ. ບັນດານັກເສດຖະສາດຍັງ
ກ່າວຫາອີກວ່າ ໂຄງການສະໜັບສະໜຸນລາຄາເຂົ້າຂອງລັດຖະບານແກ່ພວກຊາວນາ
ໃນມູນຄ່າ ຈໍານວນ 33 ພັນລ້ານໂດລ່ານັ້ນ ກໍ​ເຕັມ​ໄປ​ດ້ວຍເງິນສໍ້ລາດບັງຫຼວງ.

ທ່ານບັນດິດ ນິດຈ໌ຖາວອນ ອະດີດຮອງຜູ້ວ່າທະນາການກາງ​ໄທ ແລະປັດຈຸບັນນີ້ ເປັນ ປະທານສະຖາບັນຜູ້ອໍານວຍການຂອງໄທ ເວົ້າວ່າ ການສໍ້ລາດບັງຫລວງໃນໄທປາກົດ
ວ່າ ​ໄດ້ກາຍເປັນບັນຫາໃຫຍ່ຫລາຍກວ່າເມື່ອ 10 ປີກ່ອນ ດ້ວຍ​ຊໍ້າ.

ທ່ານ ບັນດິດ ເວົ້າວ່າ: “ການສໍ້ລາດບັງຫຼວງ​ແມ່ນເປັນບັນຫາໂລກ. ທ່ານ​ກໍ​ເຫັນ​
ເລື້ອງ​ຄໍຣັບ​ຊັ່ນພາດຫົວຂ່າວຢູ່ໃນຫຼາຍໆປະເທດ. ສະ​ນັ້ນ ມັນໄດ້ກາຍມາເປັນ ບັນຫາໜັກຂອງໂລກຢ່າງນຶ່ງ ທັງໃນອົງການຈັດຕັ້ງລະດັບຊາດ ແລະລັດຖະ ບານຂອງແຕ່ລະປະເທດກໍກໍາລັງພະຍາຍາມປາບປາມຢູ່. ໃນກໍລະນີຂອງໄທ
ພວກເຮົາປະ​ເຊີນ​ກັບສິ່ງທ້າທາຍທີ່ຍິ່ງໃຫຍ່ກວ່າ ຍ້ອນວ່າ ບັນຫາສໍ້ລາດບັງ
ຫຼວງ​ ເວລານີ້ ເບິ່ງຄືວ່າຈະຮ້າຍແຮງ​ໜັກ​ຂຶ້ນ​ໄປກວ່າບາງທີເມື່ອ 10 ປີກ່ອນ
ດ້ວຍ​ຊໍ້າ.”


ເຖິງແມ່ນມີການເຕີບໂຕເສດຖະກິດຢ່າງ​ແຂງ​ແຮງໃນ​ໄລຍະ 10 ປີຜ່ານມາກໍຕາມ ແຕ່ ຫຼາຍປະເທດໃນຂົງເຂດເອເຊຍກໍ​ຍັງຖືກຈັດຢູ່ໃນລະດັບທີ່ຕໍ່າຫລາຍ ໃນດັດຊະນີການ ສໍ້ລາດບັງຫຼວງຂອງອົງການຈັດຕັ້ງສາກົນຕ່າງໆ ນັ້ນຢູ່.

ການປະທ້ວງຕໍ້ຕ້ານຢາເສບຕິດ ແລະການຄໍຣັບຊັ່ນ ບັ້ນນຶ່ງ ທີ່ເມືອງ Solo, ປະເທດ Indonesia (VOA/Yudha Satriawan)
ການປະທ້ວງຕໍ້ຕ້ານຢາເສບຕິດ ແລະການຄໍຣັບຊັ່ນ ບັ້ນນຶ່ງ ທີ່ເມືອງ Solo, ປະເທດ Indonesia (VOA/Yudha Satriawan)

ລາຍງານສະບັບນຶ່ງເມື່ອບໍ່ດົນມານີ້ ໂດຍສູນກາງນະໂຍບາຍ
ລະຫວ່າງຊາດທີ່ມີສໍານັກງານຢູ່ໃນສະຫະລັດ ເວົ້າວ່າ ສະເພາະ
ຢູ່ຈີນປະເທດດຽວ ໃນລະຫວ່າງ ປີ 2001 ແລະ 2012 ນັ້ນ ໄດ້ມີ
ງົບປະມານຜິດກົດໝາຍ ຈໍານວນ 2.74 ພັນຕື້ໂດລາ ຖືກສົ່ງ
ອອກນອກປະເທດ ຜ່ານແຜນສໍ້ໂກງດ້ານການເງິນ ຜ່ານການ
ສໍ້ລາດບັງຫຼວງ ການຫຼົບ ຫຼີກພາສີ ຫຼືກິດຈະກໍາຜິດກົດໝາຍອື່ນໆ.
ສໍາລັບປະເທດໄທ ຕົວເລກແມ່ນ 64 ພັນລ້ານໂດລ່າໃນໄລຍະ
ເວລາດຽວກັນ. ສ່ວນທີ່ອິນເດຍ ທີ່ມີການໂຮມຊຸມນຸມຕໍ່ຕ້ານການ
ສໍ້ລາດບັງຫຼວງຢ່າງໃຫຍ່ໃນປີຜ່ານມານັ້ນ ຕົວເລກແມ່ນ 123
ພັນລ້ານໂດລ່າ.

ທ່ານ Shervin Jalessi ທີ່ປຶກສາການຕໍ່ຕ້ານການສໍ້ລາດບັງຫຼວງລະດັບຂົງເຂດ ປະຈໍາ
ຫ້ອງການຢາເສບຕິດແລະອາຊະຍາກໍາຂອງສະຫະປະຊາ ຊາດ ຫຼື UNODC ເວົ້າວ່າ
ເມື່ອພິຈາລະນາເຖິງອິດທິພົນທີ່ເຕີບໂຕຂຶ້ນນັບມື້ຂອງຂົງເຂດເອເຊຍຕໍ່ເສດຖະກິດໂລກ
ນັ້ນແລ້ວ ກໍແມ່ນມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ມີການກໍາກັບດູແລນໍາ ບັນຫານີ້
ຢ່າງໃຫຍ່ຫລວງ ກວ່າເກົ່າ.

ທ່ານ Majessi ເວົ້າວ່າ: “ເວົ້າໂດຍທົ່ວໄປແລ້ວ ເວລາມີການເຕີບໂຕ ທາງເສດ ຖະກິດທີ່ໄວແບບນີ້ ດັ່ງທີ່ພວກເຮົາໄດ້ເຫັນເກີດຂຶ້ນຢູ່ໃນຂົງເຂດນີ້ ມັນກໍແມ່ນ ມາພ້ອມກັບສິ່ງທ້າທາຍແລະໂອກາດຕ່າງໆພ້ອມກັນ ໃນແງ່ຂອງການສໍ້ລາດ
ບັງຫຼວງນັ້ນ. ສິ່ງທ້າທາຍກໍຄື ມີການຫຼັ່ງໄຫຼຂອງເງິນຫຼາຍຂຶ້ນ ມີສັນຍາຮັບເໝົາ
ທີ່ໃຫຍ່ກວ່າ ການຈັດຊື້ ຕະຫລອດທັງໂອກາດສໍາລັບການສໍ້ລາດບັງຫຼວງກໍ
ເພີ່ມຂຶ້ນ ສະນັ້ນ ພວກເຮົາຕ້ອງມີລະບົບຕໍ່ຕ້ານການສໍ້ລາດບັງຫຼວງ ແລະລັດ ຖະບານບໍລິຫານປະເທດ ທີ່ເຂ້ມແຂງກວ່າເກົ່າ.”


ໃນປີ 2003 ອົງການສະຫະປະຊາຊາດ ໄດ້ຮັບຜ່ານສົນທິສັນຍາປາບປາມການສໍ້ລາດ ບັງຫຼວງສະບັບນຶ່ງ. ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ ມຽນມາແມ່ນຫາກໍໄດ້ໃຫ້
ສັດຕະຍາບັນ ຮັບຮອງເອົາໃນເດືອນທັນວາ ເມື່ອປີຜ່ານມາ ຊຶ່ງເປັນປະເທດສຸດທ້າຍທີ່
ເຮັດເຊ່ນນັ້ນ ໃນຈໍານວນ 10 ປະເທດສະມາຊິກຂອງສະມາຄົມປະຊາຊາດແຫ່ງເອເຊຍ
ຕາເວັນອອກສຽງໃຕ້ນັ້ນ.

ເບິ່ງວີດິໂອພາສາອັງກິດ ກ່ຽວກັບການສໍ້ລາດບັງຫລວງ ຢູ່ໃນທົ່ວໂລກ:

CN- GLOBAL CORRUPTION
please wait
Embed

No media source currently available

0:00 0:03:10 0:00
ລິງໂດຍກົງ
XS
SM
MD
LG