ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາ ຂອງອີຕາລີ ສະແດງໃຫ້ເຫັນວ່າ ໄວຣັສໂຄໂຣນາ ໄດ້ເກີດຂຶ້ນ ຢູ່ໃນອີຕາລີ ໄວກ່ອນທີ່ໄດ້ຄາດຄິດໄວ້


ພະນັກງານແພດຄົນນຶ່ງ ໃນຊຸດປ້ອງກັນພະຍາດ ຫຼື (PPE) ນັ່ງພັກຜ່ອນ ຢູ່ທີ່ຮ້ອງດູແລຄົນປ່ວຍໜັກ ຍ້ອນ COVID ຂັ້ນທີ 3 ຫຼື (ICU) ທີ່ໂຮງໝໍ Casal Palocco ໃກ້ໆກັບ ນະຄອນຫຼວງ ໂຣມ ຂອງອີຕາລີ.
ພະນັກງານແພດຄົນນຶ່ງ ໃນຊຸດປ້ອງກັນພະຍາດ ຫຼື (PPE) ນັ່ງພັກຜ່ອນ ຢູ່ທີ່ຮ້ອງດູແລຄົນປ່ວຍໜັກ ຍ້ອນ COVID ຂັ້ນທີ 3 ຫຼື (ICU) ທີ່ໂຮງໝໍ Casal Palocco ໃກ້ໆກັບ ນະຄອນຫຼວງ ໂຣມ ຂອງອີຕາລີ.

ໄວຣັສໂຄໂຣນາສາຍພັນໃໝ່ ທີ່ໄດ້ແຜ່ລະບາດຢູ່ໃນອີຕາລີ ເມື່ອເດືອນກັນຍາ 2019 ນັ້ນ ອີງຕາມການສຶກສາ ໂດຍສະຖາບັນໂຣກມະເຮັງແຫ່ງຊາດ ຫຼື (INT) ເມືອງມີລານຂອງອີຕາລີ ສະແດງໃຫ້ເຫັນເຖິງ ຮ່ອງຮອຍທີ່ບົ່ງບອກວ່າ ໂຄວິດ-19 ອາດແຜ່ລະບາດໄປໄກເຖິງປະເທດຈີນ ໄວກວ່າທີ່ເຄີຍຄິດໄວ້ກ່ອນ ຕາມລາຍງານຂອງອົງການຂ່າວຣອຍເຕີ.

ອົງການອະນາໄມໂລກ ຫຼື WHO ໄດ້ກ່າວວ່າ ໄວຣັສໂຄໂຣນາສາຍພັນໃໝ່ ແລະໂຄວິດ-19 ຊຶ່ງມັນກໍ່ໃຫ້ເກີດພະຍາດທາງລະບົບຫາຍໃຈທີ່ບໍ່ຮູ້ຈັກມາກ່ອນ ກ່ອນການລະບາດໄດ້ຖືກລາຍງານໃນຄັ້ງທຳອິດຢູ່ໃນເມືອງຫວູຫານ ຢູ່ພາກກາງຂອງຈີນ ໃນເດືອນທັນວາປີກາຍນີ້.

ຄົນປ່ວຍຍ້ອນໂຄວິດ-19 ຜູ້ທຳອິດຂອງອີຕາລີ ໄດ້ຖືກກວດພົບໃນວັນທີ 21 ກຸມພາ ຢູ່ໃນເມືອງນ້ອຍໆໃກ້ກັບ ນະຄອນມີລານ ຢູ່ໃນຂົງເຂດພາກເໜືອຂອງລອມບາຣດີ.

ແຕ່ການພົບເຫັນຂອງບັນດານັກຄົ້ນຄວ້າອີຕາລີ ທີ່ໄດ້ພິມອອກເຜີຍແຜ່ໃນ ວາ ລະສານດ້ານວິທະຍາສາດ Tumori Journal ໂດຍ INT ສະແດງໃຫ້ເຫັນວ່າ 11.6 ເປີເບຊັນ ຂອງຜູ້ອາສາສະໝັກທີ່ມີສຸຂະພາບດີ 959 ຄົນ ຜູ້ທີ່ໄດ້ເຂົ້າຮ່ວມໃນການທົດລອງກວດຫາໂຣງມະເຮັງໃນປອດ ລະຫວ່າງ ເດືອນກັນຍາ 2019 ຫາ ເດືອນມີນາ 2020 ນັ້ນ ໄດ້ສ້າງພູມຕ້ານທານຕໍ່ໄວຣັສໂຄໂຣນາ ກ່ອນເດືອນກຸມພາພຸ້ນ.

ການກວດຫາພູມຕ້ານທານທີ່ສະເພາະເຈາະຈົງຕໍ່ SARS-CoV-2 ຕື່ມອີກ ໄດ້ດຳເນີນການໂດຍ ມະຫາວິທະຍາໄລ ຊີແອນນາ (Siena) ສໍາລັບການຄົ້ນຄວ້າແບບດຽວກັນ ທີ່ມີຫົວຂໍ້ວ່າ “ການກວດຫາທີ່ບໍ່ຄາດຄິດ ຂອງພູມຕ້ານທານ SARS-CoV-2 ໃນໄລຍະກ່ອນໂຣກຣະບາດເກີດຂຶ້ນຢູ່ໃນອີຕາລີ.”

ມັນໄດ້ສະແດງໃຫ້ເຫັນວ່າ 4 ກໍລະນີທີ່ໄດ້ຖືກບັນທຶກຢ້ອນຫຼັງກັບຄືນໄປອາທິດທຳອິດຂອງເດືອນຕຸລາ ຍັງໄດ້ກວດພົບມີພູມຕ້ານທານທີ່ຢຸດຢັ້ງໄວຣັສນັ້ນ ຊຶ່ງໝາຍຄວາມວ່າ 4 ຄົນທີ່ໄດ້ຕິດເຊື້ອໄວຣັສໃນເດືອນກັນຍາພຸ້ນ ອີງຕາມ ທ່ານຈີໂອວານນີ ອາໂປໂລເນ ຄູ່ຮ່ວມຂຽນບົດສຶກສາ ໄດ້ກ່າວຕໍ່ອົງການຂ່າວຣອຍ ເຕີ.

ທ່ານອາໂປໂລນີ ໄດ້ກ່າວວ່າ “ການພົບເຫັນທີ່ສຳຄັນອັນນີ້ຄື: ພວກຄົນທີ່ບໍ່ມີອາການໃດໆນັ້ນ ບໍ່ພຽງແຕ່ກວດເລືອດ ພົບວ່າມີເຊື້ອໄວຣັສເທົ່ານັ້ນ ແຕ່ຍັງພົບວ່າ ມີພູມຕ້ານທານທີ່ສາມາດຂ້າເຊື້ອໄວຣັສ.”

ທ່ານເວົ້າຕື່ມວ່າ “ມັນໝາຍຄວາມວ່າ ໄວຣັສໂຄໂຣນາສາຍພັນໃໝ່ ສາມາດແຜ່ລະບາດພາຍໃນປະຊາກອນມາໄດ້ດົນນານແລ້ວ ແລະໂດຍມີອັດຕາລະດັບຄວາມຮ້າຍແຮງທີ່ຕ່ຳ ບໍ່ແມ່ນຍ້ອນວ່າ ມັນຫາຍໄປ ພຽງແຕ່ວ່າ ມັນໄດ້ເພີ້ມສູງຂຶ້ນອີກເທື່ອນຶ່ງ.”

ບັນດານັກຄົ້ນຄວ້າອີຕາລີ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີໃນເດືອນມີນາ ວ່າ ພວກເຂົ້າເຈົ້າໄດ້ລາຍງານເຖິງ ຈຳນວນກໍລະນີປອດອັກເສບຮ້າຍແຮງ ແລະໄຂ້ຫວັດ ທີ່ເພີ້ມສູງຂຶ້ນຜິດປົກກະຕິກວ່າເກົ່າຢູ່ຂົງເຂດລອມບາຣດີ ໃນໄຕມາດສຸດທ້າຍຂອງປີ 2019 ອັນເປັນຮ່ອງຮອຍທີ່ວ່າ ໄວຣັສໂຄໂຣນາສາຍພັນໃໝ່ ອາດໄດ້ແຜ່ລະບາດໄວກວ່າທີ່ໄດ້ຄາດຄິດໄວ້ກ່ອນໜ້ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG