ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Corker ຈະຈັດ ການຮັບຟັງ ຄຳໃຫ້ການ ກ່ຽວກັບອຳນາດ ໃນການໃຊ້ ອາວຸດນິວເຄລຍ ຂອງ ປະທານາທິບໍດີ


ທ່ານ Bob Corker ປະທານຄະນະກຳມະການ ຄວາມສຳພັນກັບຕ່າງປະເທດ ຂອງສະພາສູງ ສະຫະລັດ ສັງກັດພັກຣີພັບບລີກັນ ຈາກລັດ Tennessee ຢຸດຈຶ້ງຢູ່ຊົ່ວຄາວ ໃນລະຫວ່າງການຮັບຟັງຄຳໃຫ້ການ ກ່ຽວກັບວິກິດການ ໃນມຽນມາ ເວລາ ເກີດມີການຮ້ອງຊື່ ທີ່ຫຍາບຄາຍກັນ ກັບປະທານາທິບໍດີ ດໍໂນລ ທຣຳ, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 24 ຕຸລາ 2017.
ທ່ານ Bob Corker ປະທານຄະນະກຳມະການ ຄວາມສຳພັນກັບຕ່າງປະເທດ ຂອງສະພາສູງ ສະຫະລັດ ສັງກັດພັກຣີພັບບລີກັນ ຈາກລັດ Tennessee ຢຸດຈຶ້ງຢູ່ຊົ່ວຄາວ ໃນລະຫວ່າງການຮັບຟັງຄຳໃຫ້ການ ກ່ຽວກັບວິກິດການ ໃນມຽນມາ ເວລາ ເກີດມີການຮ້ອງຊື່ ທີ່ຫຍາບຄາຍກັນ ກັບປະທານາທິບໍດີ ດໍໂນລ ທຣຳ, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 24 ຕຸລາ 2017.

ທ່ານ Bob Corker ປະທານຄະນະກຳມະການຄວາມສຳພັນກັບຕ່າງປະເທດ ຂອງ
ສະພາສູງ ສະຫະລັດ ໄດ້ປະກາດວ່າ ທ່ານຈະຈັດໃຫ້ມີການຮັບຟັງຄຳໃຫ້ ການກ່ຽວ
ກັບ “ອຳນາດໃນການໃຊ້ອາວຸດນິວເຄລຍ” ຂອງປະທານາທິບໍດີ ໃນສັບປະດາໜ້າ.

ທ່ານ Corker ໄດ້ກ່າວວ່າ ການຮັບຟັງຄຳໃຫ້ການດັ່ງກ່າວ ເປັນສ່ວນນຶ່ງຂອງການ
ກວດສອບ “ອຳນາດແລະຂັ້ນຕອນເພື່ອການນຳໃຊ້ອາວຸດນິວເຄລຍ” ຂອງສະພາສູງ.
ທ່ານໄດ້ກ່າວອີກວ່າ ລັດຖະສະພາ ບໍ່ໄດ້ກັບຄືນໄປພິຈາລະນາບັນ ຫານີ້ ນັບຕັ້ງແຕ່ປີ
1976 ແລະ “ການສົນທະນາຫາລືໃນເລື່ອງນີ້ ແມ່ນດົນນານເກີນໄປແລ້ວ.”

ທ່ານ Corker ໄດ້ກ່າວຢູ່ໃນຖະແຫລງການສະບັບນຶ່ງ ວ່າ “ບັນດາສະມາຊິກສະພາ
ຈຳນວນນຶ່ງ ທັງຢູ່ໃນ ແລະບໍ່ໄດ້ຢູ່ໃນ ຄະນະກຳມະການຂອງພວກເຮົາ ໄດ້ຕັ້ງຄຳ
ຖາມຕ່າງໆຂຶ້ນມາ ກ່ຽວກັບ ອຳນາດຂອງຝ່າຍນິຕິບັນຍັດ ແລະ ອຳນາດຝ່າຍບໍລິຫານ
ກ່ຽວກັບ ການເຮັດສົງຄາມ ການໃຊ້ອາວຸດນິວເຄລຍ ແລະ ການປະຕິບັດນະໂຍບາຍ
ການຕ່າງປະເທດ ໂດຍລວມ.”

ການອະພິປາຍ ກ່ຽວກັບວ່າ ຜູ້ໃດຄວນມີອຳນາດໃນການອະນຸຍາດໃຫ້ໃຊ້ອາວຸດ
ນິວເຄລຍ ໄດ້ຖືກຍົກຂຶ້ນມາອະພິປາຍກັນຄືນໃໝ່ ຢູ່ໃນລັດຖະສະພາ ຫຼັງຈາກ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ເຕືອນ ເມື່ອເດືອນສິງຫາຜ່ານມານີ້ ວ່າ ເກົາຫຼີເໜືອ
ອາດຈະປະເຊີນກັບ “ໄຟ ແລະ ຄວາມຮຸນແຮງ ແບບທີ່ໂລກ ບໍ່ເຄຍເຫັນມາກ່ອນ”
ຖ້າເກົາຫຼີເໜືອ ຍັງສືບຕໍ່ເສີມຂະຫຍາຍໂຄງການອາວຸດນິວເຄລຍຂອງຕົນ.

ທ່ານ Corker ຜູ້ທີ່ໄດ້ປະກາດວ່າ ທ່ານຈະບໍ່ລົງແຂ່ງຂັນເລືອກຕັ້ງອີກ ໃນປີ 2018
ໄດ້ປະທະຄາລົມ ຢ່າງເປັນການເປີດເຜີຍ ກັບປະທານາທິບໍດີ ດໍໂນລ ທຣຳ ມາແລ້ວ
ຫຼາຍໆຄັ້ງ ໃນເດືອນແລ້ວນີ້.

US Corker Nuclear Hearing
please wait

No media source currently available

0:00 0:00:44 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG