ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ ອາຟຣິກາ ຮຽກຮ້ອງໃຫ້ປະເທດທີ່ຮັ່ງມີ ປະຕິບັດຕາມຄຳໝັ້ນສັນຍາ ທີ່ຈະໃຫ້ເງິນຊ່ວຍເຫຼືອ 100 ຕື້ໂດລາ


ກອງປະຊຸມສຸດຍອດດິນຟ້າອາກາດ COP26.
ກອງປະຊຸມສຸດຍອດດິນຟ້າອາກາດ COP26.

ບັນດາປະເທດອາຟຣິກາ ຢູ່ທີ່ກອງປະຊຸມສຸດຍອດດິນຟ້າອາກາດ COP26 ໃນເມືອງ
ກລາສໂກ (Glasgow) ປະເທດ ສກັອດແລນ ໄດ້ຕຳໜິຕິຕຽນບັນ ດາປະເທດທີ່ຮັ່ງມີສຳ
ລັບຄວາມລົ້ມແຫຼວທີ່ຈະປະຕິບັດຕາມຄຳສັນຍາຂອງເຂົາເຈົ້າ ກ່ຽວກັບ ການໃຫ້ເງິນຫຼາຍ
ພັນລ້ານໂດລາ ເພື່ອຊ່ວຍເຂົາເຈົ້າຮັບມືກັບການປ່ຽນແປງຂອງສະພາບອາກາດ..

ບັນດາປະເທດທີ່ຮັ່ງມີທີ່ສຸດຂອງໂລກ ກຸ່ມ 20 ປະເທດ ຫຼື G-20 ມີຄວາມຮັບຜິດຊອບ 80
ເປີເຊັນ ຕໍ່ການປ່ອຍແກັສພິດເຮືອນແກ້ວ. ເຖິງຢ່າງໃດກໍຕາມ ພວກນັກວິທະຍາສາດກ່າວ
ວ່າ ປະເທດທີ່ທຸກຍາກກວ່າ ໂດຍສະເພາະອາຟຣິກາ ແມ່ນໄດ້ປະສົບ ຜົນກະທົບທີ່ຮ້າຍ
ແຮງທີ່ສຸດຂອງສະພາບອາກາດປ່ຽນແປງ.

ບັນດາປະເທດທີ່ຮັ່ງມີໄດ້ສັນຍາໃນປີ 2009 ທີ່ຈະສະໜອງເງິນ 100 ຕື້ໂດລາຕໍ່ປີໃຫ້ບັນ
ດາປະເທດທີ່ກຳລັງພັດທະນາ ເພື່ອຊ່ວຍໃຫ້ເຂົາເຈົ້າຮັບມືກັບສະພາບອາກາດປ່ຽນແປງ,
ແຕ່່ວັນຂອງເປົ້າໝາຍນັ້ນໄດ້ຖືກດັນໄປເຖິງປີ 2023 ຢູ່ການເລີ້ມຕົ້ນຂອງກອງປະຊຸມສຸດ
ຍອດ COP26.

ໃນການກ່າວຢູ່ກອງປະຊຸມໃນວັນອັງຄານວານນີ້ ບັນດາຜູ້ນຳອາຟຣິກາ ໄດ້ສະແດງຄວາມ
ໂມໂຫ. ທ່ານນາງ ນານາ ອັດໂດ ແດັງວາ ອາກູໂຟ-ອັດໂດ (Nana Addo Dankwa Akufo-Addo) ປະທານາທິບໍດີຂອງ ການາ ກ່າວວ່າ ຊາວອາຟຣິກັນ “ແມ່ນຜິດຫວັງຫຼາຍ.”

ທ່່ານນາງ ອາກູໂຟ-ອັດໂດ ໄດ້ກ່າວຕໍ່ບັນດາຜູ້ແທນວ່າ “ບັນດາປະເທດດຽວ ກັນນັ້ນ, ແນວ
ໃດກໍຕາມ, ໄດ້ຢືນຢັດວ່າພວກເຮົາຈະປະຖິ້ມໂອກາດສຳລັບການພັດທະນາທີ່ວ່ອງໄວສຳ
ລັບເສດຖະກິດຂອງພວກເຮົາ. ນັ້ນຈະມີຜົນເທົ່າກັບການປົກປ້ອງພິເສດສຳລັບຄວາມບໍ່
ເທົ່າທຽມຂອງປະຊາຄົມໂລກໃນລະດັບທີ່ສູງທີ່ສຸດ.”

ທ່ານ ຊູຣັນເຈີລ ວິບສ໌ ຈູເນຍ (Surnagel Whipps Jr.) ປະທານາທິບໍດີ ຂອງປະເທດ
ເກາະ ປາລາວ (Palau) ໃນມະຫາສະໝຸດປາຊີຟິກ ກໍໄດ້ສະແດງຄວາມຄຽດແຄ້ນທີ່ເທົ່າ
ທຽມກັນ. ທ່ານກ່າວວ່າ “ເວົ້າຕາມຄວາມຈິງແລ້ວ, ມັນບໍ່ມີກຽດສັກສີຕໍ່ການຕາຍທີ່ຊ້າ
ແລະເຈັບປວດ.

ທ່ານຄວນຈະຖີ້ມລະເບີດໃສ່ເກາະຂອງພວກເຮົາແທນທີ່ຈະໃຫ້ພວກເຮົາທົນທຸກທໍລະມານ
ດີິກວ່າຈະມາເປັນສັກຂີພິຍານການຕາຍທີ່ຊ້າ ແລະ ຫາຍະນະຂອງພວກເຮົາ. ບັນດາຜູ້ນຳ
G-20, ພວກເຮົາກຳລັງຈະຈົມນໍ້າ, ແລະ ຄວາມຫວັງຂອງພວກເຮົາແມ່ນວົງແຫວນຊີວິດທີ່
ພວກເຮົາກຳລັງຖືຢູ່.

ຄໍາຮ້ອງຂໍຂອງເຂົາເຈົ້າແມ່ນບໍ່ສາມາດທີ່ຈະປ່ຽນໝາຍກຳນົດການ. ແຕ່ວ່າຄວາມບໍ່ພໍໃຈ
ດັ່ງກ່າວແມ່ນຖືກກະຕຸ້ນໂດຍຄວາມກ້າວໜ້າໃນບັນຫາສຸກເສີນດ້ານສະພາບອາກາດ
ທີ່ສຳຄັນອື່ນໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG