ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຈຳ​ນວນ​ການ​ເສຍ​ຊີ​ວິດ ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ ໄດ້​ກາຍຈຳ​ນວນ​ ​ການ​ລະ​ບາດຂອງໂຣກ​ SARS ​ແລ້ວ


ທາງ​ເຂົ້າ​​ຄຸ້ມ​ບ້ານ​​ຂອງ​ຊຸມ​ຊົນ​ໄດ້​ຖືກ​ປິດ​ໄວ້ ໃນ​ຊຽງ​ໄຮ້ ຂອງ​ຈີນ ໃນ​ຂ​ະ​ນະ​ທີ່ ປະ​ເທດ ກຳ​ລັງ​ຖືກ​ກະ​ທົບ​ໜັກ​ດ້ວຍ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂລ​ນາ ສາຍ​ພັນ​ໃໝ່, ​ວັນ​ທີ 8 ກຸມ​ພາ 2020. REUTERS/Aly Song
ທາງ​ເຂົ້າ​​ຄຸ້ມ​ບ້ານ​​ຂອງ​ຊຸມ​ຊົນ​ໄດ້​ຖືກ​ປິດ​ໄວ້ ໃນ​ຊຽງ​ໄຮ້ ຂອງ​ຈີນ ໃນ​ຂ​ະ​ນະ​ທີ່ ປະ​ເທດ ກຳ​ລັງ​ຖືກ​ກະ​ທົບ​ໜັກ​ດ້ວຍ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂລ​ນາ ສາຍ​ພັນ​ໃໝ່, ​ວັນ​ທີ 8 ກຸມ​ພາ 2020. REUTERS/Aly Song

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ຢູ່ໃນ​ຈີນ​ແຜ່ນ​ດິນ​ໃຫຍ່ ຈາກການ​ລະ​ບາດ​ຂອງໄວ​ຣັ​ສ​ໂຄ​ໂຣ​ນາ ​ແມ່ນສູງ​ເຖິງ 811 ຄົນແລ້ວ ໃນ​ຕອນ​ແລງວັນ​ເສົາ​ວານນີ້ ໂດຍ​ກາຍ​ຈຳ​ນວນ​ຕົວ​ເລກ​ການ​ເສຍ​ຊີ​ວິດ​ຍ້ອນໂຣກ​ລະ​ບາດຂອງລະ​ບົບ​ຫາຍ​ໃຈ​ອັກ​ເສບ​ຮ້າຍ​ແຮງ ຫຼື SARS ໃນ​ປີ 2002 ແລະ 2003 ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຈີນ ທີ່​ໄດ້​ກ່າວ​ໄປ​ເມື່ອ​ຕອນ​ເຊົ້າ​ວັນ​ອາ​ທິດມື້ນີ້.

89 ຄົນ​ໄດ້​ເສຍ​ຊີ​ວິດ ​ຍ້ອນກ​ານ​ລົ້ມ​ປ່ວຍ​ດ້ວຍ​ພະ​ຍາດ​ດັ່ງ​ກ່າວ ​ໃນ​ວັນເສົາ​ວານນີ້ ອີງ​ຕາມ​ການ​ກ່າວ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຂອງ​ຈີນ ​ໃນ​ຕອນ​ເຊົ້າ​ວັນ​ອາ​ທິດມື້ນີ້.

ໂຣກ​ລະ​ບົບ​ຫາຍ​ໃຈ​ອັກ​ເສບ​ຮ້າ​ຍ​ແຮງ ຫຼື SARS ແມ່ນ​ເຊື່ອ​ກັນ​ວ່າ ໄດ້​ສັງ​ຫານ​ປະ​ຊາ​ຊົນ ຫຼາຍກວ່າ 774 ຄົນ ແລະໄດ້​ເຮັດ​ໃຫ້ເກືອບ 8,100 ຄົນ ລົ້ມ​ປ່ວຍ​ຢູ່​ໃນ​ຈີນ ແລະຢູ່​ໃນ​ຮົງ​ກົງ ທີ່​ເປັນຂົງເຂດ​ປົກ​ຄອງ​ແບບ​ພິ​ເສດຂອງ​ຈີນ​ນຳ​ດ້ວຍ.

ຄະ​ນະ​ກຳ​ມາ​ທິ​ການ​ດັ່ງ​ກ່າວ ໄດ້​ລາຍ​ງາຍ​ວ່າ ​ກໍ​ລະ​ນີ​ຜູ້​ຕິດ​ເຊື້ອ​ໄວ​ຣັ​ສໃໝ່ ໄດ້​ຫລຸດ​ລົງ ໃນ​ວັນ​ເສົາ​ວານນີ້ ​ຊຶ່ງເປັນ​ຄັ້ງ​ທຳ​ອິດ ນັບ​ແຕ່​ວັນ​ທີ 1 ກຸມ​ພາ ເປັນ​ຕົ້ນ​ມາ ໂດຍ​ມີ​ຢູ່ 2,656 ກໍ​ລະ​ນີ ​ຊຶ່ງ​ລວມ​ທັງ​ໝົດ​ແລ້ວມີ​ຢູ່ 37,198 ກໍ​ລະ​ນີ.

ທ່ານ​ໂຈ​ເຊັບ ໄອ​ເສັນ​ເບີກ ສາ​ສະ​ດາ​ຈານ​ດ້ານໂຣກ​ລະ​ບາດ ຢູ່​ທີ່ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ມິ​ຊິກ​ແກັນ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ Reuters ວ່າ ມັນ​ໄວ​ເກີນ​ໄປ​ທີ່​ຈະ​ກ່າວ​ໄດ້​ວ່າ ການ​ລະ​ບາດ ທີ່​ຖີບ​ຕົວ​ສູງ​ຂຶ້ນ​ເປັນ​ຍ້ອນ ຄວາມບໍ່ແນ່ນອນ​ໃນ​ຈຳ​ນວນ​ຂອງ​ກໍ​ລະ​ນີ​ຜູ້​ຕິດ​ເຊື້ອ ຫຼືບໍ່.

ທ່ານ​ໄດ້​ກ່າວຕໍ່​ຣອຍ​ເຕີ​ວ່າ “ເຖິງ​ແມ່ນ​ວ່າ ໄດ້​ມີ​ລາຍ​ງານ​ຂອງ​ກໍ​ລະ​ນີ​ຕິດ​ເຊື້ອ ທີ່ອາດ​ຈະເພີ້ມ​ສູງ​ຂຶ້ນ ກໍ​ຕາມ ພວກ​ເຮົາ​ບໍ່​ຮູ້​ວ່າ ແມ່ນ​ຫຍັງ​ກຳ​ລັງ​ເກີດ​ຂຶ້ນ ກັບ​ກໍ​ລະ​ນີ​ຕິດ​ເຊື້ອ ທີ່ຍັງ​ບໍ່​ທັນ​ໄດ້​ຖືກ​ລາຍ​ງາຍນັ້ນ.” ທ່ານ​ໄອ​ເຊັນ​ເບີກ ກ່າວ​ອີກວ່າ “ອັນ​ນີ້ ເປັນ​ບັນ​ຫາ​ພິ​ເສດ ຢູ່​ໃນ​ບາງ​ພື້ນ​ທີ່​ຊົນ​ນະ​ບົດຫຼາຍກວ່າ.”

ພາຍ​ໃນ​ຈຳ​ນວນ​ການ​ເສຍ​ຊີ​ວິດ​ໃໝ່​ນັ້ນ ລວມ​ມີ ພົນ​ລະ​ເມືອງ​ສະ​ຫະ​ລັດ ຄົນ​ນຶ່ງ ຢູ່​ໃນ​ເມືອງວູ​ຮານ ຂອງ​ຈີນ ທີ່​ເປັນ​ຈຸດ​ສູນ​ກາງ ຂອງ​ການ​ລະ​ບາດ ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ​ສະ​ຖານ​ທູ​ດ​ອາ​ເມ​ຣິ​ກາ ​ປະ​ຈຳນະ​ຄອນຫຼວງ ປັກ​ກິ່ງ ໃນ​ວັນ​ເສົາ​ວານນີ້.

ສະ​ຖານ​ທູດ​ໄດ້​ກ່າວ​ວ່າ ຊາວ​ອາ​ເມ​ຣິ​ກັນ ອາ​ຍຸ 60 ປີ ໄດ້​ເສຍ​ຊີ​ວິດ ໃນ​ວັນ​ທີ 6 ກຸມ​ພາ. ພົນ​ລະ​ເມືອງ​ຍີ່​ປຸ່ນ​ຄົນນຶ່ງ ​ຍັງ​ໄດ້​ຖືກ​ລາຍ​ງານວ່າ ໄດ້​ເສຍ​ຊີ​ວິດ ຢູ່​ໃນ​ເມືອງວູ​ຮານ ຍ້ອນໂຣກໄວ​ຣັ​ສປອດ​ອັກ​ເສບ​ ເປັນ​ໄປ​ໄດ້​ສູງວ່າ ເກີດ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ ແຕ່​ບໍ່​ທັນ​ໄດ້​ຮັບ​ການ​ຢຶນ​ຢັນ​ເທື່ອ.

​ຜູ້​ອຳ​ນວຍ​ການອົງນານ​ອະ​ນາ​ໄມ​ໂລກ ທ່ານ​ເທ​ໂດ​ຣ​ສ ອາ​ດານ​ນົມ ເກບ​ຣີ​ເອ​ຊັ​ສ ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້ວ່າ ​ອົງ​ການ​ຈະ​ສົ່ງ​ທີມ​ນັກ​ສືບ​ສວນ​ສອບ​ສວນ​ສາ​ກົນ ໄປ​ຍັງ​ຈີນ ໃນ​ວັນ​ຈັນ ຫຼື ວັນ​ອັງ​ຄານນີ້. ທ່ານ​ເທ​ໂດ​ຣ​ສ ບໍ່​ໄດ້​ລະ​ບຸ​ຊື່​ບັນ​ດາ​ສະ​ມາ​ຊິກ​ຂອງ​ທີມ ໂດຍ​ກ່າວ​ວ່າ ອົງ​ການນີ້ ຈະ “ເປີດ​ເຜີຍ​ທຸກ​ສິ່ງ​ທຸກ​ຢ່າງ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້ ໃນ​ເມື່ອ​ພວກ​ເຮົາ​ພ້ອມ​ແລ້ວ.”

ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ກ່າວ​ໃນ​ວັນ​ສຸກ​ຜ່ານ​ມາ ວ່າ ມັນ​ໄວ​ເກີນ​ໄປ ທີ່​ຈະ​ຢືນ​ຢັນຄວາມເຊື່ຶ​ອຂອງ​ເຈົ້າ​ໜ້າ​ທີ່​ ຈີນ​ ທ່ານ​ນຶ່ງທີ່​ວ່າການ​ລະ​ບາດ​ແມ່ນ​ໄກ້​ຈະ​ເຖິງ​ຂັ້ນ​ສູງ​ສຸດ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG