ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ປະກາດຜົນສຳເລັດທີ່ສຳຄັນ ຂອງການຄົ້ນພົບຢາປົວໄວຣັສໂຄໂຣນາ


ພະນັກງານການແພດໃນປະເທດອັງກິດ ກຳລັງປິ່ນປົວຄົນປ່ວຍ
ຈາກໂຄວິດ-19 ວັນທີ 14 ມິຖຸນາ 2020.
ພະນັກງານການແພດໃນປະເທດອັງກິດ ກຳລັງປິ່ນປົວຄົນປ່ວຍ ຈາກໂຄວິດ-19 ວັນທີ 14 ມິຖຸນາ 2020.

ບັນດານັກວິທະຍາສາດອັງກິດ ໄດ້ປະກາດໃນວັນອັງຄານວານນີ້ວ່າ ຕົນໄດ້ປະສົບຄວາມກ້າວໜ້າທີ່ສຳຄັນ ກ່ຽວກັບຢາປົວໄວຣັສໂຄໂຣນາ ໂດຍກ່າວວ່າ ມີລາຄາຖືກ ພ້ອມແລ້ວໃນການນຳຈຳໜ່າຍ ຢາສະເຕີຣອຍ ສາມາດປ້ອງກັນ ການເສຍຊີວິດຈາກໂຄວິດ-19.

ບັນດານັກວິທະຍາສາດຈາກມະຫາວິທະຍາໄບອັອກສ໌ຝອດຂອງອັງກິດ ກ່າວວ່າ ຢາທົດລອງ dexamethasone ໄດ້ຫລຸດການເສຍຊີວິດລົງ 35 ເປີເຊັນ ຂອງ ຄົນປ່ວຍທີ່ຢູ່ໃນເຄື່ອງຫາຍໃຈ ແລະ 20 ເປີເຊັນ ສໍາລັບຄົນປ່ວຍທີ່ອັນຕະລາຍ ຕ້ອງການອັອກຊີເຢັນໜ້ອຍລົງມາ.

ທ່ານປີເຕີ ຮໍບີ ຜູ້ນຳພາໃນການທົດລອງ ກ່າວໃນການຖະແຫຼງຂ່າວທີ່ຫ້ອງການ ນາຍົກລັດຖະມົນຕີິ ຢູ່ຖະໜົນດາວນິງ ວ່າ “ອັນທີ່ພວກເຮົາໄດ້ເຫັນເປັນເລື້ອງທີ່ ສຳຄັນແທ້ໆ.”

ຢືນຢູ່ຂ້າງທ່ານ ມີນາຍົກລັດຖະມົນຕີບໍຣິສ ຈອນສັນ ຊຶ່ງໄດ້ຍ້ອງຍໍການທົດລອງ ໂດຍສັນລະເສີນວ່າ “ເປັນຜົນສຳເລັດອັນຍິງໃຫຍ່ທີ່ສຸດ ໃນການປິ່ນປົວໂຄວິດ-19.”

ທ່ານຮໍບີ ກ່າວເພີ້ມວ່າ “ຂ້າພະເຈົ້າພູມໃຈ ກັບບັນດານັກວິທະຍາສາດອັງກິດເຫລົ່ານີ້ ທີ່ສະໜັບສະໜູນໂດຍທຶນລັດຖະບານອັງກິດ ຜູ້ທີ່ໄດ້ນຳພາເປັນເທື່ອ ທຳອິດ ໃນການທົດລອງຕາມຄລີນິກແຫ່ງຕ່າງໆຢູ່ໃນໂລກເພື່ອຊອກຫາການ ປິ່ນປົວໄວຣັສໂຄໂຣນາທີ່ພິສູດໃຫ້ເຫັນວ່າຫລຸດຜ່ອນຄວາມສ່ຽງໃນການເສຍຊີ ວິດລົງ. ທ່ານຈອນສັນ ກ່າວຕື່ມວ່າ “ພວກເຮົາໄດ້ເອົາບາດກ້າວເພື່ອຄໍ້າປະກັນ ວ່າ ເຮົາມີຢາພຽງພໍ ເຖິງແມ່ນໃນກໍລະນີທີ່ມີເຫດການທີສອງເກີດຂຶ້ນ.”

ຫົວໜ້າເຈົ້າໜ້າທີ່ການແພດຂອງປະເທດ ທ່ານກຣິສ ວິຕຕີ ກ່າວ ວ່າເປັນການທົດລອງທີ່ສຳຄັນສຸດແກ່ໂຄວິດ-19 ເຫົ່າທີ່ຜ່ານມາ.” ບັນດານັກວິທະຍາສາດຢູ່່ທົ່ວໂລກພາກັນຮີບຮ້ອນ ຊອກຫາການປິ່ນປົວໂຄວິດ-19 ພະຍາດທີ່ມາຈາກໄວຣັສໂຄໂຣນາ ທີ່ເຮັດໃຫ້ຄົນປ່ວຍກວ່າ 8 ລ້ານຄົນ ແລະໄດ້ເສຍຊີວິດໄປກວ່າ 430,000 ຄົນ.

ຢາ Dexamethasone ເປັນຢາທີ່ໄດ້ໃຊ້ກັນມາເປັນເວລາ 60 ປີ ເພື່ອປິ່ນປົວ ບາດແຜຫລຸດຜ່ອນຄວາມເຈັບປວດ ຈາກສະພາບການຕ່າງໆຮວມທັງເຈັບຂໍ້ກະ ດູກ ແລະຫາຍໃຈຝືດ. ມັນມີລຄາຖືກ ຢູ່ໃນຫຼາຍພາກສ່ວນຂອງໂລກ ລາຄາ ພຽງແຕ່ນຶ່ງໂດລາຕໍ່ໂດສ. ບັນດານັກວິທະຍາສາດມະຫາວິທະຍາໄລອັອກສ໌ຝອດ ໄດ້ທົດລອງອັນເປັນພາກສ່ວນຄວາມພະຍາຍາມຢູ່ທົ່ວໂລກໂດຍຫ້ອງທົດລອງ ການຄ້າບໍລິສັດພຜະລິດຢາ ແລະມະຫາວິທະຍາໄລຕ່າງໆຕໍ່ຢາທີີ່ມີຢູ່ແລ້ວນັ້ນວ່າ ສາມາດປິ່ນປົວໄວຣັສໂຄໂຣນາໄດ້ບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG