ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄວຣັສໂຄໂຣນາ ເຮັດໃຫ້ຮ້ານອາຫານລາວ ເຂດນະຄອນຫຼວງວໍຊິງຕັນ ຕົກຢູ່ໃນຄວາມລຳບາກ


ຮ້ານອາຫານຕິບເຂົ້າ ທີ່ມີຊື່ສຽງ ໃນນະຄອນຫຼວງວຊໍິງຕັນ ດີ.ຊີ ທີ່ເຕັມໄປດ້ວຍລູກຄ້າ ມາຊິມອາຫານລາວ ກ່ອນເກີດວິກິດການໄວຣັສໂຄໂຣນາເ.
ຮ້ານອາຫານຕິບເຂົ້າ ທີ່ມີຊື່ສຽງ ໃນນະຄອນຫຼວງວຊໍິງຕັນ ດີ.ຊີ ທີ່ເຕັມໄປດ້ວຍລູກຄ້າ ມາຊິມອາຫານລາວ ກ່ອນເກີດວິກິດການໄວຣັສໂຄໂຣນາເ.

ເປັນເວລາກວ່າສີ່ອາທິດຜ່ານມາ ທີ່ຮ້ານອາຫານສ່ວນໃຫຍ່ຢູ່ເຂດນະຄອນຫຼວງ ວໍຊິງ
ຕັນ ໄດ້ອາສາສະໝັກປິດທຸລະກິດຂອງຕົນເອງ ເພື່ອຄວາມປອດໄພ ໃຫ້ແກ່ພວກລູກ
ຄ້າ ແລະພະນັກງານ ເນື່ອງຈາກການແຜ່ລະບາດຂອງໄວຣັສໂຄໂຣນາ. ເຖິງຢ່າງໃດກໍ
ດີ ມີຫຼາຍໆຮ້ານທີ່ຍັງເປີດໃຫ້ບໍລິການ ແກ່ພວກລູກຄ້າພາຍໃຕ້ກົດລະບຽບທີ່ເຄັ່ງຄັດ
ເຊັ່ນວ່າ ພວກລູກຄ້າບໍ່ສາມາດເຂົ້າມານັ່ງຮັບປະທານອາຫານ ພຽງແຕ່ມາຮັບເອົາອອກ
ໄປກິນຢູ່ບ້ານໄດ້ເທົ່ານັ້ນ ຫຼືບໍ່ດັ່ງນັ້ນ ບາງຮ້ານກໍໄດ້ບໍລິການນຳໄປສົ່ງໃຫ້ຢູ່ບ້ານ.

ຜົນກະທົບທີ່ເກີດຂຶ້ນຈາກການແຜ່ລະບາດຂອງໄວຣັສໂຄໂຣນາຕໍ່ທຸລະກິດຮ້ານອາຫານນັ້ນໄດ້ສ້າງຄວາມເສຍຫາຍໜັກ ຄືຂາດລາຍໄດ້ເຂົ້າເພື່ອນຳມາໃຊ້ສຳລັບເປັນຄ່າເຊົ່າສະຖານທີ່ ຈ່າຍຄ່າແຮງງານ ແລະອື່ນໆດັ່ງຍານາງແສງ ຫຼວງລາດ ແມ່ຄົວໃຫຍ່ (Chef) ແລະເຈົ້າຂອງຮ້ານອາຫານສີ່ຮ້ານຄື ຮ້ານຕິບເຂົ້າ ຮ້ານປາແດກ ຮ້ານເສັ້ນເຂົ້າ ແລະບາດື່ມເຫຼົ້າຫານຸມານ ຢູ່່ໃນເຂດນະຄອນຫຼວງວໍຊິງຕັນ ໄດ້ກ່າວຕໍ່ວີໂອເອ ກ່ຽວກັບເລື້ອງນີ້ວ່າ:

ຮ້ານອາຫານໄທນ້ອຍ ກໍແມ່ນອີກຮ້ານນຶ່ງທີ່ຄົນລາວເປັນເຈົ້າຂອງ ຕັ້ງຢູ່ໃນເຂດ ເມືອງ
ອາລິງຕັນ ຕິດກັບນະຄອນຫຼວງວໍຊິງຕັນ ໄດ້ບໍລິການອາຫານໄທ ແລະ ລາວມາໄດ້ກວ່າ
20 ປີແລ້ວ. ໃນໄລຍະການແຜ່ລະບາດຂອງໄວຣັສໂຄໂຣນານີ້ຮ້ານອາຫານໄທນ້ອຍບໍ່
ໄດ້ປິດ ແລະຍັງໃຫ້ການບໍລິການລູກຄ້າຢູ່ ແຕ່ວ່າພວກລູກຄ້າບໍ່ສາມາເຂົ້າໄປນັ່ງຮັບປະ
ທານຢູ່ໃນຮ້ານໄດ້ ອັນເປັນກົດລະບຽບທີ່ເຄັ່ງຄັດຂອງທາງການ ດັ່ງທີ່ທ່ານແອ ໄຊຍະ
ລາດ ຜູ້ບໍລິຫານຮ້ານກ່າວຕໍ່ວີໂອເອ ດັ່ງນີ້:

ເລີ້ມແຕ່ອາທິດນີ້ເປັນຕົ້ນໄປ ທຸລະກິດຫຼາຍຢ່າງເຊັ່ນວ່າ ຮ້ານອາຫານ ບາດື່ມເຫຼົ້າ ຮ້ານ
ຕັດຜົມເຫລົ່ານີ້ເປັນຕົ້ນແມ່ນໄດ້ຮັບອະນຸຍາດໃຫ້ເປີດບໍລິການຢູ່ໃນບາງລັດ ເຖິງແມ່ນ
ວ່າຍັງມີຄວາມເປັນຫ່ວງ ກ່ຽວກັບການແຜ່ລະບາດ ຂອງໄວຣັສໂຄໂຣນາຢູ່ກໍຕາມ.

XS
SM
MD
LG