ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດ ຂອງໄວຣັສໂຄໂຣນາ ເຮັດໃຫ້ເສດຖະກິດ ຂອງບັນດາປະເທດໃນອາເມຣິກາລາຕິນ ຫົດຕົວລົງ


ພະນັກງານຄົນນຶ່ງ ກຳລັງ ຕັດກິ່ງຕົ້ນໝາກໄມ້ມັງກອນ ຢູ່ທີ່ສວນ ລາ ໂວລັນຕາດ ເດ ດີໂອສ (La Voluntad de Dios) ໃນເມືອງ ແອລ ໂປຣເກຣັສໂສ (El Progreso), ຂອງປະເທດເອກົວດໍ, ວັນທີ 6, ມີນາ 2020.
ພະນັກງານຄົນນຶ່ງ ກຳລັງ ຕັດກິ່ງຕົ້ນໝາກໄມ້ມັງກອນ ຢູ່ທີ່ສວນ ລາ ໂວລັນຕາດ ເດ ດີໂອສ (La Voluntad de Dios) ໃນເມືອງ ແອລ ໂປຣເກຣັສໂສ (El Progreso), ຂອງປະເທດເອກົວດໍ, ວັນທີ 6, ມີນາ 2020.

ການລະບາດຂອງໄວຣັສໂຄໂຣນາໃນທົ່ວໂລກ ອາດສົ່ງຜົນໃຫ້ເສດຖະກິດ ໃນຂົງເຂດ ອາເມຣິກາລາຕິນ ແລະທະເລຄາຣີບຽນ ຕົກລົງເກືອບ 5 ເປີເຊັນໃນປີນີ້ ອີງຕາມການຄາດຄະເນຂອງທະນາຄານໂລກ ຫຼື World Bank.

ຮັກສາການຮອງປະທານຂອງທະນາຄານດັ່ງກ່າວ ສຳລັບເຂດອາເມຣິກາລາຕິນ ທ່ານຮຳເບີໂຕ ໂລເປສ ໄດ້ກ່າວວ່າ ການຕົກລົງຢ່າງໜັກ ດ້ານເສດຖະກິດທັງ ຫຼາຍເຫຼົ່ານີ້ອາດກົດດັນໃຫ້ລັດຖະບານຂອງປະເທດລາຕິນຕ່າງໆ ເຂົ້າຄວບຄຸມພຽງບາງສ່ວນພວກທຸລະກິດຈຳນວນນຶ່ງ ເພື່ອທີ່ຈະຮັກສາສະຖຽນລະພາບ.

“ເພື່ອສະໜັບສະໜູນວຽກເຮັດງານທໍາ ແລະບໍລິສັດຕ່າງໆ ລັດຖະບານທັງຫຼາຍ ອາດຕ້ອງເຂົ້າຄອບຄອງບໍລິສັດຕ່າງໆ ທີ່ມີຍຸດທະສາດທີ່ສຳຄັນໂດຍທີ່ລັດຈະມີສ່ວນໄດ້ສ່ວນເສຍ. ເພື່ອຫລີກເວັ້ນວິກິດການດ້ານການເງິນ ພວກເຂົາເຈົ້າອາດຕ້ອງເພີ້ມທຶນເຂົ້າໃນທະນາຄານທັງຫຼາຍ ແລະຮອງຮັບເອົາສິນຊັບທີ່ບໍ່ໄດ້ຜົນ” ທ່ານໂລເປັສ ໄດ້ກ່າວຢູ່ໃນບົດລາຍງານສະບັບໃໝ່ ຂອງທະນາຄານໂລກ.

ທ່ານໄດ້ກ່າວຕື່ມວ່າ ຄະນາຄານໂລກ ຈະຕ້ອງເຂົ້າມາຊ່ອຍ “ເພື່ອຈຳກັດຄວາມເສຍຫາຍ ແລະວາງພື້ນຖານການດຳເນີນງານສຳລັບການຟື້ນຟູໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.”

ບົດລາຍງານນີ້ ຮຽກຮ້ອງໃຫ້ລັດຖະບານຂອງບັນປະເທດລາຕິນອາເມຣິກາ ໃຫ້ມີ “ຄວາມໂປ່ງໃສ ແລະປະຕິບັດແບບມືຶຶອາຊີບ” ໃນການຊ່ອຍເຫຼືອພວກທຸລະກິດທີ່ຊຸດໂຊມ ເພື່ອຫລີກເວັ້ນການສໍ້ລາດບັງຫຼວງໃດໆ ແລະຖ້າເປັນໄປໄດ້ ໃຫ້ມີການລົງໂທດໃນອະນາຄົດ.

ທະນາຄານໂລກ ຄາດຄະເນເສດຖະກິດຂອງພວກປະເທດລາຕິນທັງຫຼາຍ ຈະມີການຫົດຕົວລົງ 4.6 ເປີເຊັນນັ້ນ ກໍເປັນສະພາບທີ່ຮ້າຍແຮງເກີນກວ່າ ທີ່ມີການຄາດໝາຍ ກ່ອນໜ້ານີ້ ໃນການຫົດຕົວລົງ ຢູ່ລະຫວ່າງ 1.8 ຫາ 4 ເປີເຊັນ ຂອງອົງການສະຫະປະຊາຊາດ.

ບົດລາຍງານຂອງທະນາຄານໂລກ ໄດ້ກ່າວອີກວ່າ ເຖິງແມ່ນວ່າ ເສດຖະກິດຂອງພວກປະເທດລາຕິນ ອາດຕົກລົງຢ່າງໜັກໃນປີນີ້ ຍ້ອນໂຣກລະບາດດັ່ງກ່າວ ບົດລາຍງານຄາດໝາຍວ່າ ການຟື້ນຕົວຈະຢູ່ໃນລະດັບ 2.6 ເປີເຊັນພາຍໃນປີ 2021.

ບັນດາປະເທດໃນລາຕິນ ແລະເກາະກາຣີບຽນ ທີ່ກາງຕໍ່ການທ່ອງທ່ຽວ ແລະເງິນໂດລາຂອງຕ່າງປະເທດ ໂດຍທົ່ວໄປແລ້ວ ໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງໄວຣັສໂຄໂຣນາໃນທົ່ວໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG