ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ມີນາ ໒໐໒໕

ລັດຖະມົນຕີລາວຍອມຮັບວ່າ ການທຸດຈະລິດຂອງພະນັກງານລັດ ເຮັດໃຫ້ການຈັດເກັບລາຍຮັບຈາກພາສີ ໄດ້ຕໍ່າກວ່າແຜນການ


ເງິນກີບຂອງລາວ
ເງິນກີບຂອງລາວ

ລັດຖະມົນຕີລາວຍອມຮັບວ່າການທຸດຈະລິດຂອງພະນັກງານລັດເຮັດໃຫ້ການຈັດເກັບລາຍຮັບຈາກພາສີ ໄດ້ຕໍ່າກວ່າແຜນການ ພ້ອມກັນນັ້ນການລະບາດຂອງພະຍາດໂຄວິດ-19 ຍັງເຮັດໃຫ້ລັດຖະບານລາວ ຂາດງົບປະມານຢ່າງໜັກ. ຊົງລິດໂພນເງິນມາລາຍງານກ່ຽວກັບເລື້ອງນີ້ມາຈາກບາງກອກ.


ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການເງິນ ຖະແຫລງຍອມຮັບວ່າ ການຈັດເກັບ ລາຍຮັບຂອງລັດຖະບານໃນໄລຍະ 6 ເດືອນຕົ້ນປີ 2020 ປະຕິບັດໄດ້ຕໍ່າກວ່າເປົ້າໝາຍ ທີ່ວາງໄວ້ ຍ້ອນຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19 ທັງຍັງເຮັດໃຫ້ສາມາດຫລຸດຄາດ ໝາຍໄດ້ວ່າ ການຈັດເກັບລາຍຮັບຂອງລັດຖະບານລາວໃນຕະຫລອດປີ 2020 ນີ້ ຈະປະຕິບັດໄດ້ຕໍ່າ ກວ່າ ແຜນການທີ່ວາງໄວ້ ຄິດເປັນມູນຄ່າລວມເຖິງ 6,322 ຕື້ກີບ ໂດຍສະເພາະແມ່ນລາຍຮັບຈາກການເກັບ ພາກສ່ວນຊ່ວຍສາອາກອນນັ້ນ ຖືເປັນພາກສ່ວນທີ່ຖືກກະທົບຫລາຍທີ່ສຸດ ທັງຍັງປາກົດວ່າ ພະນັກງານພາສີຈໍານວນບໍ່ໜ້ອງທີ່ໄດ້ປະຕິບັດໜ້າທີ່ຂອງຕົນ ໂດຍທຸດຈະລິດ ຊຶ່ງເປັນບັນຫາ ທີ່ຈະຕ້ອງໄດ້ແກ້ໄຂ ຢ່າງຮີບດ່ວນທີ່ສຸດ ດັ່ງທີ່ ສົມດີຢືນຢັນວ່າ:

“ພວກເຮົາຈະໄດ້ສືບຕໍ່ເຮັດວຽກແນວຄິດການເມືອງກັບສະມາຊິກພັກ-ພະນັກງານທົ່ວຂະແໜງການເງິນ ຢ່າງ ເລິກເຊິ່ງເຖິງຖອງຂຶ້ນກວ່າເກົ່າ ພວກເຮົາກະເຂົ້າໃຈວ່າພະນັກງານນີ້ເປັນບັນຫາ ທີ່ສໍາຄັນ ເປັນຜູ້ຈັດຕັ້ງ ປະຕິບັດຕົວຈິງຫລາຍທ່ານກະເຄີຍເວົ້າວ່າ ພະນັກງານເຮົານີ້ ຍັງບໍ່ທັນມີຄວາມຊື່ສັດບໍລິສຸດ ຍັງບໍ່ທັນ ປອດໃສ ຂາວສະອາດແທ້ໆ ເຮັດວຽກບໍ່ທັນ ຮ້ອຍສ່ວນຮ້ອຍ ເພື່ອພັກ ເພື່ອລັດ ອັນນີ້ ພວກເຮົາກະພະຍາຍາມ ລົງເລິກທໍາການສຶກສາ-ອົບຮົມການເມືອງ-ແນວຄິດ.”

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ປັບລົດການລົງທຶນພາກລັດລົງ 50 ເປີເຊັນ ໃນແຜນການພັດທະນາເສດຖະກິດ-ສັງຄົມ ປີ 2020 ເພາະວ່າ ການລະບາດຂອງເຊື້ອໄວຣັສ Covid-19 ເຮັດໃຫ້ການຈັດເກັບລາຍຮັບຈາກພາສີອາກອນຕ່າງໆບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ຈຶ່ງມີງົບປະມານບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ແລະຕ້ອງມີການໂຈະໂຄງການ ເພື່ອເລື່ອນການຈັດຕັ້ງປະຕິບັດອອກໄປໃນປີ 2021 ໂດຍໃຫ້ຍັງຄົງເກັບໄວ້ສະເພາະໂຄງການສຳຄັນຫຼືໂຄງການທີ່ຮ່ວມມືກັບຕ່າງປະເທດເທົ່ານັ້ນ.

ນອກຈາກນີ້ ການລະບາດຂອງເຊື້ອໄວຣັສ Covid-19 ກໍຍັງເຮັດໃຫ້ເສດຖະກິດລາວເກີດການເສຍຫາຍຄິດເປັນມູນຄ່າຫລາຍກວ່າ 7,000 ຕື້ກີບ ເພາະການປະກາດຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີວ່າດ້ວຍມາດຕະການສະກັດກັ້ນການລະບາດຂອງເຊື້ອໄວຣັສ Covid-19 ທີ່ໃຊ້ບັງຄັບນັບແຕ່ວັນທີ 1 ເມສາ ເປັນຕົ້ນມາ ໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວ ສ່ວນການປິດດ່ານຊາຍແດນໃນທົ່ວປະເທດ ກໍຍັງໄດ້ສົ່ງຜົນກະທົບຕໍ່ການຄ້າ ແລະການຂົນສົ່ງສິນຄ້າລະຫວ່າງລາວກັບຕ່າງປະເທດດ້ວຍ ພາຍໃຕ້ສະພາບການດັ່ງກ່າວນີ້ ກໍຍັງເຮັດໃຫ້ລັດຖະບານລາວຕ້ອງປັບລົດຄາດໝາຍການເຕີບໂຕທາງເສດຖະກິດຈາກລະດັບ 6.5 ເປີເຊັນ ລົງມາເປັນລະຫວ່າງ 3.3-3.6 ເປີເຊັນ ໃນຕະຫລອດປີ 2020.

ສ່ວນກອງທຶນການເງິນສາກົນ ຫຼື IMF ກໍໄດ້ປັບລົດຄາດໝາຍການເຕີບໂຕທາງເສດຖະກົດໃນລາວ ຈາກລະດັບ 6.2 ເປີເຊັນ ລົງເປັນ 0.7 ເປີເຊັນ ໃນປີ 2020 ທັງເປັນຄາດໝາຍທີ່ຕ່ຳກວ່າທະນາຄານພັດທະນາເອເຊຍ ຫຼື ADB ທີ່ປັບລົດຄາດໝາຍການຂະຫຍາຍຕົວທາງເສດຖະກິດລາວ ຈາກ 6.2 ເປີເຊັນ ລົງມາເປັນ 3.5 ເປີເຊັນ ເພາະຖືກກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ດັ່ງກ່າວ ທັງນີ້ ພາກບໍລະການແລະທ່ອງທ່ຽວຈະຖືກກະທົບໜັກທີ່ສຸດ ຊຶ່ງຄາດວ່າ ຈະຂະຫຍາຍຕົວພຽງແຕ່ 1.3 ເປີເຊັນເທົ່ານັ້ນ ສ່ວນພາກກະສິກຳ ແລະອຸດສາຫະກຳຈະຂະຫຍາຍຕົວພຽງ 2.5 ເປີເຊັນ ແລະ 5.7 ເປີເຊັນ ຕາມລຳດັບ.

ນອກຈາກນີ້ ADB ກໍຍັງໄດ້ຄາດການວ່າ ລັດຖະບານລາວ ຈະປະເຊີນກັບການຂາດດຸນບັນຊີເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງຍອດຜະລິດຕະພັນລວມໃນປີ 2020 ອັນຈະເຮັດໃຫ້ມີທຶນສຳຮອງເງິນຕາຕ່າງປະເທດບໍ່ເຖິງ 1,000 ລ້ານໂດລາ ຫຼືທຽບໄດ້ກັບການນຳເຂົ້າສິນຄ້າຈາກຕ່າງປະເທດພຽງບໍ່ເຖິງ 2 ເດືອນເທົ່ານັ້ນ. ດ້ວຍເຫດນີ້ ລັດຖະບານຈຶ່ງໄດ້ມີມະຕິດເຫັນຊອບ ແລະມອບໝາຍໃຫ້ກະຊວງການ ເງິນ ເປັນພາກສ່ວນຮັບຜິດຊອບເຈລະຈາກັບສະຖາບັນການເງິນສາກົນ ແລະປະເທດເຈົ້າໜີ້ ຂອງລາວເພື່ອຂໍເລື່ອນການຊໍາລະໜີ້ ແລະດອກເບ້ຍເງິນກູ້ຄືນໃຫ້ເຈົ້າໜີໃນປີ ຟ020 ເປັນກໍລະນີພິເສດ. ສ່ວນລາຍຮັບສ່ວນໃຫຍ່ທີ່ໄດ້ຈາກການສົ່ງສິນຄ້າອອກໄປຕ່າງປະເທດໃນແຕ່ລະເດືອນນັ້ນ ກໍຈະຕ້ອງໃຊ້ ເພື່ອຊໍາລະຄືນໜີ້ເງິນກູ້ຕ່າງປະເທດເປັນຫລັກຈຶ່ງມີເງິນຕາຕ່າງປະເທດເຂົ້າມາລາວພຽງ 103 ໂດລາລ້ານຕໍ່ເດືອນເທົ່ານັ້ນ.

XS
SM
MD
LG