ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ກາດ ຂອງກອງ​ປະ​ຊຸມ​ສຸດຍອດ COP28 ຖືກ​ເບິ່ງ​ກັນ​ວ່າ ເປັນ​ຂ່າ​ວດີ ສຳ​ລັບ ​ຊາວ​ກະ​ສິ​ກອນ ຂະ​ໜາດ​ນ້ອຍ​ຂອງ​ໂລກ


ແຟ້ມ - ຊາວ​ສວນ​ຄົນ​ນຶ່ງ ໃສ່​ປຸຍ​ຕົ້ນ​ໝາກ​ສາ​ລີ​ຂອງ​ລາວ ນອກ​ເມືອງ​ກາ​ໂນ ປະ​ເທດ​ໄນ​ຈີ​ເຣຍ ເມື່ອ​ວັນ​ທີ 14 ກໍ​ລະ​ກົດ 2023. ກອງ​ທຶນ 2.5 ຕື້​ໂດ​ລາ ທີ່​ໄດ້​ປະ​ກາດ​ຢູ່ກອງ​ປະ​ຊຸມ​ສຸດຍອດ COP28 ຄາດ​ວ່າ​ຈະ​ຊ່ວຍ​ພວກ​ພໍ່​ໄຮ່​ພໍ່​ນາ​ຂະ​ໜາດ​ນ້ອຍ ຮັບ​ມື​ກັບ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ອາ​ກາດ.
ແຟ້ມ - ຊາວ​ສວນ​ຄົນ​ນຶ່ງ ໃສ່​ປຸຍ​ຕົ້ນ​ໝາກ​ສາ​ລີ​ຂອງ​ລາວ ນອກ​ເມືອງ​ກາ​ໂນ ປະ​ເທດ​ໄນ​ຈີ​ເຣຍ ເມື່ອ​ວັນ​ທີ 14 ກໍ​ລະ​ກົດ 2023. ກອງ​ທຶນ 2.5 ຕື້​ໂດ​ລາ ທີ່​ໄດ້​ປະ​ກາດ​ຢູ່ກອງ​ປະ​ຊຸມ​ສຸດຍອດ COP28 ຄາດ​ວ່າ​ຈະ​ຊ່ວຍ​ພວກ​ພໍ່​ໄຮ່​ພໍ່​ນາ​ຂະ​ໜາດ​ນ້ອຍ ຮັບ​ມື​ກັບ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ອາ​ກາດ.

ພວກ​ນັກ​ຊ່ຽວ​ຊານ​ທາງ​ດ້ານ​ກະ​ສິ​ກຳ​ແລະ​ດ້ານ​ອາ​ກາດ ກ່າວ​ວ່າ ມີ​ຂ່າວ​ດີ​ສຳ​ລັບ​ພວກ​ພໍ່​ໄຮ​ພໍ່​ນາ​ຂະ​ໜາດ​ນ້ອຍ​ຂອງ​ໂລກ ໃນ​ຄຳ​ປະ​ກາດ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ພວກ​ຜູ້​ນຳ​ຂອງ​ໂລກ 134 ປະ​ເທດ ໃນ​ລະ​ຫວ່າງ​ພິ​ທີ​ເປີດກອ​ງ​ປະ​ຊຸມ​ COPE28 ຊຶ່ງ​ເປັນ​ກອງ​ປະ​ຊຸມ​ສຸດຍອດ​ ອາ​ກາ​ດ​ຂອງ​ໂລກ ທີ່​ພວມ​ຈັດ​ຂຶ້ນ​ຢູ່​ໃນ​ດູ​ໄບ ​ພາຍ​ໃນ​ເດືອນນີ້.

ໃນ​ອັນ​ທີ່​ຮູ້​ກັນ​ວ່າ ເປັນ​ຄຳ​ປະ​ກາດ​ຂອງກອງ​ປະ​ຊຸມ COPE28 ວ່າ​ດ້ວຍ​ການ​ກະ​ສິ​ກຳ​ທີ່​ຍືນ​ຍົງ ລະ​ບົບ​ອາ​ຫານ​ທີ່​ປັບ​ໂຕ​ໄດ້ ແລະ ​ມາດ​ຕະ​ການ​ທາງ​ດ້ານ​ອາ​ກາດ ບັນ​ດາ​ຜູ້​ນຳ​ຂອງ​ໂລກ​ໄດ້ລະ​ດົມ​ທຶນ​ຫຼາຍກວ່າ 2.5 ຕື້​ໂດ​ລາ ເພື່ອ​ເລີ້ມ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ທາງ​ດ້ານ​ກະ​ສິ​ກຳ​ທີ່​ພົວ​ພັນ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເຈົ້າ​ໜ້າ​ທີ່ກອງ​ປະ​ຊຸມ​ສຸດຍອດ​ໄດ້ແຈ້ງ​ໃຫ້​ຊາບ.

​ການ​ປະ​ກາດ​ດັ່ງ​ກ່າວ​ນີ້ ຍັງ​ໄດ້​ຕິດ​ຕາມ​ມາ​ດ້ວຍ​ ແຈ້ງ​ການກ່ຽວ​ກັບ​ຂໍ້​ລິ​ເລີ້ມ​ອື່ນໆ​ອີກ​ຫຼາຍ​ສະ​ບັບ ຮວມ​ທັງ​ການ​ເປັນ​ພາ​ຄີ 200 ລ້ານ​ໂດ​ລາລະ​ຫວ່າງ​ປະ​ເທດ​ເຈົ້າ​ພາບ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ແລະ​ມູນ​ນິ​ທິ​ບິ​ລ​ແລະ​ມີ​ລິນ​ດາ ເກ​ດ​ສ໌ ສຳ​ລັບ​ຊ່ວຍ​ເຫຼືອ​ການ​ຄົ້ນ​ຄວ້າ​ທີ່​ພົວ​ພັນ​ທາງ​ດ້ານ​ກະ​ສິ​ກຳ.

“ປະ​ເທດ​ຕ່າງໆ​ຕ້ອງ​ຖື​ເອົາ​ລະ​ບົບ​ອາ​ຫານ​ແລະ​ການ​ກະ​ສິ​ກຳເປັນ​ໝາກ​ຫົວ​ໃຈ​ສຳ​ລັບ​ຄວາມ​ໄຝ່​ຝັນ​ທາງ​ດ້ານ​ອາ​ກາດ ໃນ​ການ​ແກ້​ໄຂ​ທັງ​ການ​ປ່ອຍ​ອາຍ​ພິດ ແລະ​ປົກ​ປ້ອງ​ຊີ​ວິດ​ແລະ​ການ​ເປັນ​ຢູ່​ຂອງ​ພວກ​ພໍ່​ໄຮ່​ພໍ່​ນາ ທີ່​ອາ​ໄສ​ຢູ່​ໃນ​ເຂດ​ແນວ​ໜ້າ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ມາ​ຣີ​ອາມ ບິນ ໂມ​ຮຳ​ເໝັດ ອາມ​ເມ​ຣີ (Mariam bint Mohammed Almheiri) ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ອາ​ກາດ ແລະ​ສະ​ພາບ​ແວດ​ລ້ອມ​ຂອງ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ໃນ​ພິ​ທີ​ນຳ​ເຜີຍ​ແຜ່​ຄຳ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 1 ທັນ​ວາ​ຜ່ານ​ມານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG