ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອດ​ແນມອິນເດຍ ​ທີ່​ຖືກຄຸກ ຢູ່ປາກິສຖານ ​ເສ​ຍຊີວິດ​ (ສະໄລດ໌/ວີດີໂອ)


ເດັກນ້ອຍນັກຮຽນຊາວອິນເດຍ ຖືພາບຖ່າຍຂອງທ້າວ Sarabjit Singh ພ້ອມທັງທຽນໄຂ ເພື່ອໄວ້ອາໄລໃຫ້ແກ່ຜູ້ກ່ຽວ
ເດັກນ້ອຍນັກຮຽນຊາວອິນເດຍ ຖືພາບຖ່າຍຂອງທ້າວ Sarabjit Singh ພ້ອມທັງທຽນໄຂ ເພື່ອໄວ້ອາໄລໃຫ້ແກ່ຜູ້ກ່ຽວ
ສອດ​ແນມ​ທີ່​ຖືກຕ້ອງ​ໂທດ​ຊາວ​ອິນ​ເດຍຜູ້​ທີ່ຢູ່​ໃນ​ລາຍ​ຊື່​ປະຫານ​
ຊີວິດຂອງປາ​ກີ​ສຖານນັ້ນ​ໄດ້​ເສ​ຍຊີວິດ​ແລ້ວ ຍ້ອນບາດ​ແຜ​ທີ່​ຫົວ ​
ຫຼັງຈາກ​ນັກ​ໂທດ​ສອງ​ຄົນ​ໄດ້​ໃຊ້ກ້ອນ​ດິນ​ຈີ່​ທຸບ​ໃສ່​ຫົວ​ຂອງລາວ.

ທ້າວ Sarabjit Singh ​ໄດ້​ຖືກ​ສົ່ງ​ໄປຮັກສາ​ຕົວ​ທີ່ໂຮງພະຍາບານ​
ໃນ​ວັນ​ສຸກ​ແລ້ວ​ນີ້​ຫຼັງ ຈາກ​ທີ່​ໄດ້​ຖືກ​ໂຈມ​ຕີ ​ໃນ​ຄຸກ Kot Lakhpat ​
ໃນ​ນະຄອນ Lahore.

ຜູ້ກ່ຽວ​ໄດ້​ຖືກ​ຈັບ​ກຸມ​ໃນ​ປີ 1990 ແລະ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ການ​ສອດ​ແນມ​ແລະ​ວາງ​ແຜນ​ລະ​ເບີດ​ຫຼາຍໆ​ຄັ້ງໃນ​ປາ​ກີ​ສຖານ ທີ່​ໄດ້​ສັງ​ຫານ 14 ຄົນ​ນັ້ນ.



ນາຍົກລັດຖະມົນຕີ​ອິນ​ເດຍທ່ານ Manmohan Singh ກ່າວ​ວ່າ ພວກ​ທີ່​ຮັບຜິດຊອບ​
ໃນ​ການ​ກະທໍາ​ທີ່​ປ່າ​ເຖືອນດັ່ງກ່າວ ຈະ​ຕ້ອງ​ຖືກ​ນໍາ​ມາ​ລົງໂທດ​ຕາມ​ກົດໝາຍ​.

ກະຊວງ​ການ​ຕ່າງປະ​ເທດ​ຂອງ​ອິນ​ເດ​ຍ ໄດ້ທວງ​ໃຫ້​ທາງປາ​ກິ​ສຖານທຳການ​ສືບສວນ
ສອບ​ສວນກ່ຽວ​ກັບ​ເລື່ອງ​ນີ້ ​ແລະ​ໄດ້​ຮຽກຮ້ອງໃຫ້ປາ​ກິ​ສຖານ ມອບ​ສົບ​ຂອງ​ທ້າວ Singh
​ເພື່ອ ຈະ​ນຳ​ມາ​ຈັດ​ພິທີ​ສົ່ງ​ສະການ​ໃນ​ອິນ​ເດຍ.

ກະຊວງ​ຕ່າງປະ​ເທດ​ອິນ​ເດຍຍັງ​ກ່າວ​ອີກ​ວ່າ ການ​ທຳຮ້າຍ​ຮ່າງກາຍ​ແບບຕື່ນ​ຕົກ​ໃຈ​ນີ້
ແມ່ນ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ ​ເພື່ອ​ເອົາ​ບາດກ້າວ​ແບບ​ມີ​ການ​ຮ່ວມ​ມື​ກັນ ​
ໂດຍ​ປາ​ກິ​ສ ຖານ​ເພື່ອ​ຄຸ້ມ​ຄອງ​ພວກ​ນັກ​ໂທດ​ອິນ​ເດຍຢູ່​ໃນ​ຄຸກແຫ່ງ​ຕ່າງໆ​ຂອງ​
ປາ​ກິ​ສຖານ​ນັ້ນ.

​ອະດີດ​ຜູ້​ນໍາ​ທາງ​ທະຫານ​ທີ່​ປົກຄອງ​ປາ​ກິ​ສຖານ ທ່ານ Pervez Musharraf ​ເຄີຍໄດ້
​ປະຕິ​ເສດ​ຕໍ່​ຄໍາ​ຮ້ອງ​ຮຽນໃນ​ການ​ຂໍ​ຄວາມ​ເມດ​ຕາຂອງ​ທ້າວ Singh ​ໃນ​ປີ 2008.


PAKISTAN India Spy
please wait
Embed

No media source currently available

0:00 0:00:29 0:00
XS
SM
MD
LG