ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມພະຍາຍາມໃນການປະສານງານກັນ ນຳໄປສູ່ການຈັບກຸມ ການໂຈມຕີທາງໄຊເບີ ຂອງຊາວຈີນ


ແຟ້ມພາບ - ຜູ້ອຳນວຍການອົງການສັນຕິບານກາງ FBI ທ່ານຄຣິສໂຕເຟີ ເວຼ (Christopher Wray) ກ່າວຖະແຫລງຕໍ່ສະພາ ຢູ່ທີ່ ລັດຖະສະພາ ຫຼື Capitol Hill, ວັນທີ 15 ກັນຍາ 2021.
ແຟ້ມພາບ - ຜູ້ອຳນວຍການອົງການສັນຕິບານກາງ FBI ທ່ານຄຣິສໂຕເຟີ ເວຼ (Christopher Wray) ກ່າວຖະແຫລງຕໍ່ສະພາ ຢູ່ທີ່ ລັດຖະສະພາ ຫຼື Capitol Hill, ວັນທີ 15 ກັນຍາ 2021.

ຄົນສັນຊາດຈີນອາຍຸ 35 ປີກຳລັງປະເຊີນກັບຂໍ້ກ່າວຫາຕ່າງໆທີ່ກ່ຽວຂ້ອງກັບການກໍ່ອາຊະຍາກຳທາງໄຊເບີ ທີ່ຜູ້ອຳນວຍການ ອົງການສັນຕິບານກາງ FBI ທ່ານ ຄຣິສໂຕເຟີ ເວຼ (Christopher Wray) ໄດ້ອະທິບາຍວ່າ “ອາດຈະເປັນການແຊກຊຶມດ້ວຍມອລແວລ ຫຼື Bonet ເຂົ້າໃນຄອມພິວເຕີ ທີ່ໃຫຍ່ທີ່ສຸດ ໃນໂລກ.”

ການຈັບກຸມຢູ່ໃນປະເທດສິງກະໂປນັ້ນ ເປັນຜົນມາຈາກຄວາມພະຍາຍາມໃນການປະສານງານກັນລະຫວ່າງປະເທດ ທີ່ລວມມີອົງການບັງຄັບໃຊ້ກົດໝາຍ ຈາກ ເຢຍຣະມັນ, ສິງກະໂປ, ສະຫະລັດ ແລະ ໄທ.

ທ້າວ ຢຸນເຮ ຫວັງ ໄດ້ຖືກຈັບກຸມ ໃນວັນທີ 24 ພຶດສະພາ, ລາວຖືກກ່າວຫາວ່າ ເປັນຜູ້ສ້າງ ໂປແກຣມ ບັອທເນັດ 911 S5 ເຊິ່ງເປັນຕົວແທນໃຫ້ບໍລິການດ້ານທີ່ຢູ່ທັງຫຼາຍດັ່ງກ່າວ.

ທ້າວ ຫວັງ ພ້ອມກັບພວກທີ່ກ່ຽວຂ້ອງອື່ນໆ ທີ່ບໍ່ໄດ້ຖືກລະບຸຊື້, ໄດ້ສ້າງ ໂປແກຣມມອລແວ ບັອທເນັດ 911 S5 ເພື່ອອຳນວຍຄວາມສະດວກໃຫ້ “ການໂຈມຕີທາງໄຊເບີ, ການສໍ້ໂກງໃນວົງກວ້າງ, ການສະແຫວງຜົນປະໂຫຍດຈາກເດັກນ້ອຍ, ການຮາວີລົບກວນ, ການຂົ່ມຂູ່ວາງລະເບີດ, ແລະການລະເມີດດ້ານການສົ່ງອອກ” ທ່ານແມຣຣິກ ບີ ກາຣແລນ ລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວໃນຖະແຫລງຂ່າວສະບັບນຶ່ງຂອງວັນພຸດທີ່ຜານມານີ້.

ທ້າວຫວັງ ໄດ້ຂາຍການເຂົ້າຫາທີ່ຢູ່ IP ທັງຫຼາຍ ທີ່ມີມອລແວລ ຫຼືໄວຣັສ ໃຫ້ແກ່ພວກອາຊະຍາກອນທາງໄຊເບີ ເພື່ອແລກປ່ຽນກັບສະກຸນເງິນຄຣິບໂຕ ຫຼື ສະກຸນເງິນ ຟຽດ (fiat). ຈາກການດຳເນີນທຸລະກຳ ເຫຼົ່ານີ້ ລາວ ໄດ້ຮັບເງິນກຳໄລຈຳນວນຢ່າງໜ້ອຍ 99 ລ້ານໂດລາ ອີງຕາມຖະແຫລງການຂອງກະຊວງຍຸຕິທຳຂອງສະຫະລັດ ຫຼື DOJ.

ບັນດາອາຊະຍາກອນ ທີ່ທ້າວຫວັງ ໄດ້ມີການພົວພັນນຳ ຕາມການກ່າວຫາແລ້ວ ສາມາດໃຊ້ທີ່ຢູ່ IP ທີ່ມີມອລແວລ ຫຼືໄວຣັສ ເພື່ອ “ຫຼີກລ້ຽງລະບົບກວດຈັບການສໍ້ໂກງທາງດ້ານການເງິນທັງຫຼາຍໄດ້ ແລະລັກເອົາເງິນຫຼາຍຕື້ໂດລາຈາກສະຖາບັນການເງິນຕ່າງໆ, ບັນດາບໍລິສັດທີ່ອອກບັດເຄຣດິດທັງຫຼາຍ ແລະໂຄງການໃຫ້ກຸມຢືມເງິນຂອງລັດຖະບານກາງ” ອີງຕາມຖະແຫລງການຂອງ DOJ.

A 35-year-old Chinese national is facing charges related to committing cybercrimes that FBI Director Christopher Wray described as “likely the world’s largest botnet ever.”

The arrest in Singapore was the result of an international coordinated effort that included law enforcement agencies from Germany, Singapore, the United States and Thailand.

YunHe Wang, arrested on May 24, is accused of being the creator of the 911 S5 botnet, a residential proxy service.

Wang, along with other unnamed parties, created the 911 S5 botnet to facilitate “cyber-attacks, large-scale fraud, child exploitation, harassment, bomb threats, and export violations,” said Attorney General Merrick Garland in a Department of Justice press release on Wednesday.

Wang sold access to infected IP addresses to cybercriminals in exchange for crypto or fiat currency. From these transactions, he received at least $99 million in profits, the DOJ stated.

The cybercriminals Wang transacted with were allegedly able to use the infected IP addresses to “bypass financial fraud detection systems and steal billions of dollars from financial institutions, credit card issuers, and federal lending programs,” according to the DOJ release.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG