ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ຊ່ຽວຊານເຕືອນວ່າ ແຜນການກະຕຸ້ນເສດຖະກິດ ມູນຄ່າ 2 ພັນກວ່າຕື້ໂດລາ ອາດມີການສໍ້ໂກງ ຂະໜາດໃຫຍ່ເກີດຂຶ້ນ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ

ບໍ່ພໍເທົ່າໃດມື້ ຫຼັງຈາກສະພາອະນຸມັດ 2 ພັນ 200 ຕື້ໂດລາ ແບບບໍ່ເຄີຍມີມາກ່ອນໃນ
ການຊ່ວຍເຫຼືອສຸກເສີນທາງດ້ານເສດຖະກິດ ເພື່ອຮັບມືກັບຜົນກະທົບ ຈາກການແຜ່
ລະບາດໄວຣັສໂຄໂຣນາ. ລັດຖະບານປະທານາທິບໍດີດໍໂນລ ທຣໍາ ແມ່ນຟ້າວຟັ່ງສົ່ງ
ເງິນໄປໃຫ້ປະຊາຊົນອາເມຣິກາຫຼາຍໆລ້ານຄົນແລະຫຼາຍໆລ້ານ ທຸລະກິດທີ່ໄດ້ຮັບ
ຄວາມເສຍຫາຍຈາກວິກິດການນີ້.

ການບັນເທົາທຸກຂະໜາດໃຫຍ່ແມ່ນໄດ້ຮັບການຍົກຍ້ອງວ່າ ເປັນມາດຕະການທີ່ຈຳ
ເປັນທີ່ສຸດເພື່ອຊຸກຍູ້ເສດຖະກິດສະຫະລັດໃຫ້ມີຄວາມທຸ່ນທ່ຽງແລະຊ່ວຍເຫຼືອ ແກ່
ຫລາຍລ້ານຄົນທີ່ສູນເສຍວຽກງານຂອງເຂົາເຈົ້າ. ແຕ່ວ່າຂະໜາດຄວາມໃຫຍ່ ຂອງ
ໂຄງການຊ່ວຍເຫຼືອ ແລະຄວາມໄວໃນການຈັດຕັ້ງປະຕິບັດນັ້ນ ພວມຂົ່ມຂູ່ ທີ່ຈະພາ
ໃຫ້ມີການຕົວະຕົ້ມແບບແນບນຽນແລະການປະຕິບັດທີ່ບໍ່ຖືກບໍ່ຕ້ອງຢ່າງໃຫຍ່ໂຕແບບ
ບໍ່ເຄີຍເຫັນມາກ່ອນ ອີງຕາມຄຳເວົ້າຂອງບັນດານັກວິເຄາະທີ່ໄດ້ ກ່າວໄວ້.

ຮ່າງກົດໝາຍ ທີ່ໄດ້ເຊັນໂດຍປະທານາທິບໍດີ ດໍໂນລ ທຣໍາ ໃນວັນສຸກແລ້ວນີ້ ແມ່ນ
ຮວມທຸກສິ່ງທຸກຢ່າງ ນັບແຕ່ເລື້ອງໂຄງການກູ້ຢືມເງິນສໍາລັບທຸລະກິດຂະໜາດໃຫ່ຍ
ແລະນ້ອຍ ຈ່າຍໂດຍກົງໃຫ້ແກ່ພວກຄອບຄົວສ່ວນໃຫຍ່ ຊ່ວຍເຫຼືອ ລັດ ແລະລັດ
ຖະບານທ້ອງຖິ່ນ ເພີ້ມຜົນປະໂຫຍດໃຫ້ແກ່ພວກຄົນຫວ່າງງານ ແລະຊ່ວຍເຫຼືອບັນ
ດາສາຍການບິນ ໂຮງໝໍແລະພະແນກການທີ່ສຳຄັນໆດ້ານ ເສດຖະກິດ.

ບັນດາຜູ້ຊ່ຽວຊານດ້ານການສໍ້ໂກງຕົວະຕົ້ມ ພວກສິ້ງຊອມລັດຖະບານແລະພົວພັນ
ກັບບັນດານັກສືບສວນ ໃນການກວດສອບລັດຖະບານທີ່ຜ່ານມາກັບຄືນໄປຫາປີ
2008 ເຕືອນເຖິງວິກິດການດ້ານການເງິນວ່າ ໂອກາດທີ່ຈະມີການຕົວະ ຕົ້ມ ແລະ
ປະຕິບັດແບບບໍ່ຖືກຕ້ອງໃນເວລານີ້ອາດມີມູນຄ່າຫຼາຍສິບພັນລ້ານໂດລາ.

ທ່ານແບຣີ ຊິກເລ ນັກສືບສວນວິເຄາະດ້ານການບັນຊີການເງິນທີ່ເປັນຮຸ້ນສ່ວນ ຂອງບໍລິສັດ Friedman LLP ທີ່ວໍຊິງຕັນ ຄາດວ່າ ຈະມີປະມານລະຫວ່າງ 1 ເປີເຊັນ ຫາ
3 ເປີເຊັນ ຂອງເງິນ 2 ພັນ 200 ຕຶ້ໂດລາອາດຈະສູນເສຍຜ່ານ ກິດຈະການໆຕົວະ
ຕົ້ມຕ່າງໆ.

ທ່ານຊິກເລ ກ່າວວ່າ “ມັນອາດຈະຢູ່ໃນລະຫວ່າງ 20 ພັນລ້ານ ຫາ 60 ພັນ ລ້ານໂດ
ລາ ນັ້ນຈະບໍ່ເຮັດໃຫ້ຂ້າພະເຈົ້າຕື່ນຕົກໃຈ. ຈະມີການສູນເສຍຫຼາຍພັນ ລ້ານໂດລາໄປ
ເວລາທີ່ພວກເຮົາເສັດສິ້ນລົງ.”

ບັນດາຜູ້ຊ່ຽວຊານຄົນອື່ນໆເຫັນພ້ອມກັບຄວາມເປັນໄປໄດ້ທີ່ຈະມີການສໍ້ໂກງທີ່ ໃຫຍ່
ໂຕ. ທ່ານຮາເວີດ ອາບ ຜູ້ອຳນວຍການຫ້ອງການສືບສວນ ຂອງອົງການ ຮັບຜິດຊອບ
ທົ່ວໄປກ່າວວ່າ ມີຫຼາຍຊ່ອງທາງທີ່ຄົນສາມາດພະຍາຍາມຕົວະຕົ້ມ ຫລືຂີ້ລັກເອົາເງິນ
ຈາກໂຄງການກະຕຸ້ນເສດຖະກິດຂອງລັດຖະບານ.

ອ່ານຂ່າວນີ້ເພີ້ມປັນພາສາອັງກິດ

XS
SM
MD
LG