ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ເສຍ​ຊີ​ວິດ​ສູງ​ສຸດ ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ ເກືອບຮອດ 1,800 ຄົນ​ແລ້​ວ


ຍາມ​ຮັກ​ສາ​ຄວາມ​ປອດ​ໄພ​ໃສ່​ໜ້າ​ກາກ​ອະ​ນາ​ໄມ ໃນ​ລະ​ຫວ່າງ​ຫິ​ມະ​ຕົກ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ. 14 ກຸມ​ພາ, 2020.
ຍາມ​ຮັກ​ສາ​ຄວາມ​ປອດ​ໄພ​ໃສ່​ໜ້າ​ກາກ​ອະ​ນາ​ໄມ ໃນ​ລະ​ຫວ່າງ​ຫິ​ມະ​ຕົກ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ. 14 ກຸມ​ພາ, 2020.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຈີນ ໄດ້​ລາຍ​ງານ​ໃນ​ວັນ​ຈັນ​ມື້​ນີ້ວ່າ ຈຳ​ນວນ​ກໍ​ລະ​ນີ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ແມ່ນ​ໄດ້​ກາຍ 70,000 ຄົນ, ພ້ອມ​ກັບ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໄດ້​ເພີ່ມ​ຂຶ້ນ​ເຖິງ​ເກືອບ 1,800 ຄົນ.

ຜູ້​ທີ່​ຕິດ​ໄວ​ຣັ​ສ​ປະ​ມານ 11,000 ແມ່ນ​ໄດ້​ຫາຍ​ດີ​ຈາກ​ໄວ​ຣັ​ສ​ນັ້ນ​ແລ້ວ.

ແຂວງ ຮູ​ເບ ຂອງ ຈີນ, ເຊິ່ງ​ແມ່ນ​ສູນກາງ​ຂອງ​ການ​ແຜ່​ລະ​ບາດ​ນັ້ນ, ລາຍ​ງານ​ການ​ເສຍ​ຊີ​ວິດ​ຕື່ມ 100 ກໍ​ລະ​ນີ​ໃນ​ວັນ​ຈັນ​ມື້ນີ້ ໃນ​ຂະ​ນະ​ທີ່​ບັນ​ດາ​ພະ​ນັກ​ງານ​ຮັກ​ສາ​ສຸ​ຂະ​ພາບ​ໄດ້​ເດີນ​ທາງ​ໄປ​ຮອດ​ເພີ່ມ​ເຕີມ ເພື່ອ​ຊ່ວຍ​ເຫຼືອ​ລະ​ບົບ​ການ​ແພດ​ທີ່​ໄດ້​ຕົກ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ ນັບ​ຕັ້ງ​ແຕ່​ກໍ​ລະ​ນີ​ທຳ​ອິດ​ໄດ້​ຖືກ​ຄົ້ນ​ພົບ​ເມື່ອ​ທ້າຍ​ເດືອນ​ທັນ​ວາ​ປີ​ກາຍນີ້.

ກໍ​ລະ​ນີ​ສ່ວນຫຼາຍ​ທີ່​ຖືກ​ກວດ​ພົບ​ຢູ່ນອກ​ປະ​ເທດ ຈີນ ແມ່ນ​ຜູ້​ໂດຍ​ສາຍ​ເທິງ​ກຳ​ປັ່ນ​ສຳ​ລານ​ທີ່​ຖືກ​ກັກ​ກວດ​ໂຣກ​ໃນ​ແຂວງ ໂຢ​ໂກ​ຮາ​ມາ ປະ​ເທດ ຍີ່​ປຸ່ນ.

ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ເຂົາ​ເຈົ້າ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າຫຼາຍກວ່າ 300 ຄົນ ແລະ ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຜູ້​ທີ່​ຢູ່​ເທິງ​ກຳ​ປັ່ນ Diamond Princess. ເຮືອ​ບິນ​ຖ້ຽວ​ນຶ່ງ​ທີ່​ນຳ​ພາ​ຜູ້​ໂດຍ​ສານ​ທັງຫຼາຍ​ໄດ້​ເດີນ​ທາງ​ຮອດ​ຖານ​ທັບ​ອາ​ກາດ ທ​ຣາ​ວິ​ສ (Travis) ທີ່​ລັດ​ຄາ​ລິ​ຟໍ​ເນຍ ໃນ​ວັນ​ຈັນ​ມື້ນີ້, ໃນ​ຂະ​ນະ​ທີ່​ຖ້ຽວ​ບິນ​ອື່ນໆ​ໄດ້​ເດີນ​ທາງຮອດຫຼາຍ​ຊົ່ວ​ໂມງ​ຕໍ່​ມາ​ ທີ່​ຖານ​ທັບ​ອາ​ກາດ ແລັກ​ແລນ ໃນ​ລັດ​ເທັກ​ຊັ​ສ.

ກຸ່ມ​ນຶ່ງ​ທີ່​ມີ 14 ຄົນ​ຜູ້​ທີ່ບໍ່​ໄດ້​ສະ​ແດ​ງ​ອາ​ການ​, ແຕ່​ຖື​ກ​ກວດ​ມີ​ຜົນ​ບວກ​ສຳ​ລັບ​ໄວ​ຣັ​ສ​ດັ່ງ​ກ່າວ ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຂຶ້ນ​ເຮືອ​ບິນ​ລຳ​ຕ່າງໆ​ ໃນ​ເຂດ​ທີ່​ຖືກ​ແຍກຢູ່​ໂດດ​ດ່ຽວ​ຈາກ​ຜູ້​ໂດຍ​ສານ​ຄົນ​ອື່ນ​ໆ. ຜູ້​ທີ່​ຖືກ​ຍົກ​ຍ້າຍ​ໝົດ​ທຸກ​ຄົນ​ຈະ​ຖືກ​ກັກ​ກວດ​ພະ​ຍາດ​ເປັນ​ເວ​ລາ 14 ວັນ.

ດ້ວຍ​ກໍ​ລະ​ນີ​ໃໝ່ 99 ກໍ​ລະ​ນີ​ຖືກ​ລາຍ​ງານ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ ໃນ​ວັນ​ຈັນ​ມື້ນີ້, ຈຳ​ນວນ​ປະ​ຊາ​ຊົນ 454 ຄົນ​ຈາກ 3,700 ຢູ່​ເທິງ​ກຳ​ປັ່ນ​ສຳ​ລານ​ນັ້ນ ໄດ້​ຖືກກວດ​ມີ​ຜົນ​ບວກ​ສຳ​ລັບ​ໄວ​ຣັ​ສ​ໂຄ​ໂຣ​ນາ.

ອອ​ສ​ເຕ​ຣ​ເລຍ ໄດ້​ປະ​ກາດ​ໃນ​ວັນ​ຈັນ​ມື້ນີ້​ວ່າ ເຂົາ​ເຈົ້າ​ກໍ​ຈະ​ຍົກ​ຍ້າຍ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ຈາ​ກ​ປັ່ນ​ລຳ​ດັ່ງ​ກ່າວ​ເຊັ່ນ​ກັນ. ກາ​ນາ​ດາ, ອິ​ຕາ​ລີ, ເກົາຫຼີ​ໃຕ້ ແລະ ຮົງ​ກົງ ກໍ​ມີ​ແຜນ​ທຳ​ການ​ປະ​ຕິ​ບັດ​ການ​ຍົກ​ຍ້າຍ​ຄົນ​ຂອງ​ເຂົາ​ເຈົ້າ​ດ້ວຍ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ກໍ​ກຳ​ລັງທຳ​ການ​ສອບ​ສວນ​ໃນ​ກໍ​ລະ​ນີ​ຄົນ ອາ​ເມ​ຣິ​ກັນ ຜູ້​ທີ່​ຖືກກວດ​ພົບຕິດ​ໄວ​ຣັ​ສ​ໂຄ​ໂຣ​ນາ ຫຼັງ​ຈາກ​ໄດ້​ຂຶ້​ນ​ກຳ​ປັ່ນ​ສຳ​ລານ​ອີກ​ລຳ​ນຶ່ງ​ຊື່​ວ່າ, The Westerdam, ເຊິ່ງ​ຜູ້​ໂດຍ​ສານ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກກວດ​ບໍ່​ພົບ​ໄວ​ຣັ​ສ ກ່ອນ​ລົງ​ຈາກ​ກຳ​ປັ່ນ​ໃນ​ປະ​ເທດ ກຳ​ປູ​ເຈຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ແພດ ມາ​ເລ​ເຊຍ ໄດ້​ກ່າວ​ວ່າ ຜູ້​ໂດຍ​ສານ​ຄົນ​ນັ້ນ, ເຊິ່ງ​ແມ່ນ​ແມ່​ຍິງ​ອາ​ຍຸ 83 ປີ, ໄດ້​ຖືກກວດ​ພົບ​ໄວ​ຣັ​ສ​ສອງ​ຄັ້ງ ໃນ​ເວ​ລາເດີນ​ທາງ​ຮອດ ມາ​ເລ​ເຊຍ ຫຼັງ​ຈາກ​ໄດ້​ສະ​ແດງ​ໃຫ້​ເຫັນ​ສັນ​ຍານ​ຂອງ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​, ອີງ​ຕາມ​ການ​ກ່າວ​ຂອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ວັນ​ອາ​ທິດ​ວານນີ້. ລາວ​ແມ່ນ​ຄົນ​ທຳ​ອິດ​ຈາກ​ກຳ​ປັ່ນ The Westerdam ທີ່​ຖື​ກກວດ​ມີ​ຜົນ​ບວກ. ​ແຕ່ສາ​ມີ​ຂອງ​ລາວ​ຖື​ກກວດ​ບໍ່​ພົບ​ໄວ​ຣັ​ສ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG