ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແພດໝໍ ຝຣັ່ງ ທີ່ກຳລັງມືຊື່ສຽງຮືຮາ ສ້າງຄວາມຫວັງ ແລະ ການຕຳໜິວິຈານ ສຳລັບ ການຄົ້ນຄວ້າ ໄວຣັສໂຄໂຣນາ


ສາສະດາຈານ ດີດີເຢ ຣາອຸດ, ຜູ້ນວຍການສະຖາບັນໂຣດຕິດຕໍ່ ເມດິເທີເຣນຽນ ຢູ່ໂຮງໝໍ La Timone ໃນເມືອງ ມາກໄຊ, ຝຣັ່ງ. 27 ກຸມພາ, 2020.
ສາສະດາຈານ ດີດີເຢ ຣາອຸດ, ຜູ້ນວຍການສະຖາບັນໂຣດຕິດຕໍ່ ເມດິເທີເຣນຽນ ຢູ່ໂຮງໝໍ La Timone ໃນເມືອງ ມາກໄຊ, ຝຣັ່ງ. 27 ກຸມພາ, 2020.

ບັນດາເພື່ອນນັກວິທະນາຍາສາດໄດ້ມີຄວາມສົງໄສ ກ່ຽວກັບ ການຄົ້ນພົບຂອງ ລາວ, ແຕ່ຜູ້ສະໜັບ ສະໜູນທີ່ບໍ່ໜ້າເປັນໄປໄດ້ປະສົມປະສານກັນ ຕໍ່ປະທານາ ທິບໍດີ ດໍໂນລ ທຣຳ ຈາກຜູ້ປະທ້ວງເສື້ອກັກສີເຫຼືອງ ແມ່ນກຳລັງຮ້ອງເຊຍກັບ ການໃຫ້ຄຳສັນຍາຕໍ່ເຂົາເຈົ້ານັ້ນ.

ໃນເດືອນທີ່ຜ່ານມາ, ຜູ້ຊ່ຽວຊານ ກ່ຽວກັບ ພູມຄຸ້ມກັນວິທະຍາຂອງ ຝຣັ່ງ ທ່ານ ດີດີເຢ ຣາອູລດ໌ ບໍ່ໄດ້ມີບັນຊີທວິດເຕີ. ແຕ່ດຽວນີ້, ທ່ານມີຜູ້ຕິດຕາມຫຼາຍກວ່າ 250,000 ຄົນ ແລະ ກຳລັງເພີ່ມຂຶ້ນ.

ແພດຊາວ ຝຣັ່ງ ອາຍຸ 68 ປີນັ້ນ ໄດ້ປາກົດຕົວອອກມາເປັນນຶ່ງໃນບຸກຄົນທີ່ ໄດ້ນຳເອົາຄວາມສົນ ໃຈມາສູ່ສັງຄົມສຸດ ແລະ ການຄັດຄ້ານ ໃນຊ່ວງເວລາ ຂອງໄວຣັສໂຄໂຣນານີ້, ນັບຕັ້ງແຕ່ໄດ້ອ້າງວ່າການຄົ້ນຄວ້າຂອງທ່ານໄດ້ ສະແດງໃຫ້ເຫັນຢາຕ້ານໄຂ້ມາເລເຣຍ ສາມາດຊ່ວຍສູ້ກັບ COVID-19 ໄດ້.

ຢູ່ນອກໂຮງໝໍມະຫາວິທະຍາໄລ ມາກໄຊ ບ່ອນທີ່ທ່ານເຮັດວຽກນັ້ນ, ປະຊົນທີ່ ເປັນໄຂ້ ແລະ ຢ້ານ ທີ່ລຽນແຖວກັນຍາວນັ້ນ ໄດ້ລໍຖ້າໃຫ້ກວດກາໃນແຕ່ລະວັນ ສຳລັບ COVID-19.

ຄົນທີ່ບໍ່ສະບາຍອາດໄດ້ຮັບການປິ່ນປົວວິໄຈທີ່ມີຄວາມຕື່ນເຕັ້ນຫຼາຍນັ້ນ, ເຊິ່ງ ແມ່ນການປະສົມຢາຕ້ານໄຂ້ມາເລເຣຍ Hydroxychloroquine ແລະ ຢາຕ້ານ ເຊື້ອ Azithromycin ທີ່ໄດ້ຖືກນຳມາ ໃຊ້ຄູ່ກັນໃນການສຶກສາຂະໜາດນ້ອຍ ແລະ ໄວທີ່ທ່ານ ຣາອຸດ ໄດ້ດຳເນີນການ ແລະ ໄດ້ເປີດເຜີຍໃນເດືອນນີ້.

ລວມກັນນັ້ນ, ການສຶກສາໄດ້ສະແດງໃຫ້ເຫັນ “ປະສິດທິພຜົນ” ຂອງຢາຕ້ານ ໄຂ້ ມາເລເຣຍ ໃນການຕໍ່ສູ້ກັບໄວຣັສ, ເຊິ່ງທ່ານ ຣາອຸດ ແລະ ທີມນັກຄົ້ນ ຄວ້າຂອງ ທ່ານໄດ້ກ່າວອ້າງ ແລະ ປະສິດທິຜົນໃນການເຮັດວຽກຮ່ວມກັນ ຂອງການເພີ່ມ ຢາຕ້ານເຊື້ອເຂົ້າໃສ່.

ທ່ານ ເຣີໂນ ມູເຊລີເອ, ປະທານສະພາພາກພື້ນ Provence-Alpes-Cote d’Azur ແລະ ເປັນໝູ່ຂອງທ່ານ ຣາອູລດ໌ ໄດ້ກ່າວຕໍ່ໜັງສືພິມປະຈຳອາທິດ Le Journal du Dimanche ວ່າ “ລາວແມ່ນຜູ້ທີ່ມີວິໄສທັດ. ນັ້ນແມ່ນສິ່ງທີ່ ເຮັດໃຫ້ລາວມີຄວາມເຂັ້ມແຂງໃນມື້ນີ້.”

ແຕ່ບັນດານັກວິຈານເວົ້າວ່າ ທີມຂອງທ່ານ ຣາອູລດ໌ ບໍ່ໄດ້ປະຕິບັດຕາມຂັ້ນ ຕອນທີ່ເຂັ້ມງວດ, ບໍ່ມີກຸ່ມຄວບຄຸມ, ແລະ ໄດ້ເອົາຜົນທີ່ອອກມາຈາກຄົນ ຈຳນວ ໜ້ອຍໂພດ, ຈາກຄົນອື່ນໆທີ່ລົ້ມແຫຼວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG