ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂອບາມາ ກ່າວວ່າ ບໍ່ມີຄວາມກ້າວໜ້າຫຼາຍພໍ ກ່ຽວກັບ ການແກ້ໄຂບັນຫາ ສະພາບອາກາດ


ອະດີດປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຄຳປາໄສໃນລະຫວ່າງກອງປະຊຸມສຸດຍອດສະພາບອາກາດ COP26 ໃນເມືອງ ກລາສໂກ, ປະເທດ ສກັອດແລນ. 8 ພະຈິກ, 2021.
ອະດີດປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຄຳປາໄສໃນລະຫວ່າງກອງປະຊຸມສຸດຍອດສະພາບອາກາດ COP26 ໃນເມືອງ ກລາສໂກ, ປະເທດ ສກັອດແລນ. 8 ພະຈິກ, 2021.

ອະດີດປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ກ່າວຕໍ່ກອງປະຊຸມ ກ່ຽວກັບ ສະພາບອາກາດປ່ຽນແປງ ສະຫະປະຊາຊາດໃນເມືອງ ກລາສໂກ, ປະເທດ ສກັອດແລນ ເມື່ອວັນຈັນວານນີ້ວ່າ ບັນດາຜູ້ນຳໂລກຢູ່ກອງປະຊຸມສຸດຍອດນັ້ນ “ແມ່ນບໍ່ໄດ້ດຳເນີນການຢ່າງພຽງພໍ” ເພື່ອແກ້ໄຂວິກິດການດ້ານສະພາບອາກາດ.

ໃນການກ່າວລະຫວ່າງການເຈລະຈາສອງອາທິດເຕັມ ທີ່ຮູ້ຈັກກັນໃນ​ຊື່ COP26 ນັ້ນ, ທ່ານ ໂອບາມາ ໄດ້ກ່າວວ່າ ປະເທດສ່ວນໃຫຍ່ໄດ້ລົ້ມແຫຼວທີ່ຈະບັນລຸຄຳໝັ້ນສັນຍາທີ່ໄດ້ເຮັດໃນຂໍ້ຕົກລົງກອງປະຊຸມສະພາບອາກາດ ປາຣີ 2015 ແລະ ວ່າໂລກແມ່ນບໍ່ໄດ້ຢູ່ໃກ້ກັບບ່ອນທີ່ມັນຕ້ອງຢູ່ໃນການຕໍ່ສູ້ກັບສະພາບອາກາດປ່ຽນແປງ.

ທ່ານໄດ້ກ່າວວ່າມັນ “ເຮັດໃຫ້ໝົດກຳລັງໃຈເປັນຢ່າງຍິ່ງ“ ທີ່ບັນດາຜູ້ນຳ ຈີນ ແລະ ຣັດເຊຍ, ເຊິ່ງແມ່ນສອງໃນປະເທດທີ່ປ່ອຍຄວັນພິດຫຼາຍທີ່ສຸດນັ້ນ, ໄດ້ປະຕິເສດ ທີ່ຈະເຂົ້າຮ່ວມໃນກອງປະຊຸມ ກລາສໂກ, ໂດຍເວົ້າວ່າທັງສອງປະເທດນັ້ນໄດ້ສະແດງໃຫ້ເຫັນສິ່ງທີ່ “ປາກົດວ່າຈະເປັນການຂາດຄວາມຮີບດ່ວນທີ່ອັນຕະລາຍ” ກ່ຽວກັບ ສະພາບອາກາດປ່ຽນແປງ.

ຈີນ ແມ່ນຜູ້ປ່ອຍອາຍຄາບັອນທີ່ໃຫຍ່ທີ່ສຸດຂອງໂລກ. ໃນຖະແຫຼງການສະບັບນຶ່ງຕໍ່ກອງປະຊຸມໃນອາທິດແລ້ວນີ້, ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໄດ້ຮຽກຮ້ອງປະເທດອື່ນໆໃຫ້ “ຂະຫຍາຍການຮ່ວມມື” ແລະ ດຳເນີນການຕາມເປົ້າໝາຍສະພາບອາກາດ. ແນວໃດກໍຕາມ, ທ່ານ ສີ ກໍບໍ່ໄດ້ສະເໜີຄຳໝັ້ນສັນຍາໃໝ່ໃດໆ.

ທ່ານ ໂອບາມາ ໄດ້ກ່າວວ່າບັນດາປະເທດທີ່ມີເສດຖະກິດກ້າວໜ້າເຊັ່ນ ສະຫະລັດ ແລະ ຢູໂຣບ ຕ້ອງເປັນຜູ້ນຳໜ້າບັນຫານີ້, ແຕ່ ຈີນ, ຣັດເຊຍ ແລະ ອິນເດຍ ກໍເຊັ່ນກັນ. ທ່ານເວົ້າວ່າ “ພວກເຮົາບໍ່ສາມາດທີ່ຈະກີດກັ້ນໃຜອອກໄປໄດ້.”

ທ່ານຍັງໄດ້ໂຕ້ແຍ້ງວ່າ ມັນຈຳເປັນທີ່ຈະຟັງຄົນຜູ້ທີ່ຄັດຄ້ານການດຳເນີນການທີ່ວ່ອງໄວຕໍ່ສະພາບອາກາດປ່ຽນແປງ.

ທ່ານໄດ້ກ່າວວ່າ “ແທ້ຈິງແລ້ວ ພວກເຮົາຕ້ອງຟັງການຄັດຄ້ານຂອງເຂົາເຈົ້າ ແລະ ເຂົ້າໃຈຄວາມບໍ່ເຕັມໃຈຂອງຄົນທົ່ວໄປເພື່ອເບິ່ງວ່າປະເທດຂອງເຂົາເຈົ້າໄດ້ທຳການເຄື່ອນໄຫວໄວໂພດ ກ່ຽວກັບ ສະພາບອາກາດປ່ຽນແປງຫຼືບໍ່. ພວກເຮົາຕ້ອງເຂົ້າໃຈຄວາມເປັນຈິງຂອງເຂົາເຈົ້າ ແລະ ເຮັດວຽກກັບເຂົາເຈົ້າສະນັ້ນການດຳເນີນການທີ່ຈິງຈັງ ກ່ຽວກັບ ສະພາບອາກາດປ່ຽນແປງຈຶ່ງຈະບໍ່ມີຜົນກະທົບໃນທາງລົບຕໍ່ເຂົາເຈົ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG