ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫລີ​ເໜືອ ​​​ຢື​ນ​ຢັດ​ວ່າ ບໍ່​ມີຄົນ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ແຕ່​ກັບ​ຂໍ​ການ​ຊ່ວຍ​ເຫລືອ ຈາກ​ສາ​ກົນ


ກຳ​ມະ​ກອນ​ພາ​ກັນຜະ​ລິດ​ໜ້າ​ກາກ​ປິດ​ປາກ​ເພື່ອ​ປ້​ອງ​ກັນ ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ຢູ່​ໂຮງ​ງານຕັດ​ຫຍິບ ຊອງ​ໂຢ (Songyo) ໃນ​ນະ​ຄອນ​ພຽງ​ຢາງ, ວັນ​ທີ 6 ກຸມ​ພາ, 2020
ກຳ​ມະ​ກອນ​ພາ​ກັນຜະ​ລິດ​ໜ້າ​ກາກ​ປິດ​ປາກ​ເພື່ອ​ປ້​ອງ​ກັນ ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ຢູ່​ໂຮງ​ງານຕັດ​ຫຍິບ ຊອງ​ໂຢ (Songyo) ໃນ​ນະ​ຄອນ​ພຽງ​ຢາງ, ວັນ​ທີ 6 ກຸມ​ພາ, 2020

ເກົາ​ຫລີ​ເໜືອ​ສືບ​ຕໍ່ຢື​ນ​ຢັດ​ວ່າບໍ່​ມີ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ຢູ່​ພາຍ​ໃນຊາຍ​ແດນ​ຂອງ​ຕົນ ເຖິງ​ແມ່ນ​ວ່າປະ​ເທດ​ທີ່​ທຸກ​ຈົນ​ແຫ່ງນັ້ນ ໄດ້​ຂໍ​ຮ້ອງໃຫ້​ອົງ​ການ​ຊ່ວຍ​ເຫລືອ​ສາ​ກົນ​ຊ່ວຍ​ໃນ​ການ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ກໍ​ຕາມ.

ບໍ່​ມີ "ກໍ​ລະ​ນີ​ທີ່​ໄດ້​ຮັບ​ການ​ຢື​ນ​ຢັນ" ວ່າຕິດເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາແຕ່​ຢ່າງ​ໃດ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ການ​ແພດ​ເກົາ​ຫລີ​ເໜືອ​ທ່ານ​ນຶ່ງ ທີ່​ຖືກ​ກ່​າວ​ອ້າງຢູ່​ໃນໜັງ​ສື​ພິມໂຣດອງ ຊິນ​ມູນ (Rodong Sinmun), ຊຶ່ງ​ເປັນ​ໜັງ​ສື​ພິມທາງ​ການ​ຂອງ​ພັກ​ກຳ​ມະ​ກອນ​ທີ່​ປົກ​ຄອງ​ເກົາ​ຫລີ​ເໜືອ​ຢູ່​ນັ້ນ ໃນວັນ​ອັງ​ຄານມື້ນີ້.

ເຈົ້າ​ໜ້າ​ທີ່​ເກົາ​ຫລີ​ເໜືອທ່ານ​ນຶ່ງ​ກ່າວ​ວ່າ ມາດ​ຕະ​ການ​ປ້ອງ​ກັນ​ທົ່ວ​ປະ​ເທດ​ລວມ​ທັງລະ​ບົບ​ກັກ​ກັນ​ຄົນ​ໄວ້ນັ້ນ ໄດ້​ສະ​ກັດ​ກັ້ນ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ​ໄວ້​ຢ່າງ​ມີ​ຜົນ​ສຳ​ເລັດ​ດີ, ອີງ​ຕາມ​ອົງ​ການ​ຂ່າວຢອນ​ຮັບ​ຂອງ​ເກົາ​ຫລີ​ໃຕ້.

ເຊື້ອ​ໄວຣັ​ສທີ່​ເຮັດ​ໃຫ້​ມີ​ອາ​ການ​ປ່ວຍ​ຄ້າຍ​ຄື​ກັບ​ການ​ເປັນ​ໂຣກ​ປອດບວມ ທີ່​ຊື່​ວ່າ ໂຄວິດ (COVID)-19 ນັ້ນ ໄດ້​ເຮັດ​ໃຫ້​ເກືອບ​ຮອດ 2,000 ເສຍ​ຊີ​ວິດ ແລະ​ເຮັດ​ໃຫ້​ຫລາຍກວ່າ 73,000 ຄົນ​ຖືກ​ຕິດ​ເຊື້ອ. ຄົນ​ຕິດ​ເຊື້ອ​ໄວ​ຣັ​ສນີ້ເກືອບໝົດ ທຸກ​ຄົນ​ແມ່ນ​ຢູ່​ໃນ​ຈີນ ຊຶ່ງ​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ເກົາ​ຫລີ​ເໜືອນັ້ນ.

ການ​ລະ​ບາດ​ຂອງເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ອາດ​ຈະ​ກັບ​ກາຍ​ເປັນ​ໄພ​ຫາ​ຍະ​ນະທາງ​ດ້ານ​ມະ​ນຸດ​ສະ​ທຳ​ ຢູ່​ໃນ​ເກົາ​ຫລີ​ເໜືອທີ່​ມີ​ຫລາຍ​ພາກ​ໃນ​ນັ້ນ ມີ​ຄວາມ​ທຸກ​ຍາກ ຫລາຍນັ້ນ ກໍ​ເປັນ​ໄດ້. ບັນ​ດາ​ນັກ​ຊ່ຽວ​ຊານ​ເຕືອນ​ວ່າ ປະ​ເທດ​ດັ່ງ​ກ່າວ ບໍ່​ມີ​ໂຄງ​ຫລ່າງ​ພື້ນ​ຖານ ຫລື​ອຸ​ປະ​ກອນ​ການ​ແພດພຽງ​ພໍ​ທີ່​ຈະ​ສູ້​ກັບເຊື້ອ​ໄວ​ຣັ​ສນີ້​ໄດ້.
ພາຍ​ຫລັງ​ທີ່ເຊື້ອ​ໄວ​ຣັ​ສ​ນີ້ ໄດ້​ປາ​ກົດ​ໂຕ​ຂຶ້ນ​ມາ ໃນ​ເດືອນ​ແລ້ວນີ້ ຢູ່​ເຂດ​ພາກ​ກາງ​ຂອງ​ຈີນ ເກົາ​ຫລື​ເໜືອ​ກໍ​ໄດ້​ເອົາ​ບາດ​ກ້າວ​ຢ່າງວ່ອງ​ໄວ​ເພື່ອ​ປິດ​ຊາຍ​ແດນ​ຂອງ​ຕົນ. ແຕ່​ວ່າ ການ​ເຮັດ​ແນວນັ້ນ ເປັນ​ເລື້ອງ​ຫຍຸ້ງ​ຍາກເພາະ​ວ່າ ເກົາ​ຫລີ​ເໜືອ​ແມ່ນ​ອີງ​ອາ​ໄສ​ຕໍ່​ການ​ເຮັດ​ການ​ຄ້າທັງ​ຢ່າງ​ເປັນ​ທາງ​ການ ແລະ​ບໍ່​ເປັນ​ທາງ​ການ​ກັບ​ຈີນ. ມີ​ລາຍ​ງານ​ຫລາຍ​ອັນ​ທີ່ບໍ່​ໄດ້​ຮັບ​ການ​ຢື​ນ​ຢັນ ສະ​ແດງ​ໃຫ້​ເຫັນ​ວ່າ ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ໄດ້​ແຜ່​ຜາຍ​ໄປ​ເຖິງ​ປະ​ເທດນັ້ນ​ແລ້ວ.

ເກົາ​ຫລີ​ເໜືອ ທີ່​ເອີ້ນ​ການ​ຄຳ​ເນີນ​ຄວາມພະ​ຍາ​ຍາມ​ໃນ​ການ​ປ້​ອງ​ກັນເຊື້ອ​ໄວ​ຣັ​ສ ເປັນ​ເລື້ອງ​ທີ່ "ເຮັດ​ໃຫ້​ປະ​ເທດ​ຊາດ​ຢູ່​ລອດ​ໄດ້," ນັ້ນ ໄດ້​ຮ້ອງ​ຂໍການ​ຊ່ວຍ​ເຫລືອ​ຈາກ​ກຸ່ມ​ບັນ​ເທົາ​ທຸກສາ​ກົນ​ຈຳ​ນວນນ​ນຶ່ງ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG