ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ນັກ​ຊ່ຽວ​ຊານເວົ້າວ່າ ການ​ຫ້າມ​ພວກ​ເດີນ​ທາງ​​ຈາກ​ຈີນ ບໍ່​ໃຫ້​ເຂົ້າ​ມາ ສ​ຫລ ຈະ​ບໍ່​ຊ່ວຍ​ສະ​ກັດ​ກັ້ນ ​ເຊື້ອ​ໄວ​ຣັ​ສ ໂຄໂຣ​ນາ ​​ໄດ້


ພວກ​ຄົນ​ໂດຍສານ​ທີ່​ໃສ່ຜ້າ​ຄ​ຸມ​ປາກໄວ້ ທ່າມ​ກາງສະ​ພາບ​​ຂົ່ມ​ຂູ່​​ຂອງເຊື້ອ​ໄວ​ຣັ​ສໂຄໂຣ​ນາ​ຊະ​ນິດ​ໃໝ່​ ​ທີ່ເດີນ​ທາງ​ມາ​ຈາກ​ຈີນໄດ້​ມາ​ເຖິງ​ສະ​ໜາມ​ບິນ O'Hare ຂອງນະ​ຄອນຊີ​ຄາ​ໂກ, ລັດ​ອີ​ລິ​ນອຍໃນ​ວັນ​ທີ 24 ມັງ​ກອນ, 2020
ພວກ​ຄົນ​ໂດຍສານ​ທີ່​ໃສ່ຜ້າ​ຄ​ຸມ​ປາກໄວ້ ທ່າມ​ກາງສະ​ພາບ​​ຂົ່ມ​ຂູ່​​ຂອງເຊື້ອ​ໄວ​ຣັ​ສໂຄໂຣ​ນາ​ຊະ​ນິດ​ໃໝ່​ ​ທີ່ເດີນ​ທາງ​ມາ​ຈາກ​ຈີນໄດ້​ມາ​ເຖິງ​ສະ​ໜາມ​ບິນ O'Hare ຂອງນະ​ຄອນຊີ​ຄາ​ໂກ, ລັດ​ອີ​ລິ​ນອຍໃນ​ວັນ​ທີ 24 ມັງ​ກອນ, 2020

ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ໃນ​ການ​ຫ້າມ ພວກຄົນ​ຕ່າງ​ປະ​ເທດ​ທີ່​ມາ​ຈາກ​ຈີນບໍ່​ໃຫ້​ເຂົ້າ​ປະ​ເທດຈະ​ບໍ່​ສາ​ມາດ​ຍຸ​ຕິ​ເຊື້ອ​ໄວ​ຣັ​ສ ໂຄໂຣ​ນາ​ຊະ​ນິດ​ໃໝ່​ບໍ່​ໃຫ້​ເຂົ້າ​ມາ​ສະ​ຫະ​ລັດ​ໄດ້, ອີງ​ຕາມ​ຄຳ​ເວົ້າ​ຂອງພວກ​ນັກ​ຊ່ຽວ​ຊານ ແລະ​ມັນ​ຈະ​ເຮັດ​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ຫລາຍກ​ວ່າຜົນ​ໄດ້.

ໃນ​ຂະ​ນະ​ທີ່​ສະ​ຫະ​ລັດກຳ​ລັງ​ເຮັດ​ຕາມ​ຫລາຍໆ​ປະ​ເທດ ​ທີ່​ພະ​ຍາ​ຍາມ​ປ້ອງ​ກັນ ຕົນ​ເອງບໍ່​ໃຫ້​ມີເຊື້ອ​ໄວ​ຣັ​ສທີ່​ໄດ້​ເຮັດ​ໃຫ້ຫລາຍກວ່າ 400 ຄົນ​ເສຍຊີ​ວິດດັ່ງ​ກ່າວ ນີ້ຢູ່ ພວກ​ນັກ​ວິ​ທະ​ຍາ​ສາດ​ກໍເວົ້າ​ວ່າ ການ​ຫ້າມ​ການ​ເດີນ​ທາງ​ຂ້ອນ​ຂ້າງວ່າ​ຈະ​ບໍ່​ໃຊ້ການ​ໄດ້ ແລະ​ເຮັດ​ໃຫ້​ມີ​ບັນ​ຫາ​ໃນ​ການ​ຈັດ​ແຈງການ​ຂົນ​ສົ່ງ ແລະບັນ​ຫາທາງ​ເສດ​ຖະ​ກິດຢ່າງ​ຮ້​າຍ​ແຮງ.

"ທ່ານ​ເຫັນ​ໄດ້ຢ່າງ​ໄວ​ວາ​ເລີຍ​ວ່າ ພວກ​ເຮົາ​ແມ່ນ​ຢືນ​ຢູ່​ເທິງ​ເນີນ​ທີ່​ພວກ​ເຮົາ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດຈະ​ອອກ​ໄປ​ໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ເຈນ​ນິ​ເຟີ ນຸ​ຊ​ໂຊ (Jennifer Nuzzo), ນັກ​ວິ​ທະ​ຍາ​ດ້ານ​ການ​ລະ​ບາດ​ພະ​ຍາດຢູ່ສູນ​ກາງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລຈອນ​ສ໌ ຮອບ​ຄິນ​ສ໌ (Johns Hopkins). ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ "ຜົນ​ປະ​ໂຫຍດ​ຂອງ​ການ​ເຮັດ​ແນວນີ້ ແມ່ນບໍ່​ແນ່ນອນ​ຫລາຍ. ໃນ​ຂະ​ນະ​ທີ່​ຄວາມ​ເສຍ​ຫາຍ​ທີ່​ຮູ້​ກັນ​ດີ​ຢູ່​ແລ້ວ ແມ່ນ​ຮູ້ສຶກວ່າ​ຈະແນ່ນອນຫລາຍ."

​ການ​ປະ​ກາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 31 ມັງ​ກອນ​ຜ່ານ​ມາ ໄດ້​ງົດ​ຄົນ​ສັນ​ຊາດ​ຕ່າງ​ປະ​ເທດ ​ທີ່​ໄດ້​ເດີນ​ທາງໄປ​ຈີນຢູ່​ໃນ 14 ວັນ ​ກ່ອນ​ຈະ​ມາ​ເຖິງ​ສະ​ຫະ​ລັດ​ນັ້ນ ບໍ່​ໃຫ້ເຂົ້າ​ມາໃນປະ​ເທດ.

"ພວກ​ເຮົາ​ໄດ້​ເຮັດ​ການ​ຕັດ​ສິນ​ໃຈ​ແບບ​ຮຸນ​ແຮງຢູ່​ຕໍ່​ໜ້າສະ​ພາບ​ໄພ​ຂົ່ມ​ຂູ່​ທີ່ບໍ່​ເຄີຍ ມີ​ມາ​ກ່ອນ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ແນນ​ຊີ ແມັ​ສ​ຊັນ​ເນີ (Nancy Messonnier), ອຳ​ນວຍ​ການ​ຂອງ​ສູນ​ກາງ​ການ​ສັກ​ຢາປ້ອງກັນ​ພະ​ຍາດ ແລະ ພະ​ຍາດ​ທາງ​ການ​ຫາຍ​ໃຈ ຢູ່​ໃນ​ສູນ​ກາງ​ຄວບ​ຄຸມແລະ​ປ້ອງ​ກັນ​ພະ​ຍາດ​ຂອ​ງ​ສະ​ຫະ​ລັດ ທີ່​ກ່າວຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ໃນ​ວັນ​ຈັນ​ວານນີ້.

ທ່ານ​ນາງ ແມັ​ສ​ຊັນ​ເນີ (Messonnier) ໃຫ້​ຂໍ້​ສັງ​ເກດ​ວ່າ ຈຳ​ນວນ​ກໍ​ລະ​ນີ​ຄົນ​ປ່ວຍໄດ້​ຖີບ​ຕົວ​ຂຶ້ນ​ຈາກ 41 ລາຍ ຂຶ້ນ​ເປັນ 17,000 ລາຍ​ ໃນ​ເວ​ລາ​ພຽງ​ແຕ່​ສອງ​ສາມ​ອາ​ທິດ​ເທົ່າ​ນັ້ນ.

ທ່ານ​ນາງ​ກ່າວ​ອີກວ່າ "ນັ້ນ​ເປັນ​ຈຳ​ນວນ 17,000 ກໍ​ລະ​ນີ​ຄົນ​ປ່ວຍ ທີ່​ມີ​ການ​ຕິດ​ເຊື້ອໄວ​ຣັ​ສຊະ​ນິດ​ໃໝ່ອັນ​ນຶ່ງ ​ທີ່​ປະ​ຊາ​ຊົນ​ບໍ່​ມີ​ພູມ​ຕ້ານ​ທານ​ຕໍ່ມັນ,” ແລະ​ເປັນ ເຊື້ອໄວ​ຣັ​ສຊະ​ນິດ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ດ້ານ​ສາ​ທາ​ລະ​ນະ​ສຸກບໍ່​ທັນ​ມີ​ຂໍ້​ມູນ​ກ່ຽວ​ກັບ​ມັນ​ທັງໝົດເທື່ອ.

ທ່ານ​ນາງ​ເວົ້​າ​ຕໍ່​ໄປອີກ​ວ່າເຊື້ອໄວ​ຣັ​ສທີ່​ວ່ານີ້ ໄດ້​ແຜ່​ລະ​ບາດ​ຢ່າງ​ໄວ​ວາ​ໄປ​ທົ່ວ​ປະ​ເທດ​ຈີນ. ກໍ​ລະ​ນີ​ຄົນ​ປ່ວຍ​ຍ້ອນເຊື້ອໄວ​ຣັ​ສນີ້ ຢູ່ນອກ​ຈີນກຳ​ລັງ​ເພີ້ມ​ຂຶ້ນ ຊຶ່ງ​ລວມ​ທັງການ​ຕິດ​ກັນ​ຈາກ​ຄົນ​ໄປ​ຫາ​ຄົນ​ໄດ້​ແຜ່​ລາມ​ໄປ​ໃສ່​ຄົນ​ປ່ວຍທີ່ບໍ່​ໄດ້​ເດີນ​ທາງ​ໄປ​ເມືອງວູ​ຫານ ບ່ອນ​ທີ່​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສນີ້​ຖືກ​ລາຍ​ງານ​ໃຫ້​ຮູ້ ເປັນ​ຄັ້ງ​ທຳ​ອິດນັ້ນ​ອີກ​ດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG