ການຜິດຖຽງກັນດ້ານການຄ້າລະຫວ່າງສະຫະລັດ ກັບຈີນທີ່ຍັງມີມາຢູ່ ໄດ້ເຮັດໃຫ້ເກີດ
ການໂຕ້ຖຽງກັນຢ່າງແຮງລະຫວ່າງພວກຊາວນາອາເມຣິກັນ ຜູ້ທີ່ກຳລັງປະເຊີນໜ້າກັບ
ການເພີ້ມເກັບພາສີຂາເຂົ້າຢູ່ແລ້ວຈາກປັກກິ່ງ ຢ່າງ ກວ້າງຂວາງຫຼາຍຢ່າງຈາກຜະລິດ
ຜົນຄືຊີ້ນໝູໄປຫາໝາກໄມ້ ແລະໝາກຖົ່ວຕ່າງໆ.
ຢູ່ໃນນະຄອນຫຼວງ ປັກກິ່ງ ເຖິງຢ່າງໃດກໍດີ ການສົນທະນາເຖິງຫົວຂໍ້ນັ້ນມິດງຽບລົງ. ສື່ມວນຊົນຂອງຈີນໄດ້ເຜີຍບົດຂຽນຢ່າງຍືດຍາວ ກ່ຽວກັບວ່າຈີນຈະຢືນຢູ່ໃນທ່າທີ່ຂອງ
ຕົນຊຶ່ງຈຳນວນນຶ່ງກ່າວວ່າ ເຖິງເວລາແລ້ວທີ່ປັກກິ່ງຕ້ອງສັ່ງສອນບົດຮຽນໃຫ້ອາເມຣິກາ.
ບັນດາຜູ້ບໍລິໂພກກຳລັງພາກັນເບິ່ງການໂຕ້ຖຽງກັນຢ່າງໃກ້ຊິດ. ຈຳນວນນຶ່ງພາກັນເປັນ
ຫ່ວງກ່ຽວກັບຜົນກະທົບຄວາມເຄັ່ງຕຶງການແລກປ່ຽນທີ່ຈະມີຂຶ້ນ ແຕ່ສ່ວນໃຫຍ່ທີ່
ວີໂອເອ ໄດ້ໂອ້ລົມນຳ ແມ່ນໄດ້ເວົ້າວ່າ ເຂົາເຈົ້າສາມາດຊື້ຜົນຜະລິດທັງໝົດໄດ້ຈາກ
ປະເທດອື່ນໆ ແລະແຫລ່ງອື່ນໆ.
ຢູ່ຕະຫຼາດກາງແຈ້ງໃນນະຄອນປັກກິ່ງ ສິນຄ້າເຂົ້າຂອງສະຫະລັດເຊັ່ນວ່າໝາກໄມ້ ແລະ
ໝາກຖົ່ວຕ່າງໆບັດຈຸບັນນີ້ຍັງຢູ່ໃນລາຄາທີ່ແຂ່ງຂັນກັນ. ແຕ່ເວລາໃດທີ່ການເກັບພາສີ
ເຂົ້າເລີ້ມເກີດຂຶ້ນ ສິນຄ້າຈະມີລາຄາສູງຂຶ້ນຫຼາຍ. ຄົນຂາຍຜູ້ນຶ່ງທີ່ ວີໂອເອ ໄດ້ໂອ້ລົມນຳ
ກ່າວວ່າ ລາວໄດ້ຊັ່ງຊາທາງເລືອກຂອງລາວແລ້ວ.
ລາວກ່າວວ່າ “ຂ້າພະເຈົ້າສາມາດພຽງແຕ່ຢຸດເຊົາຊື້ສິນຄ້າສະຫະລັດ ແລະຢຸດຂາຍ
ຜະລິດຕະພັນອາເມຣິກາ. ຂ້າພະເຈົ້າສາມາດພຽງແຕ່ຊື້ສິນຄ້າຈາກຈີນ. ຊາວຈີນສົມ
ຄວນແລ້ວ ທີ່ຈະກິນຜະລິດຕະພັນທີ່ເຮັດຢູ່ໃນປະເທດຈີນ.” ເອງ.