ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຄວບ​ຄຸມ ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ ແມ່ນ​ຍັງ​ໃກ້​ຄຽງ​ກັນ​ໂພດ ​ທີ່​ຈະ​ຕັດ​ສິນ


ພະ​ນັກ​ງານ​ເລືອກ​ຕັ້ງ ຈັດ​ຮຽງ​ບັດ​ຄະ​ແນນ​ສຽງ​ກ່ອນ​ກຳ​ນົດສຳ​ລັບ​ການ​ຢືນ​ຢັນ​ລາຍ​ເຊັນ ກ່ອນ​ການ​ປະ​ມວນ​ຜົນ​ຢູ່​ໃນ​ຫ້ອງ​ການ​ບັນ​ທຶກ ເມືອງ ມ​າ​ຣີ​ໂຄ​ປາ, ລັດ ຟີ​ນິ​ກ​ສ໌, 8 ພະ​ຈິກ 2022.
ພະ​ນັກ​ງານ​ເລືອກ​ຕັ້ງ ຈັດ​ຮຽງ​ບັດ​ຄະ​ແນນ​ສຽງ​ກ່ອນ​ກຳ​ນົດສຳ​ລັບ​ການ​ຢືນ​ຢັນ​ລາຍ​ເຊັນ ກ່ອນ​ການ​ປະ​ມວນ​ຜົນ​ຢູ່​ໃນ​ຫ້ອງ​ການ​ບັນ​ທຶກ ເມືອງ ມ​າ​ຣີ​ໂຄ​ປາ, ລັດ ຟີ​ນິ​ກ​ສ໌, 8 ພະ​ຈິກ 2022.

ຊະ​ຕາ​ກຳ​ຂອງ​ນະ​ໂຍ​ບາຍ​ທີ່​ມີ​ຄວາມ​ທະ​ເຍີ​ທະ​ຍານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ​ ໃນ​ຊ່ວງ​ເວ​ລາ​ທີ່​ຍັງ​ເຫຼືອ​ຢູ່ ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ສະໄໝ​ທຳ​ອິ​ດ​ຂອງທ່ານ ແມ່ນ​ຍັງຢູ່​ໃນ​ຂັ້ນ​ທີ່ບໍ່​ແນ່ນອນ​ເທື່ອ ໃນ​ຂະ​ນະ​ທີ່ປະ​ເທດ​ລໍ​ຖ້າຜົນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ທີ່​ຈະ​ພິ​ຈາ​ລະ​ນາ​ວ່າ​ພັກ​ການ​ເມືອງ​ໃດ​ຈະ​ຄວບ​ຄຸມ​ລັດ​ຖະ​ສະ​ພາ​ສຳ​ລັບ​ສອງ​ປີ​ຕໍ່​ໄປ.

ການ​ແຂ່ງ​ຂັນ​ສະ​ພາ​ສູງຫຼາຍ​ແຫ່ງ​ແມ່ນ​ໃກ້​ຄຽງ​ກັນ​ໂພດ​ທີ່​ຈະ​ຕັດ​ສິນ​ໄດ້​ໃນ​ຕອນ​ເຊົ້າ​ວັນ​ພຸດມື້ນີ້ ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ແທນ​ທີ່​ດຳ​ລົງ​ຕຳ​ແໜ່ງ​ໃນ​ປັດ​ຈຸ​ບັນ​ແມ່ນ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ກວ່າ​ຄົນ​ອື່ນໆ. ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ໄດ້​ເຕືອນ​ວ່າ ​ມັນ​ອາດ​ໃຊ້​ເວ​ລາຫຼາຍ​ວັນ​ກ່ອນ​ທີ່​ຜົນ​ຄະ​ແນນ​ຂອງ​ການ​ແຂ່ງ​ຂັນ​ບາງ​ບ່ອນ​ຈະ​ອອກ​ມາ​ຢ່າງ​ແນ່ນອນ.

ໂດຍ​ລວມ​ແລ້ວ, ​ຄື້ນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ຖືກ​ຄາດ​ຫວັງ​ໄວ້​ປາ​ກົດ​ວ່າ​ໄດ້​ເ​ຄື່ອນ​ໄຫວຊ້າໆ ດ້ວ​ຍ​ພັກ​ກົງ​ກັນ​ຂ້າມ​ໄດ້​ຮັບ​ບ່ອນ​ນັ່ງ​ໃນ​ສະ​ພາ​ຕ່ຳຫຼາຍກວ່າ​ທີ່​ຄາດ​ໄວ້ໃນ​ສະ​ພາ​ຕ່ຳ ແຕ່​ແນວ​ໃດ​ກໍ່​ຕາມ ​ເຂົາ​ເຈົ້າ​ອາດ​ໄດ້ຮັບ​ໄຊ​ຊະ​ນະ​ພຽງ​ພໍ​ເພື່ອ​ທີ່​ຈະ​ຄວບ​ຄຸມ​ສະ​ພາ​ຕ່ຳ.

ທັງ​ໝົດ 435 ບ່ອນ​ນັ່ງ​ໃນ​ສະ​ພາ​ຕ່ຳ ແລະ 35 ຈາກ 100 ບ່ອນ​ນັ່ງ​ໃນ​ສະ​ພາ​ສູງ​ແມ່ນ​ຈະ​ມີ​ການ​ແຂ່ນ​ຂັນ​ເອົາ. ສະ​ພາ​ສູງ​ປັດ​ຈຸ​ບັນ​ນີ້​ແມ່ນ​ມີ​ການ​ແບ່ງ​ບ່ອນ​ນັ່ງ​ທີ່​ເທົ່າ​ກັນ​ພໍ​ດີ​ລະ​ຫວ່າ​ງ​ພັກ​ເດ​ໂມ​ແຄ​ຣັດ ແລະ ຣີ​ພັບ​ບ​ລີ​ກັນ, ດ້ວຍ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຄາ​ມາ​ລາ ແຮ​ຣິ​ສ ສາ​ມາດ​ລົງ​ຄະ​ແນນ​ສຽງ​ຕັດ​ສິນ​ສຳ​ລັບ​ພັກ​ເດ​ໂມ​ແຄ​ຣັດ, ສະ​ນັ້ນ​ພັກ​ຣີ​ພັບ​ບ​ລີ​ກັນ​ຕ້ອງ​ການ​ທີ່​ຈະ​ຊະ​ນະ​ພຽງ​ບ່ອນ​ນັ່ງ​ດຽວ​ເພື່ອ​ຄວບ​ຄຸມ​ສຽງ​ສ່ວນຫຼາຍ.

ປົກ​ກ​ະ​ຕິ​ແລ້ວ, ພັກ​ທີ່​ຄວບ​ຄຸມ​ທັງ​ສອງ​ສະ​ພາ​ຂອງ​ລັດ​ຖະ​ບານ​ຈະ​ສູນ​ເສຍ​ບ່ອນ​ນັ່ງ​ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ. ສະ​ພາຫຼາຍ​ເຂດ​ແມ່ນ​ມີ​ຂອບ​ເຂດ​ທີ່​ຖືກ​ຂີດ​ໄວ້​ ເພື່ອ​ໃຫ້​ຄວາມ​ໄດ້​ປຽບ​ຕໍ່​ພັກ​ຣີ​ພັບ​ບ​ລີ​ກັນ ຫຼື ເດ​ໂມ​ແຄ​ຣັດ, ເຮັດ​ໃຫ້​ມັນ​ຍາກ​ສຳ​ລັບ​ຄູ່​ແຂ່ງ​ຝ່າຍ​ຄ້ານ​ທີ່​ຈະ​ໂຄ່ນ​ລົ້ມ​ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ຢູ່.

ປະ​ຊາ​ຊົນຫຼາຍກວ່າ 45 ລ້ານ​ຄົນ​ໄດ້​ປ່ອນ​ບັດ​ຂອງ​ເຂົາ​ເຈົ້າ​ກ່ອນ​ກຳ​ນົດ, ດ້ວຍ​ຕົນ​ເອງ ຫຼື ສົ່ງ​ທາງ​ໄປ​ສະ​ນີ​ກ່ອນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ອັງ​ຄານ​ວານນີ້. ນັກ​ວິ​ເຄາ​ບາງ​ຄົນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ​ຄະ​ແນນ​ສຽງ​ທັງ​ໝົດ​ໃນ​ການ​ແຂ່ງ​ຂັນ​ທົ່ວ​ປະ​ເທດ​ອາດ​ນ​ສູງກວ່າ 115 ລ້ານ​ຄະ​ແນນທີ່​ສູງ​ເປັນ​ປະ​ຫວັດ​ການ ເຊິ່ງ​ຖືກ​ຕັ້ງ​ໄວ້ ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ປີ 2018.

ຜູ້​ລົງ​ຄະ​ແນນ​ສຽງ​ໃນຫຼາຍ​ລັດ​ໄດ້​ມີ​ຄວາມ​ສົງ​ໄສ​ໃນ​ບັດ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າ, ລວມ​ທັງ​ສະ​ຖາ​ນະ​ທາງ​ກົດ​ໝາຍ​ຂອງ​ການ​ເຮັດ​ແທ້ງ​ລູກ, ການ​ພະ​ນັນ​ກິ​ລາ ແລະ ກັນ​ຊາ. ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ລັດ​ຄາ​ລິ​ຟໍ​ເນຍ, ມິ​ຊິ​ແກັນ ແລະ ເວີ​ມັອນ ໄດ້​ຮັບ​ຮອງ​ໂຄງ​ການ​ລິ​ເລີ່ມ​ທີ່​ປົກ​ປ້ອງ​ສິ​ດ​ທິ​ໃນ​ການ​ເຮັດ​ແທ້​ງ​ລູກ​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ລັດ. ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ລັດ ແມ​ຣີ​ແລນ ໄດ້​ຕັດ​ສິນ​ທີ່​ຈະ​ເຮັດ​ໃຫ້​ກັນ​ຊາ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ແຕ່ໃນຫຼາຍ​ລັດ​ອື່ນໆ​ຂໍ້​ສະ​ເໜີ​ທີ່​ຄື​ກັນ​ນັ້ນ​ປາ​ກົດ​ວ່າ​ໄດ້​ມຸ່ງ​ໜ້າ​ໄປ​ສູ່​ຄວາມ​ຜ່າຍ​ແພ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG