ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ປະ​ຊາ​ທິ​ປະ​ໄຕ​ໃໝ່ ທີ່​ນິ​ຍົມແນວທາງເດີມ ຊະນະການເລືອກຕັ້ງ ໃນກຣິສ


ນາຍົກລັດຖະມົນຕີ ແລະຜູ້ນຳພັກປົກຄອງນິຍົມແນວທາງເດີມປະຊາທິປະໄຕໃໝ່ ທ່ານກິຣິອາໂກສ ມິດໂຊຕາກກິສ ຖະແຫລງຕໍ່ຜູ້ສະໜັບສະໜູນ ລເຫວ່າງການເຕົ້າໂຮມກ່ອນການເລືອກຕັ້ງ ໃນນະຄອນເອເທນ ປະເທດກິຣສ ວັນທີ 19 ມິຖຸນາ 2023.
ນາຍົກລັດຖະມົນຕີ ແລະຜູ້ນຳພັກປົກຄອງນິຍົມແນວທາງເດີມປະຊາທິປະໄຕໃໝ່ ທ່ານກິຣິອາໂກສ ມິດໂຊຕາກກິສ ຖະແຫລງຕໍ່ຜູ້ສະໜັບສະໜູນ ລເຫວ່າງການເຕົ້າໂຮມກ່ອນການເລືອກຕັ້ງ ໃນນະຄອນເອເທນ ປະເທດກິຣສ ວັນທີ 19 ມິຖຸນາ 2023.

ຜູ້ນຳພັກນິຍົມແນວທາງເດີມ ປະຊາທິປະໄຕໃໝ່ ຂອງກຣິສ ທ່ານກິຣິອາໂກສ ມິດໂຊຕາກິສ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະ​ເລັ່ງ​ການປະຕິຮູບ ຫລັງຈາກ​ໄດ້​ຮັບໄຊຊະນະຢ່າງຖ້ວມລົ້ນ ຢູ່ໃນການເລືອກຕັ້ງເທື່ອຮອບສອງຂອງປະເທດໃນຫ້າອາທິດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຜົນ​ການ​ນັບ​ບັດ​ຄະ​ແນນ​ສຽງ ທີ່ເກືອບເສັດສິ້ນຂອງການເລືອກຕັ້ງ​ໃນວັນອາທິດ ສະແດງໃຫ້ເຫັນວ່າ ທ່ານໄດ້ຮັບຄະແນນນຳ​ໜ້າຢ່າງສະບາຍ ຢູ່ໃນສະພາ ເພື່ອປະກອບລັດຖະບານຄັ້ງທີສອງ ໄລ​ຍະສີ່ປີ. ບັນດາຜູ້ມີຄວາມປິຕິຍິນດີສະໜັບສະໜູນໄດ້ພາກັນເຕົ້າໂຮມກັນຢູ່ນອກຫ້ອງການໃຫຍ່ຂອງພັກໃນນະຄອນເອເທນ ຮ້ອງໂຮ ຕົບມື ຈູດບັ້ງໄຟດອກ ແລະໂບກທຸງສີຟ້າ ແລະຂາວ ທີ່ເປັນທຸງຂອງພັກ. ​ຜົນ​ການ​ນັບ​ຄະ​ແນນ​ທີ່ເກືອບເສັດສິ້ນ ສະແດງໃຫ້ເຫັນພັກຂອງທ່ານ ໄດ້ຊະນະ 40.5 ເປີເຊັນ ຂອງການປ່ອນບັດ ຊຶ່ງ​ໄດ້​ຊ​ະ​ນະຄູ່ແຂ່ງທີ່ສຳຄັນຂອງທ່ານ ທີ່​ນິ​ຍົມຊ້າຍ ​ຄື ພັກຊິຣິຊາຊຶ່ງດິ້ນລົນທີ່ຈະໃຫ້ບັນລຸຄະແນນ 18 ເປີເຊັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG