ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄວຣັສໂຄໂຣນາ ປ່ຽນແປງ ກິດຈະວັດພື້ນຖານ ຂອງລັດຖະບານ


ຜູ້ນຳສຽງສ່ວນຫຼາຍໃນສະພາຕໍ່າ ສະຫະລັດ ທ່ານ ສເຕນີ ຣອຍເຢີ, ກາງ, ໃສ່ໜ້າກາກໃນຂະນະທີ່ທ່ານຍ່າງຢູ່ຫ້ອງຂອງສະພາຕໍ່າ ກ່ອນການລົງຄະແນນສຽງ. ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ, 23 ເມສາ, 2020.
ຜູ້ນຳສຽງສ່ວນຫຼາຍໃນສະພາຕໍ່າ ສະຫະລັດ ທ່ານ ສເຕນີ ຣອຍເຢີ, ກາງ, ໃສ່ໜ້າກາກໃນຂະນະທີ່ທ່ານຍ່າງຢູ່ຫ້ອງຂອງສະພາຕໍ່າ ກ່ອນການລົງຄະແນນສຽງ. ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ, 23 ເມສາ, 2020.

ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ ຂອງສະຫະລັດ, ບັນດາສະມາຊິກສະພາ ຂອງປະເທດ ແມ່ນມີຄວາມເຫັນແຕກຕ່າງກັນ ກ່ຽວກັບວິທີທີ່ຈະຮັບມືກັບການລະບາດຂອງໄວຣັສໂຄໂຣນາ. ພາຍໃຕ້ການຊີ້ນຳດຽວກັນ ຈາກແພດໝໍປະຈຳຫໍລັດຖະສະພາ ສະ
ຫະລັດ ນັ້ນ, ສະພາຕໍ່າ ສະຫະລັດ ໄດ້ປະກາດໃນອາທິດ ນີ້ວ່າ ສະມາຊິກຂອງເຂົາເຈົ້າຈະສືບຕໍ່ເຮັດວຽກຢູ່ບ້ານ ໃນຂະນະທີ່ສະພາສູງ ສະຫະລັດ ຈະກັບຄືນມາຈັດກອງປະຊຸມຢູ່ນະຄອນຫຼວງຂອງປະເທດ ໃນວັນ ຈັນໜ້າ.

ມັນເປັນສັນຍານຫຼ້າສຸດ ກ່ຽວກັບ ວິທີທີ່ໂຣກລະບາດດັ່ງກ່າວໄດ້ປ່ຽນແປງການ ເຮັດວຽກປະຈຳ ວັນ ຂອງສະຖາບັນລັດຖະບານ ສະຫະລັດ, ປ່ຽນແປງກິດຈະ ວັດປະຈຳວັນ ທີ່ສາມາດຢືນຢັນໄດ້ຂອງລັດຖະບານ ແລະ ມັກຈະຜັກດັນຂະ ບວນການຕາມປະເພນີໄປເປັນການໃຊ້ເທັກໂນໂລຈີທີ່ປະຕິບັດການຈາກທາງໄກ

ໃນການກ້າວເຂົ້າສູ່ອາທິດທີຫົກຂອງຄຳສັ່ງໃຫ້ຢູ່ໃນບ້ານນັ້ນ, ບັນດາສະມາຊິກ ສະພາຕໍ່າແມ່ນຫາກໍ່ປັບຕົວໄດ້ ດ້ວຍການຈັດກອງປະຊຸມຜ່ານທາງອິນເຕີເນັດ ແລະ ຈັດການຮັບຟັງຄຳໃຫ້ການຕ່າງໆ ທີ່ຈະເລີ່ມຕົ້ນວຽກງານການຊີ້ນໍາຂອງສະຖາບັນນິຕິບັນຍັດແລະດຳເນີນການອອກກົດໝາຍ. ແຕ່ຂໍ້ສະເໜີສຳລັບການ ລົງຄະແນນສຽງທາງໄກແມ່ນຍັງຢູ່ໃນການເຈລະຈາລະຫວ່າງຜູ້ນຳໃນສອງພັກ ການເມືອງນັ້ນ.

ຢູ່ທຳນຽບຂາວ, ການປ່ຽນແປງຕ່າງໆຕໍ່ການປະຕິບັດງານປະຈຳວັນ ແມ່ນເຫັນ ໄດ້ໃນທັນທີ. ຫ້ອງຈັດກອງປະຊຸມລາຍງານຂອງທຳນຽບຂາວເຊິ່ງຄັ້ງນຶ່ງເຄີຍມິດງຽບ ຕອນນີ້ ແມ່ນໄດ້ຈັດກອງປະຊຸມລາຍງານຂອງໜ່ວຍປະຕິບັດການພິເສດ ໄວຣັສໂຄໂຣ ນາເກືອບທຸກວັນ.

ອີງຕາມກົດລະບຽບທີ່ວາງອອກໂດຍສະມາຄົມນັກຂ່າວທຳນຽຂາວ ຫຼື WHCA ນັ້ນ, ມີພຽງນຶ່ງສ່ວນສາມຂອງບ່ອນນັ່ງ 49 ບ່ອນໃນຫ້ອງກອງປະຊຸມລາຍງານ ເຈມສ໌ ເບຣດີ ແມ່ນສາມາດນັ່ງໄດ້ ເພື່ອປະຕິບັດການຢູ່ຫ່າງກັນໃນສັງຄົມຢ່າງ ຖືກຕ້ອງ. ສະມາຄົມນັກຂ່າວທຳນຽບຂາວ ໄດ້ຮຽກຮ້ອງໃຫ້ພວກນັກຂ່າວ ບໍ່ໃຫ້ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວນອກຈາກເຂົາເຈົ້າມີບ່ອນ ນັ່ງ. ແຕ່ຢູ່ໃນສວນ ກຸຫຼາບຂອງທຳນຽບຂາວ, ບ່ອນທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ຈັດກອງປະ ຊຸມລາຍງານໜ່ວຍປະຕິບັດການພິເສດບາງຄັ້ງນັ້ນ, ກົດລະບຽບຂອງອົງການດັ່ງ ກ່າວແມ່ນບໍ່ໄດ້ກຳນົດໃຊ້ ແລະ ນັກຂ່າວສ່ວນຫຼາຍໄດ້ໄປປາກົດຕົວຢູ່ທີ່ນັ້ນ.

ບັນດາສະມາຊິກສື່ມວນຊົນທີ່ເຂົ້າໄປໃນທຳນຽບຂາວ ຈະຖືກກວດອຸນຫະພູມ ຂອງເຂົາເຈົ້າສອງຄັ້ງ, ຄັ້ງທຳອິດແມ່ນຢູ່ປະຕູໃຫຍ່ແລະກ່ອນເຂົ້າໄປໃນຫ້ອງ ປະຊຸມ. ບັນດານັກຂ່າວທີ່ເດີນທາງຢູ່ເຮືອບິນ Air Force 2 ກັບຮອງປະທາ ນາທິບໍດີໄດ້ຖືກກວດ, ເຊິ່ງເປັນການປ່ຽນແປງຈາກຕອນຕົ້ນຂອງໂຣກລະບາດ ເມື່ອປະທານາທິບໍດີ ທຣຳ ໄດ້ເດີນທາງໄປເມືອງ ນໍຟອກ, ລັດ ເວີຈິເນຍ ໃນ ທ້າຍເດືອນມີນາ ເພື່ອໄປສົ່ງກຳປັ່ນໂຮງໝໍ USNS Comfort ອອກເດີນທາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG