ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອັງກິດ ຖືກສົ່ງເຂົ້າຫ້ອງມໍລະສຸມ, ຍີ່ປຸ່ນ ປະກາດ ພາວະສຸກເສີນ COVID-19


ນັກຂ່າວເຮັດວຽກຢູ່ນອກໂຮງໝໍ ເຊ້ນ ທັອມມັສ ໃນໃຈກາງນະຄອນຫຼວງ ລອນດອນ ໃນຂະນະທີ່ນາຍົກ ອັງກິດ ທ່ານ ບໍຣິສ ຈອນສັນ ຍ້າຍເຂົ້າຫ້ອງມໍລະສຸມ, ຫຼັງຈາກອາການໄວຣັສໂຄໂຣນາຂອງທ່ານຮຸນແຮງຂຶ້ນ. 7 ເມສາ, 2020. ທ່ານ ຈອນສັນ ຖືກສົ່ງເຂົ້າໂຮງໝໍ ເຊ້ນ ທັອມມັສ.
ນັກຂ່າວເຮັດວຽກຢູ່ນອກໂຮງໝໍ ເຊ້ນ ທັອມມັສ ໃນໃຈກາງນະຄອນຫຼວງ ລອນດອນ ໃນຂະນະທີ່ນາຍົກ ອັງກິດ ທ່ານ ບໍຣິສ ຈອນສັນ ຍ້າຍເຂົ້າຫ້ອງມໍລະສຸມ, ຫຼັງຈາກອາການໄວຣັສໂຄໂຣນາຂອງທ່ານຮຸນແຮງຂຶ້ນ. 7 ເມສາ, 2020. ທ່ານ ຈອນສັນ ຖືກສົ່ງເຂົ້າໂຮງໝໍ ເຊ້ນ ທັອມມັສ.

ໃນວັນອັງຄານມື້ນີ້ ຍີ່ປຸ່ນ ໄດ້ປະກາດພາວະສຸກເສີນ ເພື່ອຮັບມືກັບໄວຣັສໂຄໂຣ ນາ ໃນຫຼາຍພາກ ສ່ວນຂອງປະເທດດ, ໃນຂະນະທີ່ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ຍັງຄົງຮັບການປິ່ນປົວ COVID-19 ຢູ່ໃນໂຮງໝໍ ແລະ ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ຊອກຫາສັນຍານຕ່າງໆທີ່ວ່າ ການລະບາດອາດ ເລີ່ມຊ້າລົງໃນບາງພາກສ່ວນຂອງພາກພື້ນທີ່ໄດ້ຮັບຜົນກະທົບໜັກສຸກຂອງປະ ເທດ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ໄດ້ກ່າວວ່າ ການຕັດສິນໃຈຂອງທ່ານທີ່ໄດ້ປະກາດ ໃຊ້ພາວະສຸກເສີນໃນນະຄອນຫຼວງ ໂຕກຽວ ແລະ ຫົກ ແຂວງອື່ນໆແມ່ນອີງໃສ່ຄວາມຈຳເປັນທີ່ຈະປົກປ້ອງປະຊາຊົນ ທ່າມກາງສະຖາ ນະການທີ່ສົ່ງຜົນກະທົບ “ຢ່າງໃຫຍ່ຫຼວງ” ຕໍ່ຊີວິດ ແລະ ເສດ ຖະກິດ.

ມາດຕະການດັ່ງກ່າວແມ່ນມີກຳນົດທີ່ຈະຖືກບັງຄັບໃຊ້ປະມານນຶ່ງເດືອນ, ແລະ ມາພ້ອມກັບໂຄງ ການກະຕຸ້ນເສດຖະກິດຂອງລັດຖະບານມູນຄ່າ 1 ພັນຕື້ໂດລາ.

ທ່ານ ຈອນສັນ ໄດ້ເຂົ້າໂຮງໝໍໃນວັນອາທິດທີ່ຜ່ານມາ ຫຼັງຈາກອາການຂອງ ທ່ານຍັງຄົງມີຢູ່ຢ່າງຕໍ່ເນື່ອງ ໃນເວລາທີ່ທ່ານແຍກຕົວປ່ຽວ. ຫ້ອງການຂອງທ່ານ ໄດ້ກ່າວໃນວັນຈັນວານນີ້ວ່າ ອາການຂອງທ່ານແມ່ນຮ້າຍແຮງຂຶ້ນ ແລະ ຖືກ ຍ້າຍເຂົ້າໄປໃນຫ້ອງຜູ້ປ່ວຍໜັກ, ແຕ່ບໍ່ໄດ້ໃສ່ເຄື່ອງຊ່ວຍຫາຍໃຈ.

ໃນ ອັງກິດ ຕົວເລກຂອງກໍລະນີໄວຣັສໂຄໂຣນາໄດ້ເພີ່ມຂຶ້ນ, ໂດຍລາຍງານການເສຍຊີວິດ 600 ຄົນໃນວັນອາທິດທີ່ຜ່ານມາ ແລະ ຕື່ມອີກ 400 ຄົນໃນວັນຈັນ ວານນີ້.

ສະຫະລັດ ໄດ້ປະເຊີນກັບການເສຍຊີວິດປະມານ 11,000 ຄົນ, ເຮັດໃຫ້ເຂົາ ເຈົ້າເປັນປະເທດທີ່ມີຈຳນວນຜູ້ເສຍຊີວິດສູງສຸດ ອັນດັບທີສາມຢ່າງເປັນທາງ ການ, ຕາມຫຼັງພຽງປະເທດ ອິຕາລີ ແລະ ສເປນ.

ການເສຍຊີວິດຫຼາຍກວ່າ 40 ເປີເຊັນແມ່ນຢູ່ໃນລັດ ນິວຢອກ, ແລະ ສ່ວນຫຼາຍ ໃນນະຄອນ ນິວຢອກ. ຜູ້ປົກຄອງລັດ ນິວຢອກ ທ່ານ ແອນດຣູ ຄູໂອໂມ ໄດ້ ລາຍງານສັນຍານທີ່ອາດເປັນໄປໄດ້ ກ່ຽວກັບ ຄວາມກ້າວໜ້າໃນການຄວບຄຸມ ການລະບາດຂອງໄວຣັສໂຄໂຣນາ ດ້ວຍຈຳນວນຄົນເຂົ້າໂຮງໝໍຫຼຸດລົງ ພ້ອມກັບ ຄົນໄຂ້ທີ່ປ່ວຍໜັກ.

ແຕ່ທ່ານໄດ້ກ່າວຢໍ້າເຖິງຄວາມຈຳເປັນທີ່ຈະບໍ່ຢຸດຄວາມພະຍາຍາມ ຂອງການຢູ່ ຫ່າງກັນໃນທີ່ສາທາລະນະ ໂດຍປະກາດຂະຫຍາຍເວລາການປິດໂຮງຮຽນ ແລະ ທຸລະກິດທີ່ບໍ່ຈຳເປັນໄປຈົນຮອດເດືອນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG