ຈີນ ບໍ່ພຽງແຕ່ເປັນປະເທດດຽວ ທີ່ກຳລັງເຂົ້າມາໃຫ້ການຊ່ອຍເຫຼືອປະເທດອື່ນໆ ໃນການຕໍ່ສູ້ຕ້ານໂຄວິດ-19.
ໃນຊຸດນັກທຸລະກິດ ແລະໃສ່ໜ້າກາກແບບໝໍຜ່າຕັດ ເອກອັກຄະລັດຖະທູດຈາກປະເທດໃນຢູໂຣບ 5 ທ່ານ ຢືນຢູ່ເທິງເວທີ ໃນນະຄອນຫຼວງຮາໂນ່ຍ ໃນວັນອັງຄານຜ່ານມາ ແລະໄດ້ທັກທາຍບັນດາເຈົ້າໜ້າທີ່ຂອງຫວຽດນາມ ຜູ້ທີ່ໄດ້ປະກາດວ່າ ພວກເພິ່ນໄດ້ບໍລິຈາກໜ້າກາກໃຫ້ແກ່ຢູໂຣບ.
ນອກເໜືອຈາກການບໍລິຈາກໜ້າກາກ 500,000 ອັນແລ້ວ ຫວຽດນາມ ຍັງໄດ້ສົ່ງເຄື່ອງຊ່ອຍເຫຼືອດ້ານການແພດ ໃຫ້ແກ່ ຈີນ ກຳປູເຈຍ ແລະລາວ ນຳດ້ວຍ ເມື່ອບໍ່ເທົ່າໃດອາທິດຜ່ານມານີ້.
ຮາໂນ່ຍ ດຽວນີ້ ກຳລັງໂອ້ລົມກັບສະຫະລັດ ເພື່ອຈະສົ່ງເຄື່ອງປ້ອງກັນໃຫ້ແກ່ສະຫະລັດ.
ຫວຽດນາມ ສືບຕໍ່ພະຍາຍາມທີ່ຈະຄວບຄຸມ ໄວຣັສໂຄວິດ-19 ພາຍໃນປະເທດຢູ່ ແຕ່ໄວຣັສນີ້ ຍັງໄດ້ເຮັດໃຫ້ປະເທດຄອມມິວນິສແຫ່ງນີ້ ສ້າງວາລະໂອກາດອັນເປັນຂີດໝາຍ ທີ່ເປັນການທາບທາມໃນຕ່າງປະເທດ. ໂດຍການພິກຜັນຈາກທຳນຽມທີ່ເຄີຍມີມາ ຫວຽດນາມ ຊຶ່ງຕາມປະຫວັດສາດແລ້ວ ເປັນປະເທດທີ່ໄດ້ຮັບການຊ່ອຍເຫຼືອແມ່ນສະແດງໃຫ້ເຫັນວ່າ ຕົນຍັງສາມາດເປັນຜູ້ປະກອບສ່ວນ ໄດ້.
“ຂອບໃຈຕໍ່ບັນດາເພື່ອນສະຫາຍຫວຽດນາມຂອງພວກເຮົາ ສໍາລັບການສະໜັບສະໜູນຂອງພວກເພິ່ນ” ທ່ານນາງ ປີທຣາ ຊິກມັນ ຜູ້ອຳນວຍການໃຫຍ່ ຮັບ ຜິດຊອບເຂດເອເຊຍ ແລະປາຊີຟິກ ຢູ່ສຳນັກງານການຕ່າງປະເທດຂອງເຢຍ ຣະມັນ ທີ່ໄດ້ກ່າວໄປໃນຂໍ້ຄວາມທີ່ຂຽນລົງໃນທວີດເຕີ້. ທ່ານໄດ້ກ່າວອີກວ່າ “ພວກເຮົາຄວນປຸ້ມລຸມກັນໄວ້ດ້ວຍຄວາມສາມັກຄີ ແລະສືບຕໍ່ຮ່ວມມືກັນຕໍ່ສູ້ຕ້ານໄວຣັສໂຄໂຣນາ.”
ໃນການຂຽນຂໍ້ຄວາມລົງໃນທວີດເຕີ້ອີກອັນນຶ່ງນັ້ນ ທ່ານນາງ ໄດ້ເອົາຮູບພາບຂອງທ່ານນາງເອງ ທີ່ໃສ່່ໜ່າກາກທີ່ມີສີສັນ ໂດຍການຂອບອົກຂອບໃຈຫວຽດ ນາມສຳລັບຄວາມເອື້ອເຟື້ອເພື່ອແຜ່ຂອງຕົນ ໃນການບໍລິຈາກໜ້າກາກໃຫ້ແກ່ເຢຍຣະມັນ.”