ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກວິເຄາະກ່າວວ່າ ການບໍລິໂພກເບົາ​ບາງ ທ່າມ ກາງການຫລຸດລາຄາສິນ​ຄ້າ​ຢ່າງຫຼວງຫຼາຍ ໃນລະຫວ່າງເທດສະການຊັອບປິ້ງ ທີ່ສໍາຄັນໃນຈີນ


ແມຮຍິງຄົນນຶ່ງຢືນຢູ່ໃກ້ກັບປ້າຍໂຄສະນາ ບຸນຄ້າຂາຍປະປະຈຳປີ ວັນທີ 18 ມິຖຸນາ 2023
ແມຮຍິງຄົນນຶ່ງຢືນຢູ່ໃກ້ກັບປ້າຍໂຄສະນາ ບຸນຄ້າຂາຍປະປະຈຳປີ ວັນທີ 18 ມິຖຸນາ 2023

ບັນດາຜູ້ບໍລິໂພກຈີນໄດ້ພາກັນຈ່າຍເງິນຊື້ສິ່ງຂອງຫຼາຍ​ພັນ​ລ້ານ​ໂດ​ລາ ໃນ​ເທດ​ສະ​ການ​ຊັອບ​ປິ້ງ​ທາງອອນ​ໄລ​ນ໌​ທີ່​ສຳ​ຄັນ​ເປັນເທື່ອທຳອິດໃນ ຈີນ ຫຼັງໄດ້​ພົ້ນ​ຈາກ​ໂຣກ​ລະ​ບາດ ໃນ​ຂະ​ນະ​ບັນ​ດາ​ພໍ່​ຄ້າ​ແມ່​ຄ້າ​ໄດ້​ຕັດ​ລາ​ຄາ​ລົງ, ແຕ່ບັນດາ ນັກວິເຄາະກ່າວວ່າ ຄວາມ​ເຊື່ອ​ໝັ້ນ​ຂອງຜູ້ບໍລິໂພກຍັງຄົງ​ຕ່ຳ ໃນ​ຂະ​ນະ​ທີ່ ຈີນ ໄດ້​ກັບ​ຄືນ​ມາ​ອີກ​ຄັ້ງ​ຈາກ​ໂຣກ​ລະ​ບາດ ອີງຕາມລາຍງານອົງການຂ່າວເອພິ. ບັນ​ດາ​ພໍ່​ຄ້າ​ແມ່​ຄ້າ ຈີນ ໄດ້ສະເໜີຫລຸດລາຄາ​ສິນ​ຄ້າ​ຢ່າງຫຼວງຫຼາຍ​ໃຫ້ແກ່ຜູ້ບໍລິໂພກລະຫວ່າງເທດ​ສະ​ການ​ຊັອບ​ປິ້ງ 618 ດ້ວຍຄວາມຫວັງທີ່ຈະຄ້ຳ​ຈູນ​ການ​ຂາຍ​ທ່າມ​ກາງ​ການ​ຟື້ນ​ຕົວ​ໃນ​ການ​ບໍ​ລິ​ໂພກ​ທີ່​ຕ່ຳ​ກວ່າ​ທີ່​ຄາດ​ໄວ້. ບັນດານັກວິເຄາະກ່າວວ່າ ຜູ້ບໍລິ ໂພກຍັງມີຄວາມເຊື່ອໝັ້ນຕໍ່າ ໃນຂະນະທີ່ຜູ້ບໍລິໂພກພາກັນລະມັດລະວັງ ກ່ຽວ​ກັບ ລາຄາຫຼາຍ​ຂຶ້ນ ທ່າມກາງເສດຖະກິດທີ່ບໍ່ແນ່ນອນ. ເຖິງຢ່າງໃດກໍຕາມ, ຜູ້ຊະນະເລີດທີ່ບໍ່​ຖືກຄາດຫວັງໃນ​ເທດ​ສະ​ການ​ຊັອບ​ປິ້ງ​ແມ່ນບັນ​ດາ​ຍີ່​ຫໍ້​ຫຼູ ຫຼືທີ່​ມີ​ລາ​ຄາ​ແພງ​ທັງຫຼາຍ, ເຊິ່ງ​ບາງ​ບໍ​ລິ​ສັດ​ໄດ້​ຂາຍ​ທາງ​ອອນ​ໄລ​ນ໌​ເປັນ​ຄັ້ງ​ທຳ​ອິດ ແລະ ໄດ້​ສະ​ໜອງ​ການຫຼຸດ​ລາ​ຄາ​ເພື່ອ​ຂະ​ຫຍາຍຍອດ​ຂາຍ ຫຼັງ​ຈາກ​ພາກ​ສ່ວນ​ດັ່ງ​ກ່າ​ວ​ໄ​ດ້​ເຊັນ​ສັນ​ຍາ​ໃນ​ ຈີນ ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ປີ​ກາຍນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG