ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໄວ​ຣັ​ສ​ໂຄ​ໂຣ​ນາ ເປີດ​ເຜີຍ​ໃຫ້​ເຫັນຄວາມ​ອ່ອນ​ແອ ຂ​ອງ​ຕ່ອງ​ໂສ້ ສະ​ໜອງ​ສິນ​ຄ້າ ໃນ​ກອງ​ທັບ ສະ​ຫະ​ລັດ


ພະ​ນັກ​ງານ​ຄົນ​ນຶ່ງ​ເຮັດ​ວຽກ​ຢູ່​ພາກ​ສ່ວນ​ການ​ຜະ​ລິດ ໃນ​ໂຮງ​ງານ​ຜະ​ລິດ​ຢາ ຢູ່​ກຸ່ມ​ການ​ຢາ ແມ່​ນ້ຳ ຢາງ​ຊີ, ເມືອງ ໄທ​ໂຈ, ແຂວງ ຈຽງ​ຊູຂອງຈີນ, ວັນ​ທີ 3 ກັນ​ຍາ, 2019. REUTERS/Stringer ATTENTION EDITORS
ພະ​ນັກ​ງານ​ຄົນ​ນຶ່ງ​ເຮັດ​ວຽກ​ຢູ່​ພາກ​ສ່ວນ​ການ​ຜະ​ລິດ ໃນ​ໂຮງ​ງານ​ຜະ​ລິດ​ຢາ ຢູ່​ກຸ່ມ​ການ​ຢາ ແມ່​ນ້ຳ ຢາງ​ຊີ, ເມືອງ ໄທ​ໂຈ, ແຂວງ ຈຽງ​ຊູຂອງຈີນ, ວັນ​ທີ 3 ກັນ​ຍາ, 2019. REUTERS/Stringer ATTENTION EDITORS

ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງກອງ​ທັບ​ ສະ​ຫະ​ລັດ ທ່ານ​ນຶ່ງ ແລະ ສະ​ມາ​ຊິກ​ບາງ​ຄົນ​ຂອງ​ລັດ​ຖະ​ສະ​ພາ ໄດ້​ຍົກ​ຄວາມ​ເປັນ​ຫ່ວງຂຶ້ນ​ມາວ່າ ສະ​ຫະ​ລັດ ອາ​ໄສ​ຜະ​ລິດ​ຕະ​ພັນ​ການ​ຢາ​ທີ່​ເຮັດ​ໃນ ຈີນ ຫຼາຍ​ໂພດ ໃນ​ຂະ​ນະ​ທີ່​ການ​ລະ​ບາດ​ຂ​ອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມ​ອ່ອ​ນ​ແອ​ຂອງ​ຫ່ວ​ງ​ໂສ້ສະ​ໜອງ​ສິນ​ຄ້າ​. ຄວາມ​ເປັນ​ຮ່ວງ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ກາງ ສະ​ຫະ​ລັດ ໄດ້​ລາຍ​ງານ​ການ​ຂາດ​ແຄນ​ຢາ​ຄັ້ງ​ທຳ​ອິດ​ຂອງ​ປະ​ເທດ ຍ້ອນ​ການ​ລະ​ບາດ​ດັ່ງ​ກ່າວ.

ປະ​ທານ​ຂອງ​ເສ​ນາ​ທິ​ການ​ຮ່ວມ ທ່ານ ມາກ ມິ​ລ​ລີ ທີ່​ເຂົ້າ​ຮ່ວມ​ໃນ​ການ​ໃຫ້​ການ​ຢູ່​ສະ​ພາ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ມີ​ລະ​ບົບ​ການ​ແພດ​ຂອງກອງ​ທັບ, ແລະ ພວກ​ເຮົາ​ກໍ​ມີ​ການ​ເຂົ້າ​ເຖິງ​ຢາ​ທຸກ​ຊະ​ນິດ​ແບບ​ດຽວ​ກັນ ທີ່​ມີ​ຢູ່​ໃນ​ລະ​ບົບ​ການ​ຄ້າ​ຕ່າງໆ. ເຈົ້າ​ໄດ້​ຊີ້​ໃຫ້​ເຫັນ​ຢ່າ​ງ​ຖືກ​ຕ້ອງວ່າ ມັນ​ມີ​ຄວາມ​ສ່ຽງຫຼາຍ​ທີ່​ຈະ​ມີ​ປະ​ເທດ​ນຶ່ງ ເຊັ່ນ ຈີນ ເປັນ​ຜູ້​ຜະ​ລິດ​ໃນ​ເປີ​ເຊັນ​ທີ່​ສູງ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ແມ່ນ 97 ເປີ​ເຊັນ, 98 ເປີ​ເຊັນ ຫຼື 80 ເປີ​ເຊັນ, ບໍ່​ວ່າ​ມັນ​ຈະ​ແມ່ນ​ຫຍັງ​ກໍ​ຕາມ, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມັນ​ແມ່ນ​ເປີ​ເຊັນ​ທີ່​ສູງ​ ຂອງອົງ​ປະ​ກອບ​ໃນ​ອຸ​ສາ​ຫະ​ກຳ​ການ​ຢາ​ທົ່ວ​ປະ​ເທດ ທັງໃນກອງ​ທັບ ແລະ ພົນ​ລະ​ເຮືອນ. ສະ​ນັ້ນ​ມັນ​ແມ່ນ​ຄວາມ​ສ່ຽງ. ໃນ​ເວ​ລາເກີດຄວາມ​ຂັດ​ແຍ້ງ​ຕິດ​ອາ​ວຸດ​ນັ້ນ, ຖ້າ​ມັນ​ໄດ້​ເກີດ​ຂຶ້ນ, ແລະ ຫວັງ​ວ່າ​ມັນ​ຈະ​ບໍ່​ເກີດ​ຂຶ້ນ, ມັນ​ເຫັນ​ໄດ້​ຊັດ​ວ່າ ຈະ​ເປັນ​ຄວາມ​ສ່ຽງ​ຢ່າງ​ໃຫຍ່ຫຼວງ​ຕໍ່ ສະ​ຫະ​ລັດ.”

ທ່ານ ມິ​ລ​ລີ ໄດ້​ກ່າວ​ຕື່ມ​ວ່າ ສະ​ຫະ​ລັດ ຕ້ອງ​ການ​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ.

ໃນ​ການ​ຕອບ​ໂຕ້​ຕໍ່​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​, ເຊິ່ງ​ໄດ້​ຖືກ​ລາຍ​ງານ​ຄັ້ງ​ທຳ​ອິດ​ຢູ່​ໃນ ເມືອງ ວູ​ຫານ, ປະ​ເທດ ຈີນ ນັ້ນ, ລັດ​ຖະ​ບານ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ ໄດ້​ຫ້າມ​ການ​ເຄື່ອນ​ຍ້າຍ​ຂອງ​ຄົນ​ຢ່າງກວ້າງ​ຂວາງ ນັບ​ຕັ້ງ​ແຕ່​ທ້າຍ​ເດືອນ​ມັງ​ກອນ​ເປັນ​ຕົ້ນ​ມາ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ເຊິ່ງ​ຮູ້​ຈັກ​ຢ່າງ​ເປັນ​ທາງ​ການ​ດັ່ງ​ກັບ COVID-19. ໂຮງ​ຈັກ​ໂຮ​ງ​ງານຫຼາຍ​ແຫ່ງ​ຍັງ​ຖືກ​ປິດ​ໄວ້ ແລະ ຖະ​ໜົນ​ກໍ​ຖືກ​ອັດ. ການ​ກຳ​ຈັດ​ຕໍ່​ການຫຼັ່ງ​ໄຫຼຂອງ​ສິນ​ຄ້າ ແລະ ຜະ​ລິດ​ຕະ​ພັນ​ທີ່​ວ່ານີ້ ແມ່ນ​ລວມ​ມີ​ຜະ​ລິດ​ພັນ​ການ​ຢາ​ທີ່​ສຳ​ຄັນ ແລະ ວັດ​ຖຸ​ການ​ແພດ​ທີ່ ຈີນ ສົ່ງ​ອອກ​ໄປ​ທົ່ວ​ໂລກ.

ໃນ​ການ​ກ່າວ​ຢ້ຳ​ວ່າ ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃນ ຈີນ ໄດ້​ເຮັດ​ໃຫ້​ຕໍ່​ໂສ້​ອຸ​ປະ​ທານ​ໃນ​ທົ່ວ​ໂລກ​ອ່ອນນ​ແອ​ລົງ​ນັ້ນ, ຜູ້ກວດ​ກາ​ອາ​ຫານ ແລະ ຢາ ສະ​ຫະ​ລັດ ດ​ຣ. ສ​ເຕ​ເຟັນ ຮານ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ “ການ​ຂາດ​ແຄນ​ຢາ​ຊະ​ນິດ​ນຶ່ງ​ແມ່ນ​ໄດ້​ເກີດ​ຂຶ້ນ​ໃນ ສະ​ຫະ​ລັດ ແລ້ວ. ອົງ​ການ​ອາ​ຫານ​ ແລະ ຢາບໍ່​ໄດ້​ເປີດ​ເຜີຍ​ຊື່​ຂອງ​ຢາ ຫຼື ຜູ້​ຜະ​ລິດ​ມັນ.

ທ່ານ ຮານ ຍັງ​ໄດ້​ກ່າວ​ວ່າ ປັດ​ຈຸ​ບັນ​ນີ້, ຢາ 20 ຊະ​ນິດ​ແມ່ນ​ໄດ້​ມາ​ຈາກ​ປະ​ເທດ ຈີນ ພຽງ​ບ່ອນ​ດຽວ. ອົງ​ການ​ອາ​ຫານ ແລະ ຢາ ພິ​ຈາ​ລະ​ນາ​ມັນ​ວ່າ​ເປັນ​ຢາ​ທີ່ບໍ່​ສຸກ​ເສີນ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິ​ດ

XS
SM
MD
LG