ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ໄວ​ຣັ​ສ​ໂຄ​ໂຣ​ນາ ສ້າງ​ຜົນ​ກະ​ທົບ ຕໍ່​ກາ​ນ​ທ່ອງ​ທ່ຽວ, ໂຮງ​ຈັກ​ໂຮງ​ງານ, ການ​ບໍ​ລິ​ໂພກ ທົ່ວ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້


ບັນ​ດາ​ນັກ​ການຄ້າ​ໃສ່​ໜ້າ​ກາກ​ອາ​ນາ​ໄມ ຢູ່​ສະ​ຖານ​ທີ່​ຄ້າ​ຂາຍ ​ຂອງ​ສູນ​ການ​ຄ້າ​ປະ​ມູນດອກ​ໄມ້ ລຸນຫຼັງ​ການ​ແຜ່​ລະ​ບາດ​ຂອງ ໄວ​ຣັ​ສ​ໂຄ​ໂຣ​ນາ, ເມືອງ ຄຸນ​ໝິງ, ແຂວງ ຢຸນ​ນານ. 10 ກຸມ​ພາ, 2020.
ບັນ​ດາ​ນັກ​ການຄ້າ​ໃສ່​ໜ້າ​ກາກ​ອາ​ນາ​ໄມ ຢູ່​ສະ​ຖານ​ທີ່​ຄ້າ​ຂາຍ ​ຂອງ​ສູນ​ການ​ຄ້າ​ປະ​ມູນດອກ​ໄມ້ ລຸນຫຼັງ​ການ​ແຜ່​ລະ​ບາດ​ຂອງ ໄວ​ຣັ​ສ​ໂຄ​ໂຣ​ນາ, ເມືອງ ຄຸນ​ໝິງ, ແຂວງ ຢຸນ​ນານ. 10 ກຸມ​ພາ, 2020.

ໃນ​ເອ​ເຊຍ​ຕາ​ເວັນ​ອອ​ສຽງ​ໃຕ້, ພາກ​ພື້ນ​ດັ່ງ​ກ່າວ​ ແມ່ນເປັນ​ທີ່​ຮູ້​ຈັກ​ສຳ​ລັບ​ວຽກ​ໂຮງ​ຈັກ​ໂຮງ​ງານ​ທີ່​ມີ​ລາ​ຄາ​ຖືກ ແລະ ມີ​ການ​ໃຊ້​ຈ່າຍ​ຂອງ​ຜູ້​ບໍ​ລິ​ໂພກ ​ທີ່​ເຂັ້ມ​ແຂງ, ບັນ​ດາ​ປະ​ເທດ​ຕ່າງໆ​ນັບ​ຈາກ ມຽນ​ມາ ຫາ ຟີ​ລິບ​ປິນ ໄດ້​ທຳ​ນາຍ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ປີ 2020 ຢູ່​ລະ​ດັບ​ສູງກວ່າ 6 ເປີ​ເຊັນ. ແຕ່​ໃນ​ຕອນນີ້, ພຽງ​ຫົກ​ເດືອນ​ເຂົ້າ​ໃນ​ປີ​ໃໝ່, ບໍ່​ມີ​ຜູ້​ໃດມີ​ຄວາມ​ແນ່​ໃຈ​ປານ​ໃດ.

ການ​ແຜ່​ລະ​ບາດ​ຂອງ ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ຮ້າຍ​ແຮງໃນ ຈີນ ໄດ້​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ​ໃນ ມາ​ເລ​ເຊຍ, ສິງ​ກະ​ໂປ ແລະ ໄທ ຫຼຸດ​ລົງ ໃນ​ຂະ​ນະ​ທີ່​ປະ​ເທດ​ເຫຼົ່າ​ນີ້ໄດ້​ຫ້າມ​ການ​ເຂົ້າ​ປະ​ເທດ​ ເພື່ອ​ຄວບ​ຄຸມ​ການ​ແຜ່​ລາມ​ຂອງ​ໄວ​ຣັ​ສ​ດັ່ງ​ກ່າວ. ​ຕາມ​ດ້ວຍສາຍ​ການ​ບິນ​ຕ່າງໆ​ໃນ​ທົ່ວ​ໂລກ ແມ່ນ​ໄດ້​ຍົກເລີກ​ຖ້ຽວ​ບິນ 25,000 ຖ້ຽວ​. ຜູ້​ຜະ​ລິດ​ສິນ​ຄ້າ​ສົ່ງ​ອອກ​ໃນ​ປະ​ເທດ ຫວຽດ​ນາມ ທີ່​ເປັນ​ສູນກາງ​ໂຮງ​ຈັກ​ໂຮງ​ງານ​ຂອງ ເອ​ເຊຍ​ຕາ​ເວັນ​ອອ​ກ​ສຽງ​ໃຕ້ນັ້ນ ແມ່ນບໍ່​ສາ​ມາດ​ຮັບ​ເອົາ​ວັດ​ຖຸ​ດິບ​ຈາກ​ ຈີນ ໄດ້​ຕະຫຼອດ​ເວ​ລາ​ໃນ​ເດືອນນີ້ ເພາະ​ວ່າການ​ແຜ່​ລະ​ບາດ​ໄດ້​ເຮັດ​ໃຫ້​ວຽກ​ງານ​ຕ່າງໆ​ຢຸດ.

ແລະ ປະ​ຊາ​ຊົນ​ທີ່​ຢ້ານ​ກົວ​ໄວ​ຣັ​ສ​ປະ​ມານ 630 ລ້ານ​ຄົນໃນພາກ​ພື້ນ​ດັ່ງ​ກ່າວ​ແມ່ນ​ໄດ້​ອາ​ໄສ​ຢູ່​ໃນ​ບ້ານ ແທນ​ທີ່​ຈະ​ອອກ​ໄປ​ຊື້​ເຄື່ອງ.

ຢູ່ນອກ​ປະ​ເທດ ຈີນ, ຜົນ​ຕາມ​ມາ​ທາງ​ເສດ​ຖະ​ກິດໃນ​ທັນ​ທີ​ທີ່​ສຸດ ຈະ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການຫຼຸດ​ລົງ​ຂອງ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ ແລະ ການ​ສົ່ງ​ອອກ​ສິນ​ຄ້​າ​ທີ່​ອ່ອນ​ແອ​ລົງ​ຫາ ຈີນ, ແລະ ການ​ສົ່ງ​ຕໍ່​ຫາ ແລະ ຜ່ານ​ເສ​ດ​ຖະ​ກິດ​ຕ່າງໆ​ທີ່​ໄດ້​ລວມ​ເຂົ້າ​ໃນ​ຕ່ອງ​ໂສ້​ອຸ​ທານ​ຂອງ ຈີນ.”

ພະ​ຍາດ​ປອດ​ອັກ​ເສບ ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ໄດ້​ຖືກ​ກວດ​ພົບ​ໃນ​ເດືອນ​ທັນ​ວາ​ປີ​ກາຍນີ້ ທີ່​ເມືອງ ວູ​ຮານ ຂອງ ຈີນ. ປັດ​ຈຸ​ບັນ​ນີ້, ມີ​ປະ​ຊາ​ຊົນປະ​ມານ 43,143 ຄົນ​ໄດ້​ລົ້ມ​ປ່ວຍ ແລະ 1,018 ຄົນ​ໄດ້​ເສຍ​ຊີ​ວິດ, ສ່ວນ​ໃຫຍ່​ແມ່ນ​ຄົນ​ໃນ ຈີນ. ຈີນ ໄດ້​ປິດ​ເມືອງ​ທີ່​ຖືກ​ຜົນ​ກະ​ທົບ​ໜັກ​ສຸດ ແລະ ຂ​ະ​ຫຍາຍ​ວັນ​ພັກ​ກຸດ​ຈີນ​ອອກ​ໄປ​ນຶ່ງ​ອາ​ທິດ ເພື່ອ​ກັນ​ໂຣກ​ດັ່ງ​ກ່າວ​ອອກ​ຈາກ​ໂຮງ​ຮຽນ ແລະ ສະ​ຖານ​ທີ່​ເຮັດ​ວຽກ​ຕ່າງໆ. ພະ​ນັກ​ງານ​ສ່ວນ​ໃຫຍ່​ໄດ້​ກັບ​ຄືນ​ໄປ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG