ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສູດທີ່ເປັນບັນຫາໂຕ້ຖຽງ ຂອງນາຍົກອິນເດຍ ທ່ານ Modi ພວມປະມູນຂາຍ


ສູດຂອງ ທ່ານ Nerendra Modi ມີລາຄາຢູ່ 16,000 ໂດລາ.
ສູດຂອງ ທ່ານ Nerendra Modi ມີລາຄາຢູ່ 16,000 ໂດລາ.

ສູດທີ່ມີຂີດຍາວລົງມາ ນຸ່ງໂດຍນາຍົກລັດຖະມົນຕີ Nerendra
Modi ໃນ ລະຫວ່າງການຢ້ຽມຢາມອິນເດຍ ຂອງປະທານາທິບໍ
ດີ Barack Obama ຫວ່າງມໍ່ໆມານີ້ ກຳລັງຖືກປະມູນຂາຍ ຫລັງຈາກມັນໄດ້ກາຍເປັນຈຸດສູນກາງຂອງການໂຕ້ແຍ້ງກັນ.
ສູດສີຟ້າແກ່ດັ່ງກ່າວມີຂີດລວງຍາວລົງມາ ທີ່ເປັນຕົວອັກສອນ
ຫຍໍ້ຂອງຊື່ທ່ານ Narendra Damodardas Modi ຢູ່ບ່ອນປັກ.
ສື່ມວນຊົນລາຍງານວ່າ ມີລາຄາປະມານ 16,000 ໂດລາ. ບັນ
ດາຜູ້ນຳຝ່າຍຄ້ານ ໄດ້ປະນາມນາຍົກລັດຖະມົນຕີໃນ “ຄວາມ
ຢາກໄດ້ ແລະເຫັນແກ່ໂຕເອງ.”

ນັກວິຈານຫລາຍຄົນ ກ່າວວ່າ ສູດດັ່ງກ່າວ ໄດ້ສ້າງພາບພົດໃນ
ທາງລົບຕໍ່ນາຍົກລັດຖະມົນຕີ ຢູ່ໃນປະເທດທຸກຍາກ. ມັນຍັງໄດ້ກາຍມາເປັນຈຸດຂອງການ
ສົນທະນາຢູ່ໃນການເລືອກຕັ້ງທ້ອງຖິ່ນທີ່ໄດ້ຈັດຂື້ນຫວ່າມໍ່ໆມານີ້ໃນນະຄອນ New Delhi ທີ່ເຮັດໃຫ້ພັກ Bharatiya Janata ຂອງທ່ານເສຍຫາຍຢ່າງໜັກ.

ສູດດັ່ງກ່າວຈະຖືກນຳໄປປະມູນຢູ່ນະຄອນ Surat ລັດ Gujarat ອັນເປັນບ້ານເກີດ ຂອງ ທ່ານ ພ້ອມດ້ວຍສິ່ງຂອງຕ່າງໆອີກປະມານ 450 ຢ່າງທີ່ທ່ານ Modi ໄດ້ຮັບເປັນຂອງຂວັນ
ໃນລະຫວ່າງເກົ້າເດືອນທີ່ທ່ານໄດ້ເປັນນາຍົກລັດຖະມົນ ຕີຂອງປະເທດ. ເງິນລາຍໄດ້ຈະ
ນຳໄປໃຊ້ ຢູ່ໃນໂຄງການທຳຄວາມສະອາດ ຄວາມເປື້ອນເປິຂອງແມ່ນຳ້ຄົງຄາ.

INDIA MODI SUIT VOSOT
please wait
Embed

No media source currently available

0:00 0:01:30 0:00

XS
SM
MD
LG