ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ຈາກ​ໂຄ​ໂຣ​ນາ​ໄວ​ຣັ​ສ ສູງ​ຂຶ້ນ ເກືອບ​ຮອດ 300 ຄົນ​ແລ້ວ ຢູ່​ໃນ​ແຂວງ​ຮູ​ເບ ຂອງ​ຈີນ


ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ບ້ານ ຢຸດ​ລົດ ເພື່ອກວດ​ກາ ​ໃນ​ຂະ​ນະ​ທີ່​ປົກ​ປ້ອງ​ຊຸມ​ຊົນ ທ່າມ​ກາງ ການ​ຕໍ່​ສູ້​ຕ້ານ​ການ​ລະ​ບາດ​ຂອງ​ພະ​ຍາດ​ໃໝ່ ໂຄ​ໂຣ​ນາ​ໄວ​ຣັ​ສຂອງ​ຈີນ, ​ໃນ​ໝູ່​ບ້ານ​ຕ​ຕຽນ​ຈາຍ​ຍິງ, ຢູ່​ຊານ​ເມືອງ​ຂອງ​ນະ​ຄອນ​ປັກ​ກິງ ​ຂອງ​ຈີນ, ວັນ​ທີ 29 ມັງ​ກອນ 2020.
ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ບ້ານ ຢຸດ​ລົດ ເພື່ອກວດ​ກາ ​ໃນ​ຂະ​ນະ​ທີ່​ປົກ​ປ້ອງ​ຊຸມ​ຊົນ ທ່າມ​ກາງ ການ​ຕໍ່​ສູ້​ຕ້ານ​ການ​ລະ​ບາດ​ຂອງ​ພະ​ຍາດ​ໃໝ່ ໂຄ​ໂຣ​ນາ​ໄວ​ຣັ​ສຂອງ​ຈີນ, ​ໃນ​ໝູ່​ບ້ານ​ຕ​ຕຽນ​ຈາຍ​ຍິງ, ຢູ່​ຊານ​ເມືອງ​ຂອງ​ນະ​ຄອນ​ປັກ​ກິງ ​ຂອງ​ຈີນ, ວັນ​ທີ 29 ມັງ​ກອນ 2020.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຈີນ ຢູ່​ແຂວງ​ຮູ​ເບ ທາງ​ພາກ​ກາງ​ຂອງ​ຈີນ ບ່ອນ​ທີ່​ການ​ລະ​ບາດ​ ເລີ້ມ​ຕົ້ນ​ຂຶ້ນນັ້ນ ​ໄດ້ກ່າວ​ໃນ​ວັນ​ເສົາ​ວານນີ້​ວ່າ ຢ່າງ​ໜ້ອຍ 304 ຄົນ ໄດ້​ເສຍ​ຊີ​ວິດ​ແລ້ວ ແລະ ມີຫຼາຍກວ່າ 14,000 ຄົນ ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ.

ໃນ​ວັນ​ອາ​ທິດມື້ນີ້ ຟີ​ລິບ​ປິນ ໄດ້​ປະ​ກາດ​ການ​ເສຍ​ຊີ​ວິດ ກໍ​ລະ​ນີ​ທຳ​ອິດ ຈາກ​ໄວ​ຣັ​ສ​ ຢູ່ນອກ​ປະ​ເທດຈີນ.

ສ່ວນອອ​ສ​ເຕ​ຣ​ເລຍ ຍີ່​ປຸ່ນ ແລະ​ສິງ​ກະ​ໂປ ໄດ້​ປະ​ກາດ​ໃນ​ວັນ​ເສົາ​ວານນີ້ ໃຫ້ຄວບ​ຄຸມ​ການ​ເດີນ​ທາງ​ຢ່າງ​ເຂັ້ມ​ງວດ ​ຕໍ່​ຊາວ​ຕ່າງ​ຊາດ​ທັງຫຼາຍ ຜູ້​ທີ່​ໄດ້​ເດີນ​ທາງ​ໄປ​ຈີນ​ເມື່ອບໍ່​ດົນ​ມານີ້ ຍ້ອນ​ຄວາມຢ້ານ​ກົວ​ຂອງ​ພະ​ຍາດ​ໂຄ​ໂຣ​ນາ​ໄວ​ຣັ​ສ ຫຼັງ​ຈາກ​ທີ່​ ສະ​ຫະ​ລັດ ໄດ້​ປະ​ກາດ​ການ​ຈຳ​ກັດ​ທີ່​ຄ້າຍ​ແບບ​ດຽວ​ກັນ​ນັ້ນ ແລະ​ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ທາງດ້ານ​ສາ​ທາ​ລະ​ນະ​ສຸກ ໃນ​ມື້​ກ່ອນ​ນີ້. ອິ​ສ​ຣາ​ແອ​ລ ມາ​ເລ​ເຊຍ ມົງ​ໂກ​ເລຍ ແລະ​ຟີ​ລິບ​ປິນ ກໍ​ໄດ້​ປະ​ກາດ​ມາດ​ຕະ​ການ​ທີ່​ຄ້າຍ​ຄື​ກັນ​ນັ້ນ ເຊັ່ນ​ກັນ.

ໄຕ້​ຫວັນ ຍັງ​ໄດ້​ປະ​ກາດ​ຈຳ​ກັດ​ການ​ເດີນ​ທາງຫຼາຍ​ຂຶ້ນ ໃນ​ວັນ​ເສົາ​ວານນີ້. ໄຕ້​ຫວັນໄດ້ເອົາ​ມາດ​ຕະ​ການ​ດັ່ງ​ກ່າວ ​ໃນ​ຂະ​ນະ​ທີ່ ​ລັດຖະ​ບານ​ຈີນ ປະ​ກາດ​ການ​ເສຍ​ຊີ​ວິດ​ທີ່​ສູງ​ຂຶ້ນ​ຕື່ມ​ອີກ ຈາກ​ການ​ລະ​ບາດ​ດັ່ງ​ກ່າວ.

ໃນ​ວັນ​ເສົາ​ມື້​ດຽວ​ກັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ມາກ​ຄ໌ ແອັ​ສ​ເປີ ໄດ້​ຮັບ​ຮອງຕໍ່ການຂໍ​ຮ້ອງ​ການ​ຊ່ອຍ​ເຫຼືອຈາກ ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະປະ​ຊາ​ສົງ​ເຄາະ ຫຼື​ເອີ້ນ​ຫຍໍ້​ວ່າ HHS ເພື່ອຫາ​ທີ່​ພັກ​ອາ​ໄສ​ໃຫ້​ແກ່​ 1,000 ຄົນ ຜູ້​ທີ່​ອາດ​ຈະ​ໄດ້​ສຳ​ພັດພະ​ຍາດ​ໂຄ​ໂຣ​ນາ​ໄວ​ຣັ​ສ ແລະ​ຕ້ອງ​ໄດ້ຖືກ​ກັກ​ໄວ້​ໃນ​ບໍ​ລິ​ເວນ ເມື່ອ​ເດີນ​ທາງ​ມາ​ຮອດ​ສະ​ຫະ​ລັດ ຈາກ​ຕ່າງ​ປະ​ເທດ ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫລງ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໃນ​ວັນ​ເສົາ​ວານນີ້.

ຖະ​ແຫລງ​ການນີ້ ໄດ້​ກ່າວ​ອີກວ່າ “ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ກະ​ຊວງສາ​ທາ​ລະ​ນະ​ສຸກ​ແລະ​ປະ​ຊາ​ສົງ​ເຄາະ ​ໄດ້ຂໍ​ຮ້ອງ​ຕໍ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໃຫ້​ສະ​ໜອງ​ສະ​ຖານ​ທີ່ຫຼາຍ​ແຫ່ງ​ທີ່​ສາ​ມາດ​ໃຊ້​ເປັນ​ທີ່​ຢູ່​ອາ​ໄສແກ່​ຢ່າງ​ໜ້ອຍ 250 ຄົນ ໂດຍ​ມີ​ຫ້ອງ​ພັກ​ໃຫ້​ແຕ່​ລະ​ຄົນ​ຕະຫຼອດ​ໄລ​ຍະຮອດ ວັນ​ທີ 29 ກຸມ​ພາ 2020.” ຖະ​ແຫລງ​ການ​ໄດ້​ກ່າວ​ຕື່ມ​ວ່າ ພວກ​ຄົນ​ເຫຼົ່າ​ນີ້ ຈະ​ຕ້ອງ​ໄດ້​ຖືກ​ກັກ​ຕົວໄວ້ ພາຍ​ໃນ 14 ວັນ ​ຊຶ່ງ​ເປັນ​ໄລ​ຍະ​ເວ​ລາ​ຂອງ​ການ​ຟັກ​ຕົວ​ຂອງ​ໄວ​ຣັ​ສນັ້ນ.

ຖະ​ແຫລງ​ການ​ໄດ້​ກ່າວ​ວ່າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ “​ພຽງ​ແຕ່​ຊ່ອຍ​ສະ​ໜອງ​ທີ່​ພັກ​ອາ​ໄສ​ເທົ່າ​ນັ້ນ ໃນ​ຂະ​ນະ​ດຽວ​ກັນ ກະ​ຊວງ HHS ຈະ​ຮັບ​ຜິດ​ຊອບ​ສຳ​ລັບ ການ​ເບິ່ງ​ແຍງ​ທັງ​ໝົດ ການ​ຂົນ​ສົ່ງ ແລະ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແກ່​ພວກ​ທີ່​ຖືກ​ຍົກ​ຍ້າຍ.” ຄ້າຍ​ທະ​ຫານ​ສີ່​ແຫ່ງ ໄດ້​ຖືກ​ລະ​ບຸ​ຊື່ ໃຫ້​ໃຊ້​ເປັນ​ສະ​ຖານ​ທີ່​ພັກ​ອາ​ໄສ -- ສອງ​ແຫ່ງ​ໃນ​ລັດ​ຄາ​ລີ​ຟໍ​ເນຍ ແລະ ແຫ່ງ​ນຶ່ງ ໃນ​ລັດ​ໂຄ​ໂລ​ຣາ​ໂດ ແລະ ອີກ​ແຫ່ງ​ນຶ່ງ ໃນ​ລັດ​ເທັກ​ຊັ​ສ -- ຖ້າ​ຫາກພວກ​ສະ​ຖານ​ທີ່​ດັ່ງ​ກ່າວ ມີ​ຄວາມ​ຈຳ​ເປັນຕ້ອງ​ໃຊ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG