ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງມີການປິດຫ້າງຮ້ານ ຕໍ່ໄປອີກ ຂະນະທີ່ຫລາຍປະເທດຫວັງ ຈະຄວບ ຄຸມການລະບາດ ຂອງ ໂຄວິດ-19 ໄດ້


ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ແຈ້ງໃຫ້ຊາບ ພ້ອມດ້ວຍ ຄະນະຮັບຜິດຊອບໄວຣັສໂຄໂຣນາ ຂອງທ່ານ ຢູ່ທີ່ສ່ວນກຸຣາບຂອງ ທຳນຽບຂ່າວ, ເມື່ອວັນອາທິດ ທີ 29 ມີນາ 2020, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ແຈ້ງໃຫ້ຊາບ ພ້ອມດ້ວຍ ຄະນະຮັບຜິດຊອບໄວຣັສໂຄໂຣນາ ຂອງທ່ານ ຢູ່ທີ່ສ່ວນກຸຣາບຂອງ ທຳນຽບຂ່າວ, ເມື່ອວັນອາທິດ ທີ 29 ມີນາ 2020, ໃນນະຄອນຫຼວງ ວໍຊິງຕັນ.

ລັດ ນິວຢອກ ຂອງ ສະຫະລັດ ໄດ້ມີຜູ້ເສຍຊີວິດຍ້ອນໄວຣັສໂຄໂຣນາກາຍ 1000 ຄົນ
ແລ້ວ,​ ໃນຂະນະທີ່ລັດຖະບານໃນທົ່ວໂລກໄດ້ກຳນົດ ຫຼື ຂະຫຍາຍ ເວລາ ການກັກ
ບໍລິເວນໃໝ່ ເພື່ອພະຍາຍາມທີ່ຈະບັນເທົາຜົນກະທົບຂອງການ ລະບາດ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດວ່າ ແນວທາງຂອງສະຫະລັດ
ກ່ຽວກັບ ການຢູ່ຫ່າງກັນໃນສັງຄົມເພື່ອປ້ອງກັນໄວຣັສດັ່ງກ່າວຈາກ ການແຜ່ລະບາດຈະ
ຂະຫຍາຍເວລາຈາກທຳອິດຈະສິ້ນສຸດໃນວັນຈັນມື້ນີ້ ອອກໄປຈົນຮອດທ້າຍເດືອນເມສາ.

ສະຫະລັດ ມີກໍລະນີຫຼາຍທີ່ສຸດໃນທົ່ວໂລກ.

ປະເທດ ອິຕາລີ, ເຊິ່ງໃນປັດຈຸບັນມີຜູ້ເສຍຊີວິດຫຼາຍທີ່ສຸດ ແລະ ໄດ້ຢູ່ພາຍໃຕ້ ການກັກ
ບໍລິເວນທີ່ເຂັ້ມງວດເປັນເວລາຫຼາຍອາທິດແລ້ວນັ້ນ, ໄດ້ລາຍງານການ ເສຍຊີວິດຕື່ມອີກ
ຫຼາຍກວ່າ 750 ຄົນໃນວັນອາທິດວານນີ້, ແຕ່ໄດ້ມີສັນຍານຂອງ ຄວາມຫວັງ ດ້ວຍການ
ຕິດແປດໃໝ່ຫຼຸດລົງ.

ເຈົ້າໜ້າທີ່ລັດຖະບານ ອິຕາລີ ທ່ານນຶ່ງໄດ້ກ່າວຕໍ່ໂທລະພາບ Sky TG24 ຂອງ ອິຕາລີ
ວ່າໃນຂະນະທີ່ທຸກຄົນຢາກກັບຄືນສູ່ຊີວິດທີ່ປົກກະຕິນັ້ນ, ເມື່ອເວົ້າ ກ່ຽວກັບ ການເຄື່ອນ
ໄຫວດັ່ງກ່າວ ໃນຈຸດນີ້ແມ່ນບໍ່ເໝາະສົມ, ແລະ ວ່າມາດຕະ ການກັກບໍລິເວນ ທີ່ມີກຳນົດ
ຈະໝົດອາຍຸໃນວັນສຸກນີ້ ແມ່ນຈະຖືກກຳນົດຂຶ້ນມາ ໃໝ່ຢ່າງຫຼີກລ່ຽງບໍ່ໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG