ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອຸນ​ຫະ​ພູມ ທີ່​ເຢັນ​ຂຶ້ນ ຊ່ວຍ​ໃຫ້ ​ໄຟ​ປ່າ ຢູ່​ພາຍ​ໃຕ້​ ການ​ຄວບ​ຄຸມໃນ ອອ​ສ​ເຕ​ຣ​ເລຍ


ພະ​ນັກ​ງານ ບໍ​ລິ​ສັດ ປ່າ​ໄມ້ ທ່ານ ເດ​ລ ແມັກ​ລີນ ອອກ​ລາດ​ຕະ​ເວນ ໄຟ​ທີ່​ຖືກ​ຄວບ​ຄຸມ​ໄດ້ ຢູ່​ໄຟ​ປ່າ​ໃກ້​ກັບ​ເມືອງ ໂບ​ດາ​ລ​ລາ, ລັດ ນິວ ຊ້າວ ແວ​ລ​ສ໌, ປະ​ເທດ ອອ​ສ​ເຕ​ຣເລຍ. 12 ມັງ​ກອນ, 2020.
ພະ​ນັກ​ງານ ບໍ​ລິ​ສັດ ປ່າ​ໄມ້ ທ່ານ ເດ​ລ ແມັກ​ລີນ ອອກ​ລາດ​ຕະ​ເວນ ໄຟ​ທີ່​ຖືກ​ຄວບ​ຄຸມ​ໄດ້ ຢູ່​ໄຟ​ປ່າ​ໃກ້​ກັບ​ເມືອງ ໂບ​ດາ​ລ​ລາ, ລັດ ນິວ ຊ້າວ ແວ​ລ​ສ໌, ປະ​ເທດ ອອ​ສ​ເຕ​ຣເລຍ. 12 ມັງ​ກອນ, 2020.

ໄຟ​ປ່າ​ໃນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ແມ່ນ​ກຳ​ລັງ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມຫຼາຍ​ຂຶ້ນ ໃນ​ຂະ​ນະ​ທີ່​ອຸນ​ຫະ​ພູມ​ທີ່​ເຢັນ ແລະ ລົມພັດ​ເບົາໆ​ຍັງ​ຄົງ​ມີຢູ່​ຢ່າງ​ຕໍ່​ເນື່ອງ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ນັກ​ດັບ​ໄຟ.

ກຸ່ມ​ນັກ​ດັບ​ໄຟ​ໃກ້​ກັບ​ເມືອງ ໂບ​ດາ​ລ​ລາ ໃນ​ລັດ ​ນິວ ຊ້າວ ແວ​ລ​ສ໌, ເຊິ່ງ​ແມ່ນ​ລັດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ​ສຸດ​ໂດຍ​ໄຟ​ປ່າຫຼາຍ​ອາ​ທິດ​ນັ້ນ, ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ເຂົາ​ເຈົ້າ​ສ​າ​ມາດ​ທີ່​ຈະ​ເຄື່ອນ​ທີ່​ຈາກ​ການ​ປ້ອງ​ກັນ ແລະ ລຸກເຮັດ​ວຽກ​ເພື່ອ​ຮັບ​ປະ​ກັນ​ວ່າ ໄຟ​ຈະ​ບໍ່​ໄປ​ຮອດ​ທາງຫຼວງ​ທີ່​ສຳ​ຄັນ.

ໄຟ​ຢູ່​ພູ ກອ​ສ​ເປີ​ສ໌ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະ​ຄອນ ຊິດ​ນີ, ເຊິ່ງ​ໄດ້​ເຜົາ​ໄໝ້​ຕັ້ງ​ແຕ່​ເດືອນ​ຕຸ​ລາ​ເປັນ​ຕົ້ນ​ມາ​ນັ້ນ, ແມ່ນ​ໄດ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ໃນ​ວັນ​ອາ​ທິດ​ວານນີ້ ຍ້ອນ​ມີ​ຝົນ​ຕົກ​ລົງ​ມາ​ຄ່ອຍໆ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ໜັງ​ສື​ພິມ Sydney Morning Herald.

ກົມ​ດັບ​ໄຟ​ໃນ​ທ້ອງ​ຖິ່ນ​ຂອງ​ລັດ​ ນິວ ຊ້າວ ແວ​ລ​ສ໌ ໄດ້​ກ່າວ​ໃນ​ຕອນ​ແລງວັນ​ອາ​ທິດ​ວານນີ້​ວ່າ, ໄຟ​ໄໝ້ 111 ແຫ່ງ​ແມ່ນ​ຍັງ​ເຜົາ​ໄໝ້​ຢູ່​ທົ່ວ​ລັດ ນິວ ຊ້າວ ແວ​ລ​ສ໌, 40 ໃນ​ນັ້ນ​ແມ່ນບໍ່​ສາ​ມາດ​ຄວບ​ຄຸມ​ໄດ້.

ທ່ານ ເດ​ລ ແມັກ​ລີນ ນັກ​ດັບ​ໄຟ​ລັດ ນິວ ຊ້າວ ແວ​ລ​ສ໌ ໄດ້​ກ່າວ​ວ່າ “ດ້ວຍ​ອາ​ກາດ​ປ່ຽນ​ແປງ​ໃນ​ເວ​ລານີ້, ອາ​ກາດ​ແມ່ນ​ກຳ​ລັງ​ເຢັນ​ລົງ, ໄຟ​ກໍ​ໄດ້​ອ່ອນ​ລົງ. ສະ​ພາບ​ຂອງ​ໄຟ​ແມ່ນ​ໄດ້​ປ່ຽນ​ແປງ ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ສາ​ມາດ​ທີ່​ຈະ​ອອກ​ໄປ​ຢູ່​ຕໍ່​ໜ້າ​ໄຟ​ໃນ​ເວ​ລານີ້ ແລະ ທຳ​ການມອດ​ມັນ. ແລະ ກຽມ​ເສັ້ນ​ທາງ​ພວກນີ້​ໃຫ້​ພ້ອມ ແລະ ກຽມ​ພ້ອມ​ສຳ​ລັບ​ການ​ຄວບ​ຄຸມ​ໄພ ແລະ ໃຫ້​ໄຟ​ທີ່​ຖືກ​ຄວບ​ຄຸມ​ໄດ້​ຄົງ​ທີ່ ສະ​ນັ້ນ ໃນ​ສອງວັນ​ທີ່​ຜ່ານ​ມາ ພວກ​ເຮົາ​ສາ​ມາດ​ທີ່​ຈະ​ຄວບ​ຄຸມ​ໄຟ​ໄດ້​ຢ່າງ​ສຳ​ເລັດ​ ແລະ ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ​ສາ​ມາດ​ຄວບ​ຄຸມ​ໄຟ​ທີ່​ຢູ່​ສອງ​ຟາກນີ້ ແລະ ນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ຈະ​ເຮັດ​ໃນ​ສອງ​ສາມ​ວັນ​ຂ້າງ​ໜ້າ ໃນ​ເວ​ລາ​ທີ່​ອາ​ກາດ​ແມ່ນ​ກຳ​ລັງ​ຢູ່​ທ​າງ​ຂອງ​ພວກ​ເຮົາ.”

ໃນ​ເດືອນ​ກັນ​ຍາ​ປີ​ກາຍນີ້, ປະ​ຊາ​ຊົນ​ຢ່າງ​ໜ້ອຍ 27 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ເຫດ​ໄຟ​ປ່າ​ຂອງ ອອ​ສ​ເຕ​ຣ​ເລຍ. ທີ່​ດິນກວ້າງ​ຂວາງ 10 ເຮັກ​ຕາ ເຊິ່ງ​ເປັນ​ພື້ນ​ທີ່ໆ​ໃຫຍ່ກວ່າ​ປະ​ເທດ ປອກ​ຕຸຍ​ການ ນັ້ນ, ແມ່ນ​ໄດ້​ຖືກ​ເຜົາ​ໄໝ້.

ການ​ປະ​ທ້ວງ​ສະ​ພ​າບອາ​ກາດ ປ່ຽນ​ແປງ ​ແມ່ນ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ໂດຍ​ຜູ້​ປະ​ທ້ວງຫຼາຍ​ພັນ​ຄົນ​ທີ່​ວິ​ພາກວິ​ຈານ ກ່ຽວ​ກັບ ການ​ຮັບ​ມື​ກັບ​ວິ​ກິດ​ການ​ໄຟ​ປ່າ​ຂອງ​ລັດ​ຖະ​ບານ. ການ​ປະ​ທ້ວງ​ທີ່​ນະ​ຄອນ ຊິດ​ນີ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ມີ​ລາຍ​ງານ​ວ່າ ໄດ້​ດຶງ​ດູດ​ປະ​ຊາ​ຊົນ 30,000 ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG