ທ່ານ ຢຸນ ໂສກ ຢູລ (Yoon Seok Youl), ອະດີດໄອຍະການຫົວອະນຸລັກນິຍົມແລະເປັນຜູ້ທີ່ເຂົ້າມາພົວພັນໃໝ່ທາງການເມືອງນັ້ນ ຈະມາເປັນປະທານາ ທິບໍດີຂອງເກົາຫຼີໃຕ້ຄົນຕໍ່ໄປ.
ທ່ານ ຢຸນ ໄດ້ເອົາຊະນະຄູ່ແຂ່ງຈາກພັກເສລີນິຍົມ, ເຊິ່ງເປັນອະດີດເຈົ້າແຂວງ ທ່ານ ລີ ແຈ-ເມຍອັງ (Lee Jae-myung), ໃນການເລືອກຕັ້ງທີ່ແຂ່ງຂັນກັນຢ່າງຟົດເດືອດ ເຊິ່ງນັກສັງເກດການຫຼາຍໆຄົນກ່າວວ່າ ເປັນລະບອບປະຊາທິ ປະໄຕທີ່ຂີ້ຮ້າຍທີ່ສຸດ ໃນຮອບ 35 ປີຂອງເກົາຫຼີໃຕ້.
ດ້ວຍການນັບບັດຄະແນນສຽງ 98 ເປີເຊັນຈາກການເລືອກຕັ້ງໃນມື້ວັນພຸດວານນີ້, ທ່ານ ຢຸນ ມີຄະແນນນໍາໜ້າ ທ່ານ ລີ ປະມານ 260,000 ຄະແນນສຽງ. ເມື່ອເວລາປະມານ 4 ໂມງເຊົ້າຂອງມື້ວັນພະຫັດນີ້ ຕາມເວລາທ້ອງຖິ່ນ, ທ່ານ ລີ ກໍຍອມຮັບການເສຍໄຊຂອງຕົນ.
ທ່ານ ຢຸນ ຈະເຂົ້າມາບໍລິຫານລະບົບເສດຖະກິດທີ່ໃຫຍ່ເປັນອັນດັບ 10 ຂອງໂລກ ແລະໃຫຍ່ເປັນອັນດັບທີ 4 ຂອງເອເຊຍ, ໃນຊ່ວງເວລາຂອງການແບ່ງແຍກທາງສັງຄົມທີ່ເລິກເຊິ່ງ ແລະຄວາມທ້າທາຍຕ່າງໆ ທາງດ້ານເສດຖະກິດ. ທ່ານ ຢຸນ ຈະເຂົ້າມາເປັນປະທານາທິບໍດີຂອງເກົາຫຼີໃຕ້ໃນເດືອນພຶດສະພາທີ່ຈະມາເຖິງນີ້ ໂດຍຈະເຂົ້າມາຮັບຕໍາແໜ່ງຕໍ່ຈາກ ທ່ານ ມູນ ແຈ-ອິນ ຜູ້ທີ່ຖືກຈໍາກັດເວລາການປົກຄອງໄວ້ ພຽງແຕ່ 5 ປີ.
ດ້ານນະໂຍບາຍການຕ່າງປະເທດ, ທ່ານ ຢຸນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະມີທ່າທີທີ່ແຂງຂັນເພີ້ມຂຶ້ນຕໍ່ເກົາຫຼີເໜືອ, ເຊິ່ງໄດ້ກໍ່ໃຫ້ເກີດຄວາມໂມໂຫໂດຍການທົດລອງຍິງລູກສອນໄຟຮອບຫຼ້າສຸດ, ແລະ ຈີນ ເຊິ່ງເປັນຄູ່ພາຄີທາງການຄ້າທີ່ໃຫຍ່ທີ່ສຸດຂອງເກົາຫຼີໃຕ້. ທ່ານຢຸນ ຍັງໄດ້ໃຫ້ຄໍາໝັ້ນວ່າ ຈະຟື້ນຟູການພົວພັນກັບ ຍີປຸ່ນ ທີ່ເຄີຍເປັນຜູ້ປົກຄອງສະໄໝອານານິຄົມ, ນອກນັ້ນ ກໍໃຫ້ຄວາມສໍາຄັນກັບການເປັນພັນທະມິດລະຫວ່າງໂຊລ ແລະວໍຊິງຕັນ.
ບາງທີ ຄວາມຄິດລິເລີ້ມພາຍໃນປະເທດທີ່ສໍາຄັນທີ່ສຸດໃນການໃຫ້ຄໍາໝັ້ນສັນຍາຂອງທ່ານຢຸນ ກໍຄືຍົກເລີກກະຊວງຄວາມເທົ່າທຽມທາງເພດແລະຄອບຄົວ ຂອງເກົາຫຼີໃຕ້. ໃນຊ່ວງການໂຄສະນາຫາສຽງນັ້ນ ທ່ານ ຢຸນ ໄດ້ມີການອຽງໄປທາງພວກຜູ້ຊາຍໜຸ່ມ, ຫຼາຍໆຄົນທີ່ພາກັນຂັດຂວາງລະບົບສະຕຣີນິຍົມ ເຊິ່ງທ່ານຢຸນ ກ່າວວ່າ “ມັນບໍ່ມີໂຄງສ້າງ ຂອງການເລືອກປະຕິບັດ” ໃນການຕໍ່ຕ້ານພວກແມ່ຍິງ ເຖິງແມ່ນວ່າ ເກົາຫຼີໃຕ້ຈະຢູ່ໃນອັນດັບ ທີ່ເກືອບຈະຕໍ່າສຸດໃນໂລກ ຂອງການຈັດອັນດັບຄວາມເທົ່າທຽມກັນທາງເພດ ໃນຫຼາຍໆປະເທດ ທີ່ໄດ້ຮັບການພັດທະນາແລ້ວກໍຕາມ.
ທ່ານຢຸນ ທີ່ມີອາຍຸ 61 ປີ, ເຂົ້າມາມີບົດບາດທາງການເມືອງໂດຍເປັນຫົວໜ້າຜູ້ສອບສວນອະດີດປະທານາທິບໍດີເກົາຫຼີໃຕ້ ທ່ານນາງ ປາກ ເກິນ-ເຮ (Park Geun-hye), ທີ່ຖືກປົດອອກຈາກຕໍາແໜ່ງໃນປີ 2017 ແລະຖືກຕັດສິນວ່າ ມີຄວາມຜິດໃນຂໍ້ຫາສໍ້ລາດບັງຫຼວງ. ທ່ານນາງປາກ, ເຊິ່ງເປັນໂຕແທນຫົວອະນຸ ລັກນິຍົມ ແລະເປັນລູກສາວຂອງອະດີດຜູ້ນໍາຜະເດັດການທະຫານທີ່ຍາວນານ ທ່ານປາກ ຈຸງ-ຮີ ທີ່ຖືກລອບສັງຫານ.