ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ກະ​ສັດມະ​ຫາ​ ວາ​ຈິ​ຣາ​ລົງ​ກອນ ​ຊົງ​ຣາ​ຊາ​ພິ​ເສກ ​ເປັນກະ​ສັດ ຢ່າງ​ເປັນ​ທາງ​ການ ຂອງໄທ


ກະ​ສັດ​ມະ​ຫາ​ ວາ​ຈິ​ຣາ​ລົງ​ກອນ ໄວ 66 ປີ ແຫ່ງ​ປະ​ເທດ​ໄທ ​ໃນ​ພະ​ຣາ​ຊະ​ພິ​ທີ​ຣາ​ຊາ​ພິ​ເສກ, 4 ພຶດ​ສະ​ພາ 2019.
ກະ​ສັດ​ມະ​ຫາ​ ວາ​ຈິ​ຣາ​ລົງ​ກອນ ໄວ 66 ປີ ແຫ່ງ​ປະ​ເທດ​ໄທ ​ໃນ​ພະ​ຣາ​ຊະ​ພິ​ທີ​ຣາ​ຊາ​ພິ​ເສກ, 4 ພຶດ​ສະ​ພາ 2019.

ອົງ​ມົງ​ກຸດ​ລາດ​ກຸມ​ມານ ​ມະ​ຫາ​ ວາ​ຈິ​ຣາ​ລົງ​ກອນ ໄວ 66 ປີ ແຫ່ງ​ປະ​ເທດ​ໄທ
ໄດ້​ຖືກ​ຊົງ​ຣາ​ຊາ​ພິ​ເສກ ໃຫ້​ເປັນ ກະ​ສັດຢ່າງ​ເປັນ​ທາງ​ການ ​ແລ້ວ.

ລາດ​ຊະພິ​ທີ​ຣາ​ຊາ​ພະ​ເສກ​ທີ່​ຍັງ​ສົດໆ​ໃໝ່ ແມ່ນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ເສົາ​ມື້​ນີ້ ຊຶ່ງ​ເປັນ
​ມື້​ທີ​ 1 ຂອງ​ການ​ສະ​ເຫຼີມ​ສະ​ຫຼອງ ເປັນ​ເວ​ລາ 3 ວັນ ທີ່​ໃຊ້​ເງິນ​ຈຳ​ນວນ 30 ລ້ານ
ໂດ​ລາ ໃນ​ການ​ຈັດ​ທຳ ຊຶ່ງໄດ້​ຈັດ​ຖ່າຍ​ທອດ​ທາງ​ໂທ​ລະ​ພາບ ໃນ​ທົ່ວ​ປະ​ເທດ.

ສຳ​ລັບ​ຊາວ​ໄທ​ ທັງ​ປວງແລ້ວ ​ນີ້​ເປັນ​ໂອ​ກາດ​ຄັ້ງ​ທຳ​ອິດ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ຈະ
​ໄດ້ມີ​ປະ​ສົບ​ການ ປະ​ຈັກ​ໃນລາດ​ຊະ​ພິ​ທີ ອັນ​ຍິ່ງ​ໃຫຍ່ ດັ່ງ​ກ່າວ.

​ມື້​ລາງພະ​ບິ​ດາ​ຂອງກະ​ສັດວາ​ຈິ​ຣາ​ລົງ​ກອນ, ກະ​ສັດ​ພູມິ​ພົນ​ ອາ​ດູນ​ຍະ​ເດດ
ທີ່​ໄດ້​ສີ້ນ​ພະ​ຊົນ ໃນ​ປີ 2016 ແມ່ນ​ໄດ້ຖືກ​ຊົງ​ຣາ​ຊາ​ພິ​ເສກ ໃນ​ປີ 1950.

ກະ​ສັດວາ​ຈິ​ຣາ​ລົງ​ກອນ ໄດ້​ຊົງຖືກ​ຊົງຂຶ້ນ​ຄອງ​ລາດ ຫຼັງ​ຈາກ​ທີ່ພະ​ບິ​ດາ​ຂອງພະ​ອົງ​
ໄດ້ສະ​ຫວັນ​ນະ​ຄົດ​ລົງ, ແຕ່​ວ່າ ວັນ​ເສົາ​ມື້​ນີ້ ແມ່ນ​ເປັນຂີດ​ໝາຍຂອງ​ວັນຣາ​ຊາ​ພິ​ເສກ
ຢ່າງ​ເປັນ​ທາງ​ການ​.

ກະສັດວາຈິຣາລົງກອນ ເຂົ້າຣາຊະພິທີທາງສາສະໜາ ເພື່ອລ້າງຊວາຍ ໃນພະຣາຊະວັງ ກ່ອນພິທີຣາຊາພິເສກ ວັນທີ 4 ພຶດສະພາ ຊຶ່ງແມ່ນ ມື້ ທີ 1 ຂອງການສະເຫຼີມສະຫຼອງ 3 ວັນ.
ກະສັດວາຈິຣາລົງກອນ ເຂົ້າຣາຊະພິທີທາງສາສະໜາ ເພື່ອລ້າງຊວາຍ ໃນພະຣາຊະວັງ ກ່ອນພິທີຣາຊາພິເສກ ວັນທີ 4 ພຶດສະພາ ຊຶ່ງແມ່ນ ມື້ ທີ 1 ຂອງການສະເຫຼີມສະຫຼອງ 3 ວັນ.

ກະ​ສັດ ຈະ​ພົບ​ປະ​ກັບ​ສາ​ທາ​ລະ​ນະ​ຊົນ ແລະ​ບັນ​ດາ​ອະ​ຄັນ​ຕຸ​ກະ​ຕ່າງ​ປະ​ເທດ ໃນ​ວັນ​ຈັນ
​ຈະ​ມາ​ນີ້ ​ຊຶ່ງ​ໄດ້​ຖືກ​ຈັດ​ໃຫ້​ເປັນ​ວັນ​ຢຸດ​ລາດ​ຊະ​ການ ​ທົ່ວ​ປະ​ເທດ.

ໃນ​ຂະ​ນະ​ທີ່ ລາດ​ບັນ​ລັງ​ ແມ່ນ​ເປັນ​ພຽງ​ສັນ​ຍາ​ລັກ​ໃນ​ລັດ​ຖະ​ທຳ​ມະ​ນູນ ຂອງ​ໄທ
ທີ່​ມີ​ອຳ​ນາດທາງ​ການ​ເມືອງ​ທີ່​ຈຳ​ກັດ ​ຊາວ​ໄທ​ສ່ວນ​ໃຫຍ່ ເຄົາ​ລົບລາດ​ຊະ​ວົງ​ຂອງ​
ພວກ​ເຂົາ​ເຈົ້າເທົ່າໆ​ກັບ​ເທບ​ພະ​ເຈົ້າ. ກົດ​ມົນ​ທຽນ​ບານ ຍັງຖື​ເອົາການສັກ​ກາ​ລະບູ​ຊາ
ແລະ​ການ​ລົບ​ລູ່​ສະ​ຖາ​ບັນ​ກະ​ສັດ ມອງ​ເຫັນ​ວ່າ ສາ​ມາດ​ທີ່​ນຳ​ໄປ​ສູ່​ການຟ້ອງ​ຮ້ອງ​ຂຶ້ນ
​ສານ ຫຼື​ບໍ່ ກໍ​ຕິດ​ຄຸກ.

ໃນ​ວັນ​ພຸດ ຜ່ານ​ມາ​ນີ້ ກະ​ສັດວາ​ຈິ​ຣາ​ລົງ​ກອນ ໄດ້​ປະ​ກາດ ການ​ອະ​ພິ​ເສກ​ສົມ​ລົດ​ຄັ້ງ
ທີ 4 ກັບ​ອະ​ດີດ​ເຈົ້າ​ໜ້າ​ທີ່​ອາ​ລັກ​ຂາພະ​ອົງ ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ເຈົ້າ​ໜ້າ​ທີ່​ໃຫ້​ບໍ​ລິ​ການ
​ໃນ​ເຮືອ​ບິນ ຫຼື flight attendant.ກະ​ສັດ ໄດ້​ສະ​ຖາ​ປະ​ນາ ໃຫ້​ຂຶ້ນ​ເປັນ​ພະ​ລາ​ຊີ​ນີ
ສຸດ​ທິ​ດາ.

ກະ​ສັດໄທ ມີ​ພະ​ໂອ​ລົດ ແລະພະ​ທິ​ດາ ແລະ 7 ​ອົງ ຈາກມະ​ເຫ​ສີ 3 ພະ​ອົງ ​ທີ່​ໄດ້ແຕ່ງ
​ງານ​ກ່ອນ​ໜ້າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ບັນ​ດາ​ເຈົ້າ​ໜ້າ​ທີ່ ພາ​ກັນ​ຢືນ​ຄຳ​ນັບ ໃນ​ພິ​ທີ​ຣາ​ຊາ​ພິ​ເສກ ນອກ​ພະ​ຣາ​ຊະ​ວັງ ໃນ​ບາງກອກ, 4 ພຶດ​ສະ​ພາ 2019.
ບັນ​ດາ​ເຈົ້າ​ໜ້າ​ທີ່ ພາ​ກັນ​ຢືນ​ຄຳ​ນັບ ໃນ​ພິ​ທີ​ຣາ​ຊາ​ພິ​ເສກ ນອກ​ພະ​ຣາ​ຊະ​ວັງ ໃນ​ບາງກອກ, 4 ພຶດ​ສະ​ພາ 2019.

XS
SM
MD
LG