ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດເດັນມາກ ຍິງຜູ້ຕ້ອງສົງໄສຕາຍ ທີ່ພົວພັນ ນຳການໂຈມຕີ ຢູ່ໂກເປັນເຮເກັນ


ພວກໄວ້ອາໄລນຳ ຜູ້ເຄາະຮ້າຍໃນການໂຈມຕີ ຢືນຢູ່ຕໍ່ໜ້າ ໂບດຊາວຍິວ ຢູ່ຄຸ້ມ Krystalgadeໃນນະຄອນຫລວງ Copenhagen, ວັນທີ 15 ກຸມພາ 2015.
ພວກໄວ້ອາໄລນຳ ຜູ້ເຄາະຮ້າຍໃນການໂຈມຕີ ຢືນຢູ່ຕໍ່ໜ້າ ໂບດຊາວຍິວ ຢູ່ຄຸ້ມ Krystalgadeໃນນະຄອນຫລວງ Copenhagen, ວັນທີ 15 ກຸມພາ 2015.

ຕຳຫຼວດເດັນ​ມາກໄດ້ຍິງຊາຍ​ຄົນ​ນຶ່ງ​ຕາຍ ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້
ທີ່​ເຂົາ​ເຈົ້າກ່າວ​ວ່າ ຜູ້ກ່ຽວໄດ້​ຢູ່​ເບື້ອງ​ຫຼັງ​ຂອງ​ການ​ຍິງ​ໂຈມ​ຕີ​ສອງ​
ບັ້ນ​ໃນ​ວັນ​ເສົາວານ​ນີ້ ​ຢູ່​ນະຄອນຫລວງ Copenhagen ທີ່​ໄດ້
​ສັງຫານພົນລະ​ເຮືອນ​ 2 ຄົນ ​ແລະ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​
ຮັບ​ບາດ​ເຈັບ 5 ຄົນ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ບໍ່​ມີ​ຫຼັກ​ຖານ​ໃດໆຊີ້​ໃຫ້​ເຫັນ​ວ່າ ​ມີ​ມື​ປືນ
ຄົນອື່ນໆອີກ ​ພົວພັນ​ໃນ​ການ​ຍິງ​ໂຈມ​ຕີ​ດັ່ງກ່າວ ຊຶ່ງ​ການ​ຍິງ​ບັ້ນ
ນຶ່ງ​ໄດ້​ເກີດຂຶ້ນ​ ທີ່​ຮ້ານ​ກິນ​ດື່ມ​ແຫ່ງ​ນຶ່ງ​ທີ່​ຈັດງານພົບປະໂອ້​ລົມ​ກັນ
​ຢ່າງ​ເສລີ ​ແລະ​ການ​ໂຈມ​ຕີ​ອີກ​ບັ້ນ​ນຶ່ງ​ແມ່ນ​ເກີດ​ຂຶ້ນ​ ໃນ​ໂບດ​ສາສະ
ໜາ​ຢີວທີ່ສຳຄັນ​ແຫ່ງ​ນຶ່ງຢູ່​ນອກ​ນະຄອນ Copenhagen.

ນາຍົກລັດຖະມົນຕີ Helle Thorning-Schmidt ​ແຫ່ງ​ເດັນມາກກ່າວໃນວັນອາທິດມື້ນີ້
ວ່າປະຊາຊົນຜູ້ບໍລິສຸດສອງຄົນນັ້ນໄດ້ເສຍຊີວິດໄປຍ້ອນ “ການກໍ່ການຮ້າຍຢ່າງເລືອດ
ເຢັນ ຕໍ່ເດັນມາກ”
ແລະວ່າ ຜູ້ໃດກໍບໍ່ຄວນຖືກປ່ອຍໃຫ້ລອດພົ້ນຈາກກົດໝາຍໄປໄດ້
ຍ້ອນການໂຈມຕີ “ສັງຄົມເດັນມາກ ທີ່ເປີດກ້ວາງ ເສລີ ແລະມີປະຊາທິປະໄຕນັ້ນ”

​ໃນ​ການ​ໂຮມ​ຊຸມນຸມທີ່ຮ້ານອາຫານ​ດັ່ງກ່າວ ​ມີ​ທ່ານ Lars Vilks ນັກ​ແຕ້ມຮູບກາຕູນຊາວ
ສະວີເດນ ໄປຮ່ວມ​ນຳ ທີ່​ຜູ້​ຄົນຮູ້​ຈັກ​ກັນ​ວ່າ​ເປັນຜູ້​ແຕ້ມ​ຮູບກາຕູນ ​ທີ່​ເຍາະ​ເຍີ້​ຍສາສະໜາ
ອິສລາມ ຮວມທັງ​ ​ຮູບກາຕູນ ຂອງ​ສາດສະດາຈານ Muhammad​ ໃນ​ປີ 2007 ທີ່​ມີ​ຕົນ​
ໂຕ​ເປັນໂຕໝາ​ນັ້ນ ​ແຕ່​ຜູ້ກ່ຽວ​ບໍ່​ໄດ້​ຮັບ​ອັນຕະລາຍ​ໃດໆ​.

​ໃນ​ການ​ໂຈມ​ຕີ​ດັ່ງກ່າວ ມື​ປືນ​ທີ່​ໃຊ້​ອາວຸດປືນ​ອັດຕະ​ໂນ​ມັດ ​ໄດ້​ສັງຫານຜູ້​ຄົນ​ນຶ່ງ​ຄົນ ​ແລະ
ຕຳຫຼວດ 3 ຄົນ​ໄດ້​ຮັບ​ບາດ​ເຈັບ. ໃນ​ເຫດການ​ທີ່​ເກີດ​ທີ່ໂບດ​ສາສະໜາ​ຢິວ ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່ມາ. ຄົນ​ຍາມ​ອາສາ​ສະໝັກ​ຄົນ​ນຶ່ງ ​ໄດ້ເສຍ​ຊີວິດ ​ແລະ​ຕຳຫຼວດ 2 ຄົນ​ໄດ້​ຮັບ​ບາດ​ເຈັບ​. ແຫຼ່ງຂ່າວ​ເວົ້າ​ວ່າ​ຄົນ​ຍາມ​ຄົນ​ນັ້ນ​ເປັນ​ຄົນ​ຢິວ.

denmarkshooting15february15
please wait

No media source currently available

0:00 0:02:04 0:00

XS
SM
MD
LG