ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈໍານວນຄົນຕິດເຊື້ອໄວຣັສໂຄໂຣນາ ໄດ້ເພີ່ມຂຶ້ນອີກ ເປັນຄັ້ງທຳອິດ ໃນທົ່ວໂລກ ໃນຮອບ 7 ອາທິດຜ່ານມາ


ແມ່ຍິງຄົນນຶ່ງໄດ້ຮັບການສັກຢາວັກຊິນ Moderna ປ້ອງກັນພະຍາດໂຄວິດ-19 ຢູ່ຮ້ານຂາຍຢາ CVS ໃນນະຄອນ Los Angeles ຂອງລັດຄາລິຟໍເນຍ, ວັນທີ 1 ມີນາ, 2021
ແມ່ຍິງຄົນນຶ່ງໄດ້ຮັບການສັກຢາວັກຊິນ Moderna ປ້ອງກັນພະຍາດໂຄວິດ-19 ຢູ່ຮ້ານຂາຍຢາ CVS ໃນນະຄອນ Los Angeles ຂອງລັດຄາລິຟໍເນຍ, ວັນທີ 1 ມີນາ, 2021

ອົງການອະນາໄມໂລກກ່າວວ່າ ບັນດາກໍລະນີຄົນຕິດເຊື້ອໄວຣັສໂຄໂຣນາໄດ້ເພີ່ມຂຶ້ນໃໝ່ເປັນຄັ້ງທຳອິດໃນທົ່ວໂລກໃນຮອບ 7 ອາທິດຜ່ານມາ ແລະເຈົ້າໜ້າທີ່ໄດ້ສະແດງຄວາມກັງວົນວ່າ ກໍລະນີຄົນຕິດໄວຣັສນີ້ອາດຈະກັບມາເພີ່ມຂຶ້ນອີກຢ່າງຫລວງຫລາຍກໍເປັນໄດ້.

ທ່ານນາງແວນ ແວນ ເຄີກຄອຟ (Van Van Kerkhove), ຜູ້ນຳດ້ານວິຊາການຂອງອົງການອະນາໄມໂລກກ່າວໃນວັນຈັນວານນີ້ ຢູ່ສໍານັກງານໃຫຍ່ ຂອງອົງດັ່ງກ່າວວ່າ "ພວກເຮົາຈຳເປັນຕ້ອງມີຄຳເຕືອນທີ່ເຂັ້ມງວດ ສຳລັບພວກເຮົາທຸກຄົນວ່າເຊື້ອໄວຣັສນີ້ ຈະຟື້ນຕົວກັບຄືນມາອີກ ຖ້າພວກເຮົາປ່ອຍໃຫ້ມັນກັບມາ".

ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ, ທ່ານ ເຕໂດຣສ ອາດານອມ ເກເບຣເຢຊຸສ (Tedros Adhanom Ghebreyesus) ກ່າວວ່າ ການເພີ່ມຂຶ້ນຂອງກໍລະນີຄົນຕິດພະຍາດດັ່ງກ່າວ ແມ່ນເກີດຂຶ້ນຢູ່ໃນ 4 ພາກພື້ນຄື: ອາເມຣິກາ, ພາກຕາເວັນອອກຂອງທະເລເມດິແຕເຣນຽນ, ຢູໂຣບ ແລະເອເຊຍຕາເວັນອອກສ່ຽງໃຕ້. ທ່ານກ່າວອີກວ່າ ການເພີ້ມຂຶ້ນດັ່ງກ່າວ ແມ່ນເປັນເລື້ອງທີ່ "ໜ້າເສຍໃຈຫລາຍ ແຕ່ກໍບໍ່ເປັນເລື້ອງແປກໃຈ" ແຕ່ຢ່າງໃດ ແລະກ່າວວ່າ ສ່ວນນຶ່ງຂອງການເພີ່ມຂຶ້ນດັ່ງກ່າວ ປາກົດວ່າມີສາເຫດມາຈາກ "ການຜ່ອນຜັນມາດຕະການທາງສາທາລະນະສຸກ."

ທ່ານ ໄມໂຄ ໄຣອັນ (Michael Ryan), ຜູ້ອຳນວຍການໂຄງການສຸກເສີນຂອງອົງການອະນາໄມໂລກກ່າວວ່າ, "ດຽວນີ້, ໄວຣັສແມ່ນຄວບຄຸມໄດ້ຫຼາຍແລ້ວ" ແລະ ກ່າວວ່າ “ມັນບໍ່ຖືກກັບຕົວຈິງ” ທີ່ຈະຄິດວ່າໂຣກລະບາດດ່ັງກ່າວອາດຈະໝົົດໄປໄດ້ໃນທ້າຍປີນີ້.

ຄຳເຕືອນດັ່ງກ່າວມີຂຶ້ນ ຫລັງຈາກມີການລະບາດຂອງໄວຣັສໂຄໂຣນາ ແລະການເສຍຊີວິດໃນຫຼາຍພື້ນທີ່ຂອງໂລກຫລຸດລົງຢ່າງຫລວງຫລາຍ ໄປພ້ອມໆກັບການພັດທະນາຢາວັກຊີນທີ່ໄດ້ເຮັດໃຫ້ມີຄວາມຫວັງວ່າ ການແຜ່ລະບາດຂອງໄວຣັສໂຄໂຣນາຈະສືບຕໍ່ມີທ່າອ່ຽງຫຼຸດລົງ.

ຢູ່ສະຫະລັດນີ້, ເຈົ້າໜ້າທີ່ສາທາລະນະສຸກກຳລັງເຕືອນວ່າ ການພຸ້ງຂຶ້ນຂອງຈໍານວນກໍລະນີຄົນຕິດພະຍາດນີ້ ອາດຈະມີຂຶ້ນໃນເວລາໃດກໍໄດ້, ເນື່ອງຈາກວ່າມີເຊື້ອໄວຣັສສາຍພັນໃໝ່ກວ່າ ແລະຕິດແປດໄດ້ໄວກວ່າ ທີ່ພາໃຫ້ເປັນພະຍາດໂຄວິດ-19 ເພີ່ມຂຶ້ນໄດ້ຫລາຍກວ່າເກົ່າ.

ທ່າອ່ຽງເພີ່ມຂຶ້ນໃໝ່ ໃນກໍລະນີຄົນເປັນພະຍາດນີ້ ແມ່ນເກີດຂຶ້ນໃນຂະນະທີ່ລັດຕ່າງໆ ສ່ວນໃຫຍ່ ແມ່ນກໍາລັງຫຼຸດຜ່ອນຂໍ້ຈຳກັດກ່ຽວກັບໄວຣັສໂຄໂຣນາ.

ຢູ່ລັດຄາລີຟໍເນຍ, ຜູ້ປົກຄອງລັດ, ທ່ານ ກາວິນ ນີວຊໍາ (Gavin Newsom) ແລະບັນດາຜູ້ນຳທາງນິຕິບັນຍັດຂອງລັດ ໄດ້ປະກາດຂໍ້ຕົກລົງສຳລັບເດັກນ້ອຍນັກຮຽນ ໃນໂຮງຮຽນຫລວງສ່ວນໃຫຍ່ ໃຫ້ກັບເຂົ້າໄປຮຽນຢູ່ໃນຫ້ອງຮຽນໃນທ້າຍເດືອນມີນານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG