ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການເພີ້ມຂຶ້ນ ຂອງກໍລະນີ ໄວຣັສໂຄໂຣນາ ເຮັດໃຫ້ໂຮງໝໍ ຢູ່ໃນບາງເຂດ ບໍ່ສາມາດສະໜອງການປິ່ນປົວ ຕາມປົກກະຕິ


ພະນັກງານຄົນນຶ່ງກຳລັງຕິດປ້າຍບອກບ່ອນສັກຢາປ້ອງກັນໂຄວິດ -19 ຢູຄລີນິກ ໃກ້ກັບມະຫາວິທະຍາໄລປະຈຳເຂດສັງຄົມ ໃນເມືອງຣີດິງ (Reading) ລັດເພັນຊີລເວເນຍ ວັນທີ 14 ກັນຍາ 2021.
ພະນັກງານຄົນນຶ່ງກຳລັງຕິດປ້າຍບອກບ່ອນສັກຢາປ້ອງກັນໂຄວິດ -19 ຢູຄລີນິກ ໃກ້ກັບມະຫາວິທະຍາໄລປະຈຳເຂດສັງຄົມ ໃນເມືອງຣີດິງ (Reading) ລັດເພັນຊີລເວເນຍ ວັນທີ 14 ກັນຍາ 2021.

ການເພິ້ມຂຶ້ນຂອງກໍລະນີໄວຣັສໂຄໂຣນາ ໄດ້ເຮັດໃຫ້ໂຮງໝໍ ຢູ່ໃນບາງລັດ ໃນສະຫະລັດ
ບໍ່ສາມາດສະໜອງ ການປິ່ນປົວທີ່ເປັນປົກກະຕິໄດ້ ອີງຕາມຫົວໜ້າ ດ້ານການແພດຄົນນຶ່ງ
ໄດ້ກ່າວໃນວັນອາທິດວານນີ້.

ດຣ. ໂຣແຊລ ວາເລັນສະກິ (Rochelle Valenski) ຜູ້ອຳນວຍການສູນກາງ ປ້ອງກັນ
ແລະຄວບຄຸມພະຍາດຂອງສະຫະລັດ ກ່າວຕໍ່ລາຍການ “Face the Nation” ຂອງໂທ
ລະພາບ ABC ວ່າ ບາງເຂດຂອງປະເທດຕົກ “ລະບົບຮັກສາສຸຂະພາບຂອງເຂົາເຈົ້າຕົກ
ຢູ່ໃນສະພາບທີ່ເປັນອັນຕະລາຍທີ່ສຸດ.”

ທ່ານນາງກ່າວວ່າ “ເຂົາເຈົ້າບໍ່ມີຕຽງນອນ ແລະເວລາທ່ານເຫັນຢ່າງນັ້ນ ທ່ານມີຄວາມ
ເປັນຫ່ວງວ່າ ຄົນບໍ່ສາມາດທີ່ຈະເຂົ້າມາ ແລະໄດ້ຮັບການປິ່ນປົວທີ່ເໝາະ ສົມ ຖ້າຫາກ
ເຂົາເຈົ້າເກີດມີອຸປະຕິເຫດລົດຕຳກັນ ຫຼືຖ້າຫາກວ່າເຂົາເຈົ້າເກີດ ເປັນໂຣກຫົວໃຈ.

“ແລະເພາະສະນັ້ນ ພວກເຮົາກຳລັງເຮັດວຽກໜັກຢູ່ໃນເຂດ ທີ່ມີລະດັບພະຍາດສູງ” ເພື່ອ
ໃຫ້ຄົນໄດ້ຮັບການສັກຢາວັກຊີນ ທີ່ທ່ານາງກ່າວໂດຍໃຫ້ຂໍ້ສັງເກດວ່າ ຄົນບໍ່ໄດ້ສັກຢາວັກ
ຊີນນັ້ນ 10 ເທົ່າທີ່ຈະໄດ້ເຂົ້າໂຮງໝໍ ຫຼາຍກວ່າຜູ່ທີ່ໄດ້ສັກຢາແລ້ວ. “ບັນດາໂຮງໝໍຂອງ
ພວກເຮົາ ເຕັມໄປດ້ວຍຄົນທີ່ບໍ່ໄດ້ສັກຢາວັກຊີນປ້ອງ ກັນ.”

ຍິ່ງໄປກວ່ານັ້ນ ທ່ານນາງກ່າວວ່າ ຜູ້ທີ່ບໍ່ໄດ້ສັກຢາວັກຊີນຢູ່ໃນສະຫະລັດ ມີໂອກາດ 11
ເທົ່າທີ່ຈະເສຍຊີວິດກວ່າຜູ້ທີ່ໄດ້ສັກຢາ.

ສາມເດືອນກ່ອນ ສະຫະລັດປາກົດວ່າ ເກືອບຈະຄວບຄຸມການລະບາດຂອງໄວຣັສ ທີ່
ເປັນສາເຫດພາໃຫ້ເກີດພະຍາດໂຄວິດ-19 ໄດ້ແລ້ວ ແຕ່ວ່າສາຍພັນໃໝ່ ແດລຕາ ໄດ້
ເຮັດໃຫ້ກໍລະນີຜູ້ຕິດເຊື້ອໃໝ່ລະຫວ່າງ 120,000 ຫາ 160,000 ຄົນຕໍ່ມື້ ໃນຫວ່າງບໍ່
ເທົ່າໃດອາທິດຜ່ານມາ ແລະປະມານ 2,000 ຄົນເສຍຊີວິດ ຕໍ່ມື້.

ເຖິງແມ່ນມີຫຼາຍວ່າ 183 ລ້ານຄົນຢູ່ໃນສະຫະລັດໄດ້ສັກຢາວັກຊີນຢ່າງເຕັມທີ່ ປະມານ
70 ລ້ານຄົນຍັງບໍ່ທັນໄດ້ສັກຢາ ເພາະເຂົາເຈົ້າຫຼາຍໆຄົນປະຕິເສດທີ່ ຈະສັກຢາຍ້ອນ
ເຫດຜົນໃດນຶ່ງ. ຈຳນວນນຶ່ງກ່າວວ່າ ເຂົາເຈົ້າຍັງມີຄວາມສົງໄສ ດ້ານຄວາມປອດໄພ
ຂອງການສັກຢາ ເຂົາເຈົ້າບໍ່ຄິດວ່າເຂົາເຈົ້າຈະກາຍມາເຈັບປ່ວຍ.

ອີງຕາມມະຫາວິທະຍາໄລຈອນສ໌ ຮອບກິນສ໌ ປັດຈຸບັນນີ້ ສະຫະລັດມີປະມານ 43 ລ້ານ
ຄົນ ໄດ້ຮັບການຍັ້ງຢືນວ່າຕິດເຊື້ອ ແລະເກືອບ 700,000 ຄົນ ໄດ້ ເສຍຊີວິດ. ສະຫະລັດ
ນຳໜ້າໂລກ ທັງຈຳນວນຜູ້ຕິດ ແລະຜູ້ເສຍຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG