ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຊຸກຍູ້ ໃຫ້ອະນຸມັດ ​ເງິນ 200 ຕື້​ໂດລາ ປັບປຸງ ໂຄງລ່າງພື້ນຖານ ທີ່​ເກົ່າ​​ແກ່ຂອງ ​ສຫລ


ທ່ານດໍໂນລ ທຣໍາ ກໍາລັງກຽມຈະກ່າວຄໍາປາໄສຂອງຢູ່ສູນຝຶກອົບຮົມແຫ່ງນຶ່ງ ຢູ່ເມືອງ ຣີດຈ໌ຟຽວດ໌ (Richfield) ໃນລັດໂອຮາຍໂອ (Ohio) ໃນວັນພະຫັດ ທີ 29 ມີນາ 2018
ທ່ານດໍໂນລ ທຣໍາ ກໍາລັງກຽມຈະກ່າວຄໍາປາໄສຂອງຢູ່ສູນຝຶກອົບຮົມແຫ່ງນຶ່ງ ຢູ່ເມືອງ ຣີດຈ໌ຟຽວດ໌ (Richfield) ໃນລັດໂອຮາຍໂອ (Ohio) ໃນວັນພະຫັດ ທີ 29 ມີນາ 2018

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ​ແຜນ
ການ​ຂອງ​ທ່ານ​ທີ່​ຈະ​ປັບປຸງ​ທາງ​ດ່ວນ​ ​ແລະ​ຂົວທີ່​ເກົ່າແກ່​ຂອງ​ສະຫະລັດຈະ​ເຮັດ​ໃຫ້
​ພວກ​ທາງ​ດ່ວນ ​ແລະ​ຂົວພວກ​ນີ້ "ຈາກ​ການເປັນແຫ​ລ່ງ​ທີ່ມາແຫ່ງຄວາມ​ໃຈ​ຮ້າຍ
​ຢ່າງ​ບໍ່ຮູ້​ຈົບ​ຮູ້ສິ້ນ​ ​ໃຫ້​ກາຍມາ​ເປັນ​ແຫ​ລ່ງ​ ແຫ່ງ​ຄວາມ​ພູມ​ໃຈ​ແບບບໍ່ມີ​ມື້ສິ້ນສຸດ​ເລີຍ."

​ໃນ​ຂະນະ​ທີ່​ກ່າວ​ຄໍາ​ປາ​ໄສ​ ຢູ່​ສູນ​ຝຶກ​ອົບຮົມ ທີ່​ລັດ​ໂອ​ຮາ​ຍ​ໂອ (Ohio) ​ໃນ​ເຂດ​ພາກ​
ກາງຂອງ​ສະຫະລັດ​ນັ້ນ ຜູ້​ນໍາ​ຂອງສະຫະລັດທ່ານ​ນີ້ເວົ້າວ່າ ຊາວ​ອາ​ເມຣິກັນ​ໄດ້​ນັ່ງ
​ເບິ່ງ​ ໃນເວລາ​ທີ່​ວໍ​ຊິງ​ຕັນ "ຈ່າຍ​ເງິນ​ເປັນ​ພັນໆ ຕື້​ໂດ​ລາ​ເພື່ອ​ສ້າງສາພັດທະນາ​ຢູ່​ຕ່າງ
ປະ​ເທດ​ໃຫ້​ຈະ​ເລີ​ນຂຶ້ນ ​ໃນ​ຂະນະ​ທີ່​ປ່ອຍ​ໃຫ້​ພື້ນຖານ​ໂຄງ​ລ່າ​ງ ຂອງ​ປະ​ເທດ​ຕົນ ​ຊຸດ​
ໂຊມ​ລົງ​ເຖິງ​ຂັ້ນຢູ່​ໃນ​ສະພາບ​ທີ່​ເປ່ເພ."

ທ່ານ​ທຣໍາ ​ໄດ້ຊຸກຍູ້ຂໍ້ສະເໜີຂອງທ່ານ​ໃຫ້​ໃຊ້​ເງິນ​ຈໍານວນ 200 ຕື້​ໂດ​ລາຂອງລັດຖະ
ບານ​ກາງ ເພື່ອ​ຈະກະ​ຕຸ້ນ​ໃຫ້​ມີ​ການ​ໃຊ້​ຈ່າຍ​ເຂົ້າ​ໃນ​ການກໍ່ສ້າງ​ໃໝ່ຢ່າງໜ້ອຍ 1 ພັນ
500 ຕື້​ໂດ​ລາໃນທົດ​ສະ​ວັດຕໍ່​ໄປນີ້, ຊຶ່ງ​ເປັນ​ໂຄງການ​ທີ່ມີ​ການສະໜັບສະໜຸນໜ້ອຍ
ຫລາຍຢູ່ໃນ​ລັດຖະສະພາ.

ທ່ານ​ທຣໍາກ່າວ​ອີກ​ວ່າ "ດຽວນີ້ ມັນເຖິງ​ເວລາ​ແລ້ວ ທີ່​ພວກ​ເຮົາ​ຈະ​ສ້າງ​ສາປະ​ເທດ​ຂອງ
​ພວກ​ເຮົາ​ຄືນ​ໃໝ່, ​ເອົາ​ໃຈ​ໃສ່​ດູ​ແລ​ຄົນ​ຂອງ​ພວກ​ເຮົາ, ຕໍ່ສູ້​ເພື່ອ​ກໍາມະກອນຊາວ​ອາ​ເມຣິ
ກັນ​ທີ່​ດີ​ຍິ່ງ​ຂອງ​ພວກ​ເຮົາ."

ທ່ານ​ໄດ້​ເປີດ​ເຜີຍ​ແຜນການ​ຂອງ​ທ່ານ​ຄັ້ງທໍາ​ອິດ​ໃນ​ເດືອນ​ກຸມພາທີ່​ຜ່ານ​ມາ ​ແລະ​ຍົກ
ຍ້ອງ​ມັນ​ວ່າ ​ເປັນແຜນການ​ທີ່ຈະ​ສາມ​າດ ​ໄດ້​ຮັບ​ການສະໜັບສະໜຸນຈາກ​ເພື່ອນ​ຮ່ວມ
​ພັກຣີພັບ​ບລິ​ກັນ​ຂອງ​ທ່ານ​ຢູ່​ໃນ​ລັດຖະສະພາພ້ອມ​ທັງ​ຈາກ​ພວກ​ສັງກັດ​ພັກ​ເດ​ໂມ​ແຄຣັດ
ທີ່​ເປັນ​ຝ່າຍກົງກັນຂ້າມ​ນັ້ນ​ອີກ​ດ້ວຍ. ​ແຕ່​ວ່າບໍ່ມີ​ຮ່ອງ​ຮອຍສະ​ແດງ​ໃຫ້​ເຫັນ​ເລີຍ​ວ່າພວກ
​ສະມາຊິກ​ລັດຖະສະພາຈະ​ເອົາ​ແຜນການ​ດັ່ງກ່າວ​ນັ້ນມາ​ພິຈະ​ລະນາ ​ໃນ​ເວລາ​ອັນ​ໃກ້
​ນີ້​ເລີຍ ຍ້ອນ​ວ່າ​ພວກ​ເຂົາ​ເຈົ້າກໍາລັງສຸມ​ໃສ່ເຮັດ​ໃຫ້​ໄດ້​ຮັບ​ການ​ເລືອກ​ຕັ້ງຄືນ​ໃໝ່ໃນ​ການ
​ເລືອກ​ຕັ້ງທີ່​ຈະ​ມີ​ຂື້ນ​ໃນເດືອນ​ພະ ຈິກ​ທີ່​ຈະ​ມາ​ເຖິງ​ນີ້ ຫລາຍ​ກວ່າ.

​ແຜນການ​ຂອງ​ທ່ານ​ທຣໍາ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ລົງທຶນ​ຢ່າງ​ຫລວງຫລາຍຈາກ​ລັດຖະ
ບານ​ໃນ​ຂັ້ນລັດ ​ແລະ​ຂັ້ນທ້ອງ​ຖິ່ນ ເຂົ້າ​ໃນການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ການ​ເຮັດ​ແນວ
​ນັ້ນ ​ໄດ້​ເຮັດ​ໃຫ້​ສະມາຊິກ​ລັດຖະສະພາບາງ​ຄົນ ​ເວົ້າວ່າ ​ແຜນ ການ​ນັ້ນສາມາດ​ເຮັດ​ໃຫ້
ການ​ສ້າງ​ທາງ​ດ່ວນ ​ທີ່​ເກັບ​ຄ່າ​ທໍານຽມ ທີ່​ພວກ​ໃຊ້​ລົດ ​ໃຊ້​ຖະໜົນບໍ່ມັກ ​ເພື່ອ​ຈະໃຫ້​ໄດ້
​ເງິນມາ​ຈ່າຍຄ່າ​ຖະໜົນຫົນທາງ​ທີ່​ໄດ້​ຮັບການ​ປັບ ປຸງນັ້ນ ຫລືບໍ່ດັ່ງນັ້ນ ກໍ​ຕ້ອງ​ໄດ້​ມີ​ການ
​ຂາຍ​ຊັບ​ສິນ​ຂອງ​ລັດຖະບານ ​ເພື່ອເປັນ​ການ​ຫາ​ເງິນ​ມາສ້າງ​.

​ແທນ​ທີ່​ຈະເຫັນ​ດີ​ເຫັນ​ພ້ອມ​ກັບ​ແຜນ​ຂອງ​ທ່ານ​ທຣໍາ ປະທານ​ສະພາ​ຕໍ່າ ທ່ານ ພອລ໌ ​ໄຣ​
ເອິນ (Paul Ryan) ທີ່​ໄດ້​ດູແລກອງ​ປະຊຸມ​ຂອງ​ພັກ​ຢູ່​ໃນ​ສະພາ​ຕໍ່າ ທີ່​ມີ​ສຽງສ່ວນ​ຫລາຍ
​ໄດ້​ລວມ​ເອົາການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ເຂົ້າຢູ່​ໃນແຜນ​ງົບປະມານ 1 ພັນ 300 ຕື້​ໂດ
​ລາ​ ທີ່​ອອກ​ມາ​ໃນ​ອາທິດ​ແລ້ວນີ້ ທີ່​ໃຫ້​ທຶນແກ່ພະແນກການ​ຂອງລັດຖະບານຈົນຮອດ​
ທ້າຍ​ເດືອນ​ກັນຍາ​ປີນີ້.

ທ່ານ ໄຣ​ເອິນ (Ryan) ກ່າວ​ຢູ່​ໃນ​ຂໍ້ຄວາມ​ຂຽນລົງ​ໃນ​ທວີ​ດ​ເທີ​ວ່າ "ການ​ປັບປຸງພື້ນຖານ
​ໂຄງ​ລ່າງ ຂອງ​ປະ​ເທດ​ເຮົາ ​ແມ່ນ​ສົມຄວນເຮັດ​ມາ​ແຕ່​ດົນ​ແລ້ວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG