ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຈຳ​ນວນ ຜູ້​​ເສຍ​ຊີ​ວິດ ຍ້ອນໄວ​ຣັ​ສ​ໂຄ​ໂຣ​ນາ ສູງ​ຂຶ້ນ​ກາຍ 1000 ຄົນ​ແລ້ວ


​ພວກ​ຜູ້​ໂດຍ​ສານ ຈາກ​​ກຳ​ປັ່ນ​ນຳ​ທ່ຽວ ​ຊື່​ວ່າ "World Dream" ໄດ້​​ເຂົ້າຈອດ​ຢູ່​ທີ່ ທ່າກຳ​ປັ່ນ ​Kai Tak, ພາ​ກັນ​ສະ​ແດງ​ທ່າ​ທາງ ຢູ່​ທີ່​ຮົງ​ກົງ, ວັນ​ເສົາ ທີ 8 ກຸມ​ພາ 2020.
​ພວກ​ຜູ້​ໂດຍ​ສານ ຈາກ​​ກຳ​ປັ່ນ​ນຳ​ທ່ຽວ ​ຊື່​ວ່າ "World Dream" ໄດ້​​ເຂົ້າຈອດ​ຢູ່​ທີ່ ທ່າກຳ​ປັ່ນ ​Kai Tak, ພາ​ກັນ​ສະ​ແດງ​ທ່າ​ທາງ ຢູ່​ທີ່​ຮົງ​ກົງ, ວັນ​ເສົາ ທີ 8 ກຸມ​ພາ 2020.

ໃນ​ຂະ​ນະ​ທີ່ ໂຕ​ເລກ​ການເສຍ​ຊີ​ວິດຈາກ​ການ​ລະ​ບາດ​ຂອງໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ນັ້ນ ກາຍ 1,000 ຄົນ​ແລ້ວ ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຂັ້ນ​ສູງ​ສອງ​ທ່ານ ​ຢູ່ໃນ​ແຂວງ​ຮູ​ເບ​ທາງ​ພາກ​ກາ​ງ​ຂອງ​ຈີນ ບ່ອນ​ທີ່​ເປັນ​ຈຸດ​ສູນ​ກາງ​ຂອງ​ການ​ລະ​ບາດນັ້ນ ໄດ້​ຖືກ​ປົດ​ອອກ​ຈາກຕຳ​ແໜ່ງ ​ຂອງ​ພວກ​ເພິ່ນ.

ສື່ມວນ​ຊົນ​ຂອງ​ທາງ​ການ​ຈີນ ໄດ້​ລາຍ​ງານ​ໃນ​ວັນ​ອັງ​ຄານມື້ນີ້ ວ່າ ທ່ານ​ຊາງ ຈິນ ຫົວ​ໜ້າ​ພັກ​ຄອມ​ມິວ​ນິ​ສ ຮັບ​ຜິດ​ຊອບ​ຄະ​ນະ​ກຳ​ມາ​ທິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ແຂວງ​ຮູ​ເບ ແລະ ທ່ານຫ​ລິວ ຢິງ​ສີ ຜູ້​ອຳ​ນວຍ​ການ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ດັ່ງ​ກ່າວ ໄດ້​ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່.

ການ​ປົດບຸກ​ຄົ​ນ​ທັງ​ສອງອອກນັ້ນ ມີ​ຂຶ້ນ​ນຶ່ງວັນ ຫຼັງ​ຈາກ​ ມີ​ຜູ້​ເສຍ​ຊີ​ວິດ​ຕື່ມ​ອີກ 103 ຄົນ ຕາມ​ທີ່​ໄດ້​ມີ​ລາຍ​ງານ​ໃນ​ແຂວງ​ຮູ​ເບ ບ່ອນ​ທີ່ ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ ຍັງ​ຄົງ​ຢູ່​ພາຍ​ໃຕ້​ການ​ປິດ​ແຂວງ ແລະ​ພວກ​ຄົນ​ທັງຫຼາຍ ພາ​ກັນ​ຈົ່ມ​ວ່າ ຂາດ​ອາ​ຫານ​ການ​ກິນ. ຈຳ​ນວນ​ກໍ​ລະ​ນີ​ຜູ້​ຕິດ​ເຊື້ອ​ໄວ​ຣັ​ສ ທັງ​ໝົດ ເພີ້ມ​ຂຶ້ນ​ເປັນເກືອບ 43,000 ລາຍ​ແລ້ວ ໃນ​ທົ່ວ​ປະ​ເທດ​ຈີນ ຊຶ່ງ​ໄດ້​ຮັບ​ການ​ຢືນ​ຢັນໂດຍ​ລັດ​ຖະ​ບານ​ກາງ​ຂອງ​ຈີ​ນ.

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ພວກ​ຄົນ​ປ່ວຍ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ ຢູ່​ທີ່​ໂຮງ​ໝໍ​ໃນ​ນະ​ຄອນຫຼວງ​ປັກ​ກິ່ງ ເມື່ອ​ວັນ​ຈັນ​ວານນີ້ ແລະ​ໄດ້​ຮຽກ​ຮ້ອງໃຫ້ “​ເອົາ​ມາດ​ຕະ​ການ​ທີ່​ເດັດ​ຂາດ” ເພື່ອ​ຄວບ​ຄຸມ​ການ​ລະ​ບາດນີ້ ອີງ​ຕາມ​ລາຍ​ງານຈາກ​ໂທ​ລະ​ພາບ​ຂອງ​ທາງ​ການ​ຈີນ.

​ຫົວ​ໜ້າອົງ​ການ​ອະ​ນາ​ໄມ​ໂລກ ທ່ານ​ເທ​ໂດ​ຣ​ສ ອາ​ດາ​ນົມ ເກບ​ຣີ​ເຢ​ຊັ​ສ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ ວ່າ ການ​ແຜ່​ລາມ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ລະ​ຫວ່າງ​ຄົນ ຜູ້​ທີ່ບໍ່​ມີ​ປະ​ຫວັດ​ຂອງ​ການ​ເດີນ​ທາງ​ໄປ​ຈີນ ອາດ​ຈະ “​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ໃຫຍ່​ຂຶ້ນກວ່າ​ເກົ່າ.”

“ເມື່ອ​ສອງ​ສາມມື້​ຜ່ານ​ມານີ້ ພວກ​ເຮົາ ໄດ້​ເຫັນ​ເຫດ​ການ​ບາງ​ສ່ວນ​ທີ່​ໜ້າ​ເປັນ​ຫ່ວງ ຂອງ​ການ​ຕິດ​ແປດ​ເຊື້ອ​ໄວ​ຣັ​ສ ​ຈາກ​ຄົນ​ທີ່ບໍ່​ມີ​ປະ​ຫວັດ​ການ​ເດີນ​ທາງ​ໄປ​ຈີນ ​ຕໍ່ໆ​ກັນ​ໄປ” ທ່ານ​ເກບ​ຣີ​ເຢ​ຊັ​ສ ໄດ້​ກ່າວ​ໄປຕື່ມ​ອີກ ໂດຍ​ອ້າງ​ເຖິງ​ກໍ​ລະ​ນີ​ຕິດ​ເຊື້ອໄວ​ຣັ​ສໃໝ່ໆ ຢູ່​ໃນ​ອັງ​ກິດ ແລະ​ຝ​ຣັ່ງ.

ອັງ​ກິດ ໄດ້​ປະ​ກາດ​ກ່ຽວ​ກັບ​ໄວ​ຣັ​ສ ວ່າ “​ຮ້າຍ​ແຮງ ແລະເປັນ​ໄພ​ຂົ່ມ​ຂູ່​ທີ່ໃກ້​ຈະ​ເກີດ​ຂຶ້ນ” ຕໍ່ສຸ​ຂະ​ພາບ​ຂອງມະ​ຫາ​ຊົນ ຫຼັງ​ຈາກ​ມີ​ລາຍ​ງານກ່ຽວ​ກັບ ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ​ໃໝ່ 4 ຄົນ ໃນວັນ​ຈັນ​ວານນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ມີຈຳ​ນວນ​ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ ​ທີ່​ໄດ້​ຮັບ​ການ​ຢືນ​ຢັນໃນ​ອັງ​ກິດ ເປັນ 8 ຄົນ. ການ​ປະ​ກາດ ຂອງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ທ່ານ​ແມັ​ຕ ແຮນ​ຄັອກ​ ​ອຳ​ນວຍ​ໃຫ້​ລັດ​ຖ​ະບານ ມີ​ອຳ​ນາຍຫຼາຍ​ຂຶ້ນ ​ທີ່​ຈະ​ແຍກ​ພວກ​ຄົນອອກ​ໄປ​ຢູ່​ໂດດ​ດຽວ ​ເພື່ອບໍ່​ໃຫ້​ໄວ​ຣັ​ສ​ແຜ່​ລາມ​ອອກ​ໄປ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG